ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ຮຽກຮ້ອງໃຫ້ ສະພາ ອະນຸມັດທຶນ ຕ້ານເຊື້ອໄວຣັສ Zika


ນາງພະຍາບານຄົນນຶ່ງເອົາຢາຂ້າແມງໄມ້ ແລະລາຍລະອຽດ ໃຫ້ ແກ່ແມ່ຍິງຖືພາ ກ່ຽວກັບການປ້ອງກັນຍຸງ.
ນາງພະຍາບານຄົນນຶ່ງເອົາຢາຂ້າແມງໄມ້ ແລະລາຍລະອຽດ ໃຫ້ ແກ່ແມ່ຍິງຖືພາ ກ່ຽວກັບການປ້ອງກັນຍຸງ.

ປະທານາທິບໍດີ​ສະຫະລັດ ທ່ານ Barack Obama ຮຽກຮ້ອງ​ໃຫ້​ບັນດາ​ສະມາຊິກ​ພັກ​ຣີພັບ​ບລິກັນ​ຢູ່​ໃນ​ສະພາ ​ອະນຸມັດ​ທຶນ​ຕໍ່ສູ້​ຕ້ານ​ເ​ຊື້ອ​ໄວຣັສ Zika.

ປະທານາທິບໍດີ Obama ກ່າວ​ໃນ​ວັນ​ເສົາ​ມື້​ນີ້ ​ຢູ່​ໃນຄຳ​ປາ​ໄສປະຈຳ​ສັບປະດາ ວ່າ ທ່ານ​ໄດ້​ຮ້ອງ​ຂໍຕໍ່​ສະພາ ມາ​ໄດ້​ກວ່າ​ຫົກ​ເດືອນແລ້ວ ​ເພື່​ອອະນຸມັດທຶນ “​ຊັບ ພະຍາກອນສຸກ​ເສີນ” ທີ່​ບັນດາ​ຜູ້​ຊ່ຽວຊາ​ນດ້ານ​ສາທາລະນະ​ສຸກຕ້ອງການ​ເພື່ອ​ຕໍ່​ສູ້​ກັບ​ເຊື້ອ​ໄວຣັສ Zika ​ແຕ່​ສະພາ​ບໍ່​ຍອມ.

​ແທນ​ທີ່ຈະ​ເປັນ​ຈັ່ງຊັ້ນ ປະທາ​ນາ​ທິບໍດີ​ກ່າວ​ວ່າ “ພວກ​ເຮົາ​ໄດ້​ຖືກ​ບັງ​ຄັບ​ໃຫ້​ໃຊ້​ຊັບພະຍາ ກອນ ທີ່​ພວກ​ເຮົາ​ຈຳ​ເປັນ​ຕ້ອງ​ໄດ້​ນຳ​ໃຊ້​ເພື່ອ​ຕໍ່ສູ​ກັບ Ebola ມະ​ເຮັງ ​ແລະ​ພະຍາດ​ອຶ່ນໆ​.” ທ່ານ Obama ກ່າວ​ວ່າ ວິທີ​ການ​ດັ່ງກ່າວນັ້ນ “ບໍ່ແມ່ນ ການ​ແກ້​ໄຂ​ແບບ​ຍືນ​ຍົງ. ​ແລະ​ສະພາ​ໄດ້​ຢຸດ​ພັກ​ເຊົາ​ເປັນ​ເວລາ​ເຈັດ​ອາທິດ​ແລ້ວ ​ໂດຍ​ບໍ່​ໄດ້​ເຮັດ​ຫຍັງ​ ເພື່ອ​ປ້ອງ​ກັນຊາ​ວອາ​ເມຣິກັນ​ ຈາກ​ການ​ຕິດ​ເຊື້ອໄວຣັສ Zika.”

ປະທານາທິບໍດີ Obama ກ່າວ​ວ່າ “ສະ​ມາ​ຊິກ​ພັກຣີພັບ​ບລິ​ກັນຢູ່​ໃນ​ສະພາ ຄວນຖື​ເອົາ​ເລື້ອງ​ໄວ​ຣັສ Zika ຄື​ກັນ​ກັບ​ໄພ​ຂົ່ມຂູ່​ແລະ​ເຮັດ​ສິ່ງ​ນີ້​ເປັນທຸລະ​ກິດທີ່​ສຳຄັນ​ສຸດ ​ເວລາ​ເຂົາ ເຈົ້າ​ກັບ ​ຄື​ນ​ມາ​ວໍຊິງຕັນ ຈາກວັນພັກ Labor Day.”

​ໃນ​ວັນ​ສຸກ​ວານ​ນີ້ ອົງການ​ອາຫານ​ແລະ​ຢາ​ສະຫະລັດ ​ຫລື FDA ໄດ້ຂະຫຍາຍລະບຽບໃນ
​ການກວດ​ເລື​ອດ​ທີ່​ບໍລິຈາກຫາ​ເຊື້ອໄວຣັສ Zika ​ໂດຍ​ກ່າວ​ວ່າ ​ເລືອດ​ດັ່ງກ່າວ​ຄວນຖືກ​ກວດ ​ກ່ອນ​ນຳໃຊ້.

ອົງການ FDA ກ່າວ​ວ່າ ຕົນ​ໄດ້​ປັບ​ປ່ຽນ​ຄຳ​ແນະນຳ​ໃໝ່ ຫລັງ​ຈາກ​ໄດ້​ພິຈາລະນາ​ເຖິງ​ຫລັກ​ຖານ​ວິທະຍາສາດ​ທັງ​ໝົດ ​ແລະຜົນ​ທີ່​ອາດຈະ​ຕິດຕາມ​ມາ​ຕໍ່​ສຸຂະ​ພາບ ຂອງ​ການ​ຕິ​ດ​ເຊື້ອ ໄວຣັສ Zika ​ສຳລັບເດັກນ້ອຍ​ທີ່​ຍັງ​ບໍ່​ທັນ​ເກີດ ​ແລະ​ບັນດາ​ແມ່ຍິງ​ທີ່​ຖືພາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG