ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການອາຫານ ແລະຢາຂອງສະຫະລັດຄາດວ່າ ຈະອະນຸມັດຍຸດທະສາດ 'ປະສົມປະສານ ແລະຄຽງຄູ່ກັນ' ສໍາລັບການສັກຢາວັກຊີນເພີ້ມ


ແຟ້ມຮູບພາບ-ປ້າຍຢູ່ຂ້າງນອກສໍານັກງານໃຫຍ່ ຂອງອົງການອາຫານ ແລະຢາ ຫລື FDA ຢູ່ເມືອງ ໄວທ໌ ໂອກ, ລັດແມຣີແລນ, ວັນທີ 29 ສິງຫາ, ປີ 2020.
ແຟ້ມຮູບພາບ-ປ້າຍຢູ່ຂ້າງນອກສໍານັກງານໃຫຍ່ ຂອງອົງການອາຫານ ແລະຢາ ຫລື FDA ຢູ່ເມືອງ ໄວທ໌ ໂອກ, ລັດແມຣີແລນ, ວັນທີ 29 ສິງຫາ, ປີ 2020.

ອົງການຂ່າວໃນສະຫະລັດກ່າວວ່າ ອົງການອາຫານແລະຢາ ຫລື FDA ຈະອະນຸຍາດໃຫ້ປະຊາຊົນຊາວອາເມຣິກັນໄດ້ຮັບການສັກຢາວັກຊີນປ້ອງກັນໂຄວິດ-19 ເພີ້ມ ໃນໄວໆນີ້ ທີ່ແຕກຕ່າງຈາກໂດສອັນເກົ່າຂອງພວກເຂົາເຈົ້າ.

ໜ່ວຍງານກໍາກັບເບິ່ງແຍງເລື້ອງຢາ ຂອງລັດຖະບານກາງຄາດວ່າ ຈະປະກາດຍຸດທະສາດທີ່ຮ້ອງວ່າ “ປະສົມປະສານແລະຄຽງຄູ່ກັນ” ໃນວັນພຸດມື້ນີ້ ເມື່ອອົງການດັ່ງກ່າວ ໃຫ້ອະນຸຍາດສັກຢາວັກຊີນເພີ້ມ ຢ່າງເປັນທາງການ ຂອງຢາໂມເດິນນາສອງໂດສ ແລະຈອນສັນ ແອນຈອນສັນໂດສດຽວ.

ສູນກາງຄວບຄຸມແລະປ້ອງກັນພະຍາດ ຫລື CDC ຂອງສະຫະລັດ ໄດ້ມີການອະນຸມັດ ສໍາລັບການສັກວັກຊີນເພີ້ມ ຟາຍເຊີສອງໂດສ ແກ່ຜູ້ປ່ວຍບາງຄົນໄປແລ້ວ ໂດຍເລີ້ມຫົກເດືອນ ຫລັງຈາກການສັກຢາຄັ້ງສຸດທ້າຍຂອງພວກເຂົາເຈົ້າ, ເຊິ່ງໃນຈໍານວນດັ່ງກ່າວແມ່ນຜູ້ທີ່ມີອາຍຸ 65 ປີແລະຫລາຍກວ່ານັ້ນ, ຜູ້ທີ່ອາໄສຢູ່ໃນເຮືອນພັກ ສໍາລັບຄົນຊະລາ, ພະນັກງານທີ່ຢູ່ແຖວໜ້າເຊັ່ນ ບັນດານາຍຄູ, ພະນັກງານການແພດ ແລະຜູ້ຄົນທີ່ມີອາຍຸລະຫວ່າງ 50 ແລະ 64 ປີທີ່ມີໂຣກປະຈໍາໂຕ.

ການຕັດສິນໃຈ ໃນການອະນຸມັດໃຫ້ສັກວັກຊີນເພີ້ມ ຂອງຢາວັກຊີນໂມເດິນນາ ແລະຈອນສັນ ແອນ ຈອນສັນ ມີຂຶ້ນຫລັງຈາກຜົນຂອງການສຶກສາໄດ້ເປີດເຜີຍໃຫ້ເຫັນໃນອາທິດທີ່ຜ່ານມາ ໂດຍສະຖາບັນສຸຂະພາບແຫ່ງຊາດຫຼື NIH ຂອງສະຫະລັດ ໄດ້ສະແດງໃຫ້ເຫັນວ່າ ຜູ້ທີ່ໄດ້ຮັບຢາວັກຊີນຈອນສັນ ແອນຈອນສັນ ແມ່ນມີຈໍານວນເພີ້ມຂຶ້ນຫລາຍກວ່າ 76 ເທົ່າໃນລະດັບພູມຄຸ້ມກັນຫລັງຈາກໄດ້ຮັບວັກຊີນເພີ້ມຂອງໂມເດິນນາ ເມື່ອທຽບກັບລະດັບພູມຄຸ້ມກັນ ທີ່ເພີ້ມຂຶ້ນ 35 ເທົ່າຫລັງຈາກທີ່ໄດ້ຮັບການສັກຢາວັກຊີນເພີ້ມຟາຍເຊີ. ຜູ້ທີ່ໄດ້ຮັບການສັກຢາຈອນສັນ ແອນຈອນສັນ ຄັ້ງທີສອງພົບວ່າ ລະດັບພູມຄຸ້ມກັນຂອງຮ່າງກາຍເພີ້ມຂຶ້ນພຽງແຕ່ 4 ເທົ່າ ເທົ່ານັ້ນ.

ຜົນການສຶກສາຂອງ NIH ໄດ້ນໍາສະເໜີ ຕໍ່ຄະນະກໍາມະການທີ່ປຶກສາ ຂອງອົງ ການ FDA ເຊິ່ງໄດ້ມີການພົບປະໃນວັນສຸກທີ່ຜ່ານມາ ເພື່ອປຶກສາຫາລືກ່ຽວກັບການອະນຸມັດ ການສັກຢາວັກຊີນເພີ້ມຂອງ ຈອນສັນ ແອນ ຈອນສັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG