ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງການອາຫານ ແລະຢາ ສະຫະລັດ ອະນຸມັດຢ່າງເຕັມທີ່ ໃຫ້ໃຊ້ຢາວັກຊີນກັນໂຄວິດ-19 ຟາຍເຊີຣ


ຫ້ອງການໃຫຍ່ບໍລິສັດຟາຍເຊີຣ (Pfizer) ທີ່ນະຄອນນິວຢອກ ວັນທີ 19 ມັງກອນ 2021.
ຫ້ອງການໃຫຍ່ບໍລິສັດຟາຍເຊີຣ (Pfizer) ທີ່ນະຄອນນິວຢອກ ວັນທີ 19 ມັງກອນ 2021.

ອົງການອາຫານ ແລະຢາຂອງສະຫະລັດຫຼື FDA ໄດ້ອະນຸມັດຢ່າງເຕັມທີ່ໃຫ້ ບໍລິສັດຟາຍເຊີຣ (Pfizer) ໃຊ້ຢາວັກຊີນກັນໂຄວິດ-19 ສຳລັບຜູ້ຄົນທີ່ມີອາຍຸ 16 ປີ ແລະແກ່ກ່ອນນັ້ນ.

ທ່ານນາງແຈແນັດ ວູດຄັອກ (Janet Woodcock) ຮັກສາການ ກຳມະການ ຂອງອົງການ FDA ກ່າວຢູ່ໃນຖະແຫຼງການ ໃນວັນຈັນວານນີ້ວ່າ “ປະຊາຊົນສາມາດເປັນໝັ້ນໃຈໄດ້ວ່າ ຢາວັກຊີນດັ່ງກ່າວນີ້ມີມາດຕະຖານດ້ານຄວາມປອດ ໄພສູງ ມີປະສິດທິຜົນ ແລະມິຄຸນນະພາບທີ່ອົງການ FDA ກຳນົດໄວ້ເພື່ອໃຫ້ ການອະນຸມັດຕໍ່ຜົນຜະລິດ.”

ຢູ່ໃນຄຳຖະແຫຼງ ຫຼາຍຊົ່ວໂມງຫຼັງຈາກໃຫ້ການອະນຸມັດແລ້ວ ປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ໄດ້ຮຽກຮ້ອງໃຫ້ຊາວອາເມຣິກັນ ພາກັນສັກຢາ ວັກຊີນ ໂດຍກ່າວຢໍ້າ ເຖິງຄວາມປອດໄພ ແລະປະສິດທິຜົນຂອງການສັກຢາ.

ປະທານາທິບໍດີໄບເດັນ ກ່າວວ່າ “ໃຫ້ຂ້າພະເຈົ້າເວົ້າເລື້ອງນີ້ດັງໆ ແລະເປັນທີ່ ຈະແຈ້ງ ຖ້າຫາກທ່ານແມ່ນຜູ້ນຶ່ງຂອງຊາວອາເມຣິກັນຫຼາຍລ້ານຄົນ ຜູ້ທີ່ໄດ້ ເວົ້າວ່າ ເຂົາເຈົ້າຈະບໍ່ພາກັນໄປສັກຢາວັກຊີນ ຈົນກວ່າມັນຈະໄດ້ຮັບການອະ ນຸມັດຢ່າງເຕັມທີ່ ແລະຂັ້ນສຸດທ້າຍ ຈາກອົງການ FDA ບັດນີ້ ໄດ້ເກີດຂຶ້ນ ແລ້ວ.”

“ເວລາທີ່ທ່ານໄດ້ລໍຖ້າໄດ້ມາເຖິງແລ້ວ. ມັນເຖິງເວລາສຳລັບທ່ານ ທີ່ຕ້ອງໄປສັກ ຢາວັກຊີນຂອງທ່ານ.”

ຢາວັກຊີນຜະລິດໂດຍຟາຍເຊີຣ-ໄບໂອແອນເທັກ (Pfizer-BioNtech) ໄດ້ຮັບອະນຸມັດ
ໃຫ້ນຳໃຊ້ສຸກເສີນໃນເດືອນທັນວາປີແລ້ວນີ້. ບັນດາຜູ້ຊ່ຽວຊານໄດ້ເນັ້ນ ໜັກວ່າ ການອະ
ນຸມັດດັ່ງກ່າວ ຕ້ອງໄດ້ມີຫລັກຖານທາງວິທະຍາສາດດຽວກັນ ແລະຈຳນວນຂອງຫ້ອງ
ທົດລອງເພື່ອໃຫ້ມີຄວາມປອດໄພແລະປະສິດທິຜົນຂອງ ຢາວັກຊີນ ພຽງແຕ່ໄດ້ຂ້າມບາດ
ກ້າວຈຳນວນນຶ່ງ ແລະທາງດ້ານເທັກນິກ ກ່ຽວ ກັບຄວາມເປັນຫ່ວງໃນການຕິດປ້າຍ ແລະ
ການແຈກຢາຍເທົ່ານັ້ນ.

[[link: https://www.voanews.com/covid-19-pandemic/how-does-fda-approve-vaccines ]]

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG