ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການອາຫານ ແລະຢາ ​ສະ​ຫະ​ລັດ ອະນຸມັດໃຫ້​ສັກຢາວັກຊີນບູສເຕີ້ ເຂັມທີສອງ ແກ່ຜູ້ທີ່ມີອາຍຸ 50 ຂຶ້ນໄປ


ແຟ້ມຮູບ-ຂວດຢາວັກຊີນຂອງໂມເດີນາ ແລະຟາຍເຊີ ສໍາລັບປ້ອງກັນໂຄວິດ-19 ສາມາດເຫັນໄດ້ຢູ່ຄລີນິກຊົ່ວຄາວໃນເມືອງ ເອັກຊິເຕີ (Exeter), ລັດນິວແຮມເຊີ, ເມື່ອວັນທີ 25 ກຸມພາ 2021.
ແຟ້ມຮູບ-ຂວດຢາວັກຊີນຂອງໂມເດີນາ ແລະຟາຍເຊີ ສໍາລັບປ້ອງກັນໂຄວິດ-19 ສາມາດເຫັນໄດ້ຢູ່ຄລີນິກຊົ່ວຄາວໃນເມືອງ ເອັກຊິເຕີ (Exeter), ລັດນິວແຮມເຊີ, ເມື່ອວັນທີ 25 ກຸມພາ 2021.

ອາຫານແລະຢາ ​ຫຼື FDA ຂອງສະຫະລັດ ໄດ້ໃຫ້​ການອະນຸມັດ​ຕໍ່​ການສັກຢາວັກຊີນປ້ອງກັນໂຄວິດ-19 ໂດສທີ 4 ຂອງຟາຍເຊີ (Pfizer) ແລະ ໂມເດີນາ (Moderna) ສໍາລັບຜູ້ທີ່ມີອາຍຸແຕ່ 50 ປີຂຶ້ນໄປ.

ກ່ອນໜ້ານັ້ນ ​ການ​ສັກຢາວັກຊີນໂດສທີ 4 ໄດ້ຖືກອະນຸມັດໃຫ້ພຽງແຕ່ເດັກນ້ອຍອາຍຸ 12 ປີຂຶ້ນໄປ, ຜູ້ທີ່ມີພູມຄຸ້ມກັນຂອງຮ່າງກາຍບໍ່ດີເທົ່ານັ້ນ.

ປັດຈຸບັນ ສູນ​ກາງຄວບຄຸມ ແລະປ້ອງກັນ​ພະ​ຍາດ ​ຫຼື CDC ຂອງສະຫະລັດ ອົງການຈະຊັ່ງຊາກ່ຽວກັບວິທີການດໍາເນີນງານ ໃນການອະນຸມັດການ​ສັກຢາໂດສທີ 4 ຂອງອົງການ FDA.

ທາງອົງການ FDA ກ່າວວ່າ ຜູ້ທີ່ຕ້ອງການສັກຢາເຂັມທີ 4 ຄວນປະຕິບັດຕາມຂັ້ນຕອນຢ່າງໜ້ອຍ 4 ເດືອນ ລຸນຫຼັງທີ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ກ່ອນໜ້ານັ້ນ.

ການອະນຸມັດການ​ສັກຢາວັກຊີນ ຂອງອົງການ FDA ມີຂຶ້ນ ເນື່ອງຈາກກໍລະນີຂອງຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໃນສະຫະລັດກໍາລັງຫຼຸດລົງມາ ລຸນຫຼັງການເພີ້ມຂຶ້ນຂອງກໍລະນີສາຍພັນໃໝ່ ໂອໄມຄຣອນໃນລະດູໜາວຂອງປີແລ້ວນີ້.

ຢ່າງໃດກໍຕາມ, ສາຍພັນຍ່ອຍຊະ​ນິດໃໝ່ BA.2 ກໍາລັງແຜ່ລະບາດຢູ່ໃນຢູໂຣບ ແລະສະຫະລັດ.

ມີປະມານ 2 ສ່ວນ 3 ຂອງປະຊາຊົນຊາວອາເມຣິກັນ ທີ່ໄດ້ຮັບຢາວັກຊີນຄົບຖ້ວນແລ້ວ, ນັ້ນໝາຍຄວາມວ່າ ພວກເຂົາເຈົ້າໄດ້ຮັບການສັກຢາວັກຊີນ ຟາຍເຊີ, ໂມເດີນາ 2 ເຂັມ ຫຼື ຢາວັກຊີນ ຈອນສັນ ແອນ ຈອນສັນ 1 ເຂັມ. ມີພຽງແຕ່ເຄິ່ງນຶ່ງຂອງຜູ້ທີ່ມີສິດ ທີ່ໄດ້ຮັບການສັກຢາເພີ້ມ ຫຼື ບູສເຕີ້ເຂັມທໍາອິດແລ້ວ.

ໃນຂະນະທີ່ຢາວັກຊີນ ບໍ່ໄດ້ຢຸດຢັ້ງການແຜ່ລະບາດ ຂອງສາຍພັນໂອໄມຄຣອນໃນວົງກວ້າງນັ້ນ ເຈົ້າໜ້າທີ່ການແພດກ່າວວ່າ ມັນກໍຍັງຊ່ວຍໃຫ້ຜູ້ທີ່ຕິດເຊື້ອພະ ຍາດເຫຼົ່ານັ້ນ ຫຼີກລ່ຽງຈາກການເຈັບປ່ວຍທີ່ຮຸນແຮງ ຫຼືເສຍຊີວິດໄດ້.

ລັດຖະບານ ຍັງຄົງກໍາລັງພິຈາລະນາ ກ່ຽວກັບການອະນຸມັດໃນ​ການ​ສັກຢາວັກຊີນໂດສທີ 4 ສໍາລັບທຸກໆຄົນໃນຊ່ວງລະດູໃບໄມ້ຫຼົ່ນທີ່ຈະມາເຖິງນີ້ ຖ້າກໍລະນີຂອງຜູ້ຕິດເຊື້ອ ຫາກເພີ້ມຂຶ້ນອີກຄັ້ງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG