ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄວາມຢ້ານກົວ ອຸກອັ່ງ ຂອງພວກຢູ່ໃກ້ເຂດ ຖືກສັ່ງ ໃຫ້ຍົກຍ້າຍ ທີ່ລັດ ຄາລີຟໍເນຍ


ຕາເວັນກຳລັງຂຶ້ນສູ່ທ້ອງຟ້າ ຢູ່ເຂດຍົກຍ້າຍອອກ ທີ່ສວນປູກ
ໝາກແຣແຊງ ທີ່ເມືອງ Sonoma ລັດ California,
ຕາເວັນກຳລັງຂຶ້ນສູ່ທ້ອງຟ້າ ຢູ່ເຂດຍົກຍ້າຍອອກ ທີ່ສວນປູກ ໝາກແຣແຊງ ທີ່ເມືອງ Sonoma ລັດ California,

ໃນ​ຂະນະ​ທີ່​ຕາ​ເວັນ​ຂຶ້ນເປັນ​ມື້​ໃໝ່​ ໃນການ​ຕໍ່​ສູ້ກັບ​ໄຟ​ໄໝ້​ປ່າ ຢູ່​ທາງ​ພາກ​ເໜືອ​ຂອງ​ລັດ California ກໍມີຄວັນ​ໄຟ ​ແລະ​ໝອກກຸ້ມ​ເຕັມ​ທ້ອງຟ້າ.

ຜູ້ຄົນ​ພາກັນ​ໄດ້ພາກັນຂຶ້ນຍົກຍ້າຍ​ໜີ​ໃນລົດທີ່ເຕັມໄປດ້ວຍ​ເຄື່ອງ​ຂອງ. ​ເຂົາ​ເຈົ້າ​ອາດ​
ຫລົບໜີ​ ຈາກ​ເຂດທີ່ປະກາດໃຫ້ມີການ​ຍົກຍ້າຍ​ໃໝ່ ຫລື​ກັບ​ຄືນ​ໄປບ້ານ​ໃກ້​ຄຽງ​ທີ່​ບໍ່​ຖືກ​
ໄຟ​ໄໝ້ ໂດຍພະຍາຍາມທີ່ຈະ​ກັບ​ຄືນ​ໄປຫາ​ບ້ານ​ເຮືອນ​ເຂົາ​ເຈົ້າ.

​ແຕ່​ວ່າ​ເຂົາ​ເຈົ້​າ​ຕ້ອງໄດ້ອາໄສ​ຄວາມ​ປານີ​ຂອງ​ລົມ.

ນັບເປັນ​ເວລາ​ສີ່ມື້ແລ້ວ ທ່ານ Danial Montez ຊາວ​ເມືອງ Sonoma ລັດ California
​ໄດ້​ລໍຖ້າ​ຢູ່​ບ່ອນ​ຕັນຖະໜົນດ້ວຍ​ຄວາມ​ຫວັງ​ທີ່​ຈະ​ໄດ້ຮັບອະ​ນຸຍາດ​ໃຫ້ກັບ​ຄືນ​ໄປບ້ານ​
ເຮືອນ ບ່ອນ​ທີ່​ລາວ​ເຮັດ​ວຽກ ​ແລະ​ບ່ອນ​ທີ່​ງົວ​ຂອງ​ລາວສອງ​ໂຕ ພ້ອມດ້ວຍລູກ​ງົວສາມ
​ໂຕ ​ແບ້ 25 ​ໂຕ ມ້າ​ນຶ່ງ​ໂຕ ​ແລະ​ມ້າ​ນ້ອຍ ​ແລະລາມາສອງ​ໂຕ​ຢູ່​ທີ່​ນັ້ນ.

ທ່ານ Montez ຜູ້ທີ່​ໄດ້​ຍົກຍ້າຍ​ຈາກ​ເຮືອນ​ຂອງ​ລາວ​ໃນ​ເມືອງ Sonoma ກ່າວ​ວ່າ “ຂ້າ
ພະ​ເຈົ້າ​ພຽງ​ແຕ່​ເປັນ​ຫ່ວງ ກ່ຽວ​ກັບ​ຄວາມ​ປອດ​ໄພ​ຂອງພວກ​ສັດ.”

ຢູ່​ທົ່ວ​ຊົນນະ​ບົດ​ຂອງ​ເຂດເມືອງ Sonoma ​ໄຟ​ໄໝ້ນ້ອຍໆ​ບໍ່ເຄີ​ຍມີມາກ່ອນແລະ​ຢູ່​
ຫ​ລາຍໆແຫ່ງ ແມ່ນຍັງສືບຕໍ່ເພີ້ມທະວີຄວາມຮ້າຍແຮງຂຶ້ນ ຊຶ່ງເປັນໄພຂົ່ມຂູ່​ຕໍ່ ເຂດ​ໃໝ່
​ແລະ​ບ່ອນເຮັດ​ເຫລົ້າ​ແວັງ. ​ໃນ​ວັນ​ພະຫັດ​ວານ​ນີ້ ພວກ​ເຈົ້າ​ໜ້າ​ທີ່​ໄດ້​ລາຍ​ງານ​ວ່າ
ຈຳນວນ​ຜູ້​ເສ​ຍຊີ​ວິດຈາກ​ໄຟໄໝ້ທີ່​ຮ້າຍ​ແຮງ ​ຢູ່​ພາກ​ເໜືອຂອງ​ລັດ California ຍັງ​ສູງ​
ຂຶ້ນຕື່ມ.

ຄົນ​ຢູ່​ໃນ​ເມືອງ Sonoma ​ໄດ້​ຮຽນ​ຮູ້​ຄວາມ​ແຕກ​ຕ່າງລະຫວ່າງ “ຄຳ​ແນະນຳ” ​ໃຫ້​ຍົກ
ຍ້າຍ ​ແລະການ “ບັງຄັບ” ​ໃຫ້ຍົກຍ້າຍ. ຫລັງ​ຈາກ​ໄດ້​ຮີບ​ຮ້ອນ​ອອກ​ຈາກ​ບ້ານ​ເຮືອນ
​ເທື່ອ​ທຳ​ອິດນາງ​ Kristi Zurauskas ​ໄດ້​ກັບ​ຄືນ ​ແລະ​ຕັດສິນ​ໃຈ​ຢູ່ທີ່ນັ້ນ.

ໄຟໄໝ້ປ່າ ແຜ່ຂະຫຍາຍ ຢູ່ເມືອງ Sonoma ລັດ California ວັນທີ 12 ຕຸລາ 2017.
ໄຟໄໝ້ປ່າ ແຜ່ຂະຫຍາຍ ຢູ່ເມືອງ Sonoma ລັດ California ວັນທີ 12 ຕຸລາ 2017.

​ຫລັງ​ຈາ​ກ​ໄດ້​ເຫັນ​ຄວາມ​ຫາຍຍະນະ​ທີ່​ເກີດຂຶ້ນໃນທົ່ວປະເທດ​ ​ເຊັນ​ວ່າ​ພາຍຸ​ເຮີຣິ​ເຄນ​
ຢູ່​ລັດ Texas ​ແລະ Florida ນາງ Zurauskas ​ໄດ້​ບອກ​ແກ່​ຕົນ​ເອງ​ວ່າ “ຂ້າພະ​ເຈົ້າ​
ຈະ​ໜີ. ຂ້າພະ​ເຈົ້າ​ຈະ​ໜີ​ໃນ​ນຶ່ງວິນາທີ.”

Fear, Frustration for Those Living Near California Fire Evacuation Zone
please wait

No media source currently available

0:00 0:03:01 0:00

ນາງ​ກ່າ​ວວ່າ ບັດ​ນີ້? ​ມີ​ບາ​ງສິ່ງບາງຢ່າງທີ່​ແຕກ​ຕ່າງ ​ເວລາ​ມັນແມ່ນ​ເຮືອນ​ຂອງ​ເຈົ້າເອງ.”

ຢູ່ໃນ​ຊຸດ​ທີ່ໃສ່ອອກ​ຈາກ​ຫ້ອງ​ນໍ້າ​ສີ​ຂາວນາງ Jesa Crowford ​ໄດ້​ມຸ້ງ​ໜ້າ​ອອ​ກຈາກ
​ເມືອງ Sonoma ​ເປັນ​ເທື່ອ​ທີ​ສີ່ ລົດ​ຂອງ​ລາວ​ເຕັມ​ໄປດ້ວຍ​ສິ່ງ​ຂອງ​ຕ່າງໆ.

ຄົນດັບເພີ່ງຜູ້ນຶ່ງ ກຳລັງມອດໄຟໄໝ້ປ່າ ໃກ້ກັບເມືອງ Calistoga ລັດ California.
ຄົນດັບເພີ່ງຜູ້ນຶ່ງ ກຳລັງມອດໄຟໄໝ້ປ່າ ໃກ້ກັບເມືອງ Calistoga ລັດ California.

​ຢູ່​ປ້ອມ​ຍາມ​ຕຳຫລວດ​ແຕ່​ລະ​ບ່ອນ ນາງ​ໄດ້​ພະຍາຍາມ​ຢາຍ​ແກ້ວ​ເຫລົ້າ​ແວັງ​ໃຫ້​ແກ່
​ພວກ​ດັບ​ເພີ່ງ ​ແລະ​ຕຳຫລວດ ​ເພື່ອ​ຂອບໃຈ​ເຂົາ​ເຈົ້າ ທີ່​ເຮັດ​ວຽກ​ໜັກ.

ນາງ​ກ່າວ​ວ່າ “ຖ້າ​ຫາກ​ເຂົາ​ເຈົ້າ​ບໍ່​ຢາກ​ດື່ມ​ຢູ່​ທີ່​ນີ້ ຖ້າ​ຫາກ​ເຂົາ​ເຈົ້າ​ຢາກ​ເອົາ​ເມືອ​ບ້ານ​ໃຫ້
​ຄອບຄົວ​ເຂົາ​ເຈົ້າ ມັນ​ເປັນ​ການ​ຂອບ​ໃຈ​ຢ່າງ​ໃຫຍ່ ​ທີ່​ມາ​ຊ່ວຍ​ພວກ​ເຮົາ. ຖ້າ​ຫາ​ກບໍ່​ແມ່ນ​
ເຂົາ​ເຈົ້າ​ແລ້ວ ທຸກ​ສິ່ງ​ທຸ​ກຢ່າງກໍ​ຈະ​ຫາຍ​ສາບ​ສູນ​ໄປ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG