ກວດກາທົ່ວໄປຂອງລັດຖະບານສະຫະລັດໄດ້ສະແດງໃຫ້ເຫັນວ່າ ຕົນມີຄວາມຄວາມ
ສົງໄສເພີ້ມຂຶ້ນ ກ່ຽວກັບໂອກາດໃນການມີສັນຕິພາບຢູ່ໃນອັຟການິສຖານ ໂດຍເຕືອນ
ກ່ຽວກັບ ການຊຸກຍູ້ພາຍໃຕ້ການນຳພາຂອງສະຫະລັດ ໃນການສ້າງຄວາມປອງດອງ
ຊາດໂດຍລັດຖະບານອັຟການິສຖານທີ່ໄດ້ຮັບການໜຸນຫຼັງຈາກ ປະເທດຕາເວັນຕົກກັບ
ກຸ່ມກະບົດຕາລີບານນັ້ນ ບໍ່ໄດ້ເປັນໄປຕາມທີ່ໄດ້ວາງແຜນໄວ້.
ຢູ່ໃນການຊັ່ງຊາຢ່າງກົງໄປກົງມາ ໃນວັນຈັນວານນີ້ ຜູ້ກວດກາທົ່ວໄປຂອງ ສະຫະລັດ
ໃນການບູລະນະສ້າງສາອັຟການິສຖານຄືນໃໝ່ (SIGA) ໄດ້ເຕືອນວ່າ ເຖິງແມ່ນໄດ້ຮັບ
ຄວາມນິຍົມ ໃນຂໍ້ຕົກລົງການຖອນທະຫານ ລະຫວ່າງວໍຊິງຕັນ ແລະກຸ່ມຕາລິບານ ຫຼັງ
ຈາກການສົນທະນາລະຫວ່າງກຸ່ມຕາລິບານ ແລະລັດຖະ ບານກາບູລ “ເທົ່າທີ່ຜ່ານມາ
ໄດ້ຮັບຜົນແຕ່ພຽງເລັກນ້ອຍເທົ່ານັ້ນ.”
ບໍ່ໄດ້ມີຂໍ້ຕົກລົງຢຸດຍິງ ແລະພວກກະບົດໃນລະດັບສູງ ແລະການກໍ່ຄວາມຮຸນແຮງ ໂດຍ
ພວກຫົວຮຸນແຮງຈັດຍັງດຳເນີນຢູ່ຕໍ່ໄປໃນອັຟການນິສຖານ ໃນໄຕ ມາດນີ້ ເຖິງແມ່ນມີ
ການຮ້ອງຂໍ ຈາກພວກເຈົ້າໜ້າທີ່ອະວຸໂສຂອງສະຫະລັດ ແລະຂອງສາກົນ” ນັ້ນຄືຄຳ
ເວົ້າຂອງຜູ້ກວດກາທົ່ວໄປ ທ່ານຈອນ ໂຊບໂກ (John Sopko) ທີ່ຂຽນຢູ່ໃນລາຍງານ
ໄຕມາດຫລ້າສຸດ ໃນການຊັງຊາຄັ້ງທີ 50 ທີ່ສົ່ງໄປໃຫ້ບັນດາສະມາຊິກສະພາສະຫະລັດ.