ໜ່ວຍງານຮັບຜິດຊອບ ກ່ຽວກັບອິດທິພົນຂອງຕ່າງປະເທດ ທີ່ຫາກໍຕັ້ງຂຶ້ນມາໃໝ່ຂອງອົງການສັນຕິບານກາງ ຫຼື FBI ຂອງສະຫະລັດ ໄດ້ແບ່ງປັນຂໍ້ມູນ ກັບພວກບໍລິສັດເທັກໂນໂລຈີ ກ່ຽວກັບການຊອກຫາຜູ້ຄົນ ແລະຂໍ້ມູນທາງອິນເຕີແນັດ ທີ່ເປັນສ່ວນນຶ່ງຂອງຄວາມພະຍາຍາມ ທີ່ຢູ່ເບື້ອງຫຼັງຂອງອົງການ ທີ່ຈະລົບກວນການປະຕິບັດງານແລະໃຊ້ອິດທິພົນຂອງຣັດເຊຍແລະປະເທດອື່ນໆ ເພື່ອແຊກແຊງການເລືອກຕັ້ງຂອງສະຫະລັດ, ອີງຕາມການເປີດເຜີຍ ຂອງອົງການ FBI ແລະກະຊວງຍຸຕິທຳ ສະຫະ ລັດ.
ຜູ້ອຳນວຍການອົງການ FBI ທ່ານ ຄຣິສຕົບເຟີ ເວຣ ຈັດຕັ້ງໜ່ວຍງານດັ່ງກ່າວ ໃນເດືອນພະຈິກຜ່ານມາຊຶ່ງເປັນສ່ວນນຶ່ງໃນຄວາມພະຍາຍາມໃນຂອບເຂດທີ່ກວ້າງຂວາງ
ຂອງລັດຖະບານ ເພື່ອຮັບມືກັບການປະຕິບັດງານທີ່ມີອິດທິພົນຂອງ ຕ່າງປະເທດແລະເພື່ອປ້ອງກັນການເຂົ້າມາພົວພັນຂອງຣັດເຊຍ ໃນການເລືອກຕັ້ງກາງສະໄໝ ປີ 2018 ແລະການເລືອກຕັ້ງປະທານາທິບໍດີ ປີ 2020.
ປະຊາຄົມສືບລັບສະຫະລັດ ໄດ້ສະຫຼຸບໃນປີກາຍນີ້ ວ່າຣັດເຊຍໄດ້ພະຍາຍາມເພື່ອເຂົ້າແຊກແຊງ ໃນການເລືອກຕັ້ງປີ 2016 ຊຶ່ງສ່ວນນຶ່ງແມ່ນໂດຍການໂຄສະນາຢ່າງໃຫຍ່ ທາງສື່ສັງຄົມ ທີ່ມີຈຸດປະສົງເພື່ອຫັນເຫຄວາມຄິດ ຂອງສາທາລະນະຊົນ ແລະແຜ່ກະຈາຍຄວາມບໍ່ລົງຮອຍກັນ.
ທ່ານເວຣ ໄດ້ກ່າວວ່າ “ພວກບໍລິສັດເທັກໂນໂລຈີ ແມ່ນມີໜ້າທີ່ຮັບຜິດຊອບໃນແຖວໜ້າ ເພື່ອຄ້ຳປະກັນຕາໜ່າງ ຜະລິດຕະພັນ ແລະຈຸດຢືນຂອງຕົນ, ແຕ່ວ່າພວກເຮົາແມ່ນກຳລັງເຮັດໃນສ່ວນຂອງພວກເຮົາ ໂດຍການໃຫ້ການເອົາບາດກ້າວທີ່ສະຫຼາດ ເພື່ອເຮັດໃຫ້ ພວກເຂົາເຈົ້າ ສາມາດທີ່ຈະເວົ້າເຖິງການລະເມີດພື້ນຖານຂອງພວກ ເຂົາເຈົ້າ ໂດຍອົງການຂອງຕ່າງປະເທດ.”
ທ່ານໄດ້ກ່າວວ່າ ເຈົ້າໜ້າທີ່ຂອງອົງການ FBI ໄດ້ໃຫ້ຂໍ້ມູນ ຕໍ່ສື່ສັງຄົມທີ່ສຳຄັນລະດັບສູງແລະພວກບໍລິສັດເທັກໂນໂລຈີ ດ້ວຍການມີກອງປະຊຸມຖະແຫຼງການເລື້ອງຂໍ້ມູນລັບ ຫຼາຍຄັ້ງ ເທົ່າເຖິງປະຈຸບັນນີ້, ການແບ່ງປັນ “ການຂົ່ມຂູ່ທີ່ສະເພາະເຈາະຈົງ ທີ່ເປັນຂີດໝາຍ ແລະຂໍ້ມູນບັນຊີ, ແລະຂໍ້ມູນອື່ນໆ ເພື່ອໃຫ້ພວກເຂົາເຈົ້າ ຈະໄດ້ຊິ້ງຊອມເບິ່ງໃຫ້ດີກວ່າເກົ່າ ໃນໜ່ວຍງານຂອງພວກເຂົາເຈົ້າ.”
ໜ່ວຍງານດັ່ງກ່າວ ແມ່ນເຮັດວຽກກັບພວກເຈົ້າໜ້າທີ່ທັງໝົດຂອງ ອົງການ FBI ພາກສະໜາມ 56 ຄົນແລະ “ນຳເອົາເຈົ້າໜ້າທີ່ຊ່ຽວຊານຈາກທຸກຂະແໜງການ, ໜ່ວຍສືບ ລັບ, ໄຊເບີຣ໌, ອາຊະຍາກຳ ແລະແມ່ນແຕ່ ພວກທີ່ຮັບມືກັບກຸ່ມກໍ່ການຮ້າຍ ເພື່ອລົກຮາກຖອນໂຄນ ເພື່ອຮັບມືກັບການປະຕິບັດງານທີ່ມີອິດທິພົນຂອງຕ່າງປະເທດ,” ຊຶ່ງທ່ານເວຣ ໄດ້ກ່າວ ໃນກອງປະຊຸມຖະແຫຼງ
ຂ່າວ ທີ່ທຳນຽບຂາວ.
ທ່ານອາດຳ ຮິກກີ ຮອງລັດຖະມົນຕີຊ່ວຍວ່າການກະຊວງຍຸຕິທຳ ໄດ້ກ່າວໃນວັນຈັນນີ້ວ່າ ຂໍ້ມູນທີ່ບໍ່ໄດ້ນຳເຜີຍແຜ່ຕໍ່ສາທາລະນະຂອງອົງການ FBI ກັບພວກບໍລິສັດສື່ສັງຄົມ ແມ່ນ “ກະແຈສຳຄັນ” ຂອງກະຊວງຍຸຕິທຳ ເຂົ້າໃນການຮັບມື ກັບຄວາມພະຍາຍາມໃນການໃຊ້ອິດທິພົນຂອງຕ່າງປະເທດ.