ອົງການສັນຕິບານກາງສະຫະລັດ ຫຼື FBI ໄດ້ຢັ້ງຢືນວ່າ ນຶ່ງໃນ
“ພວກກໍ່ການຮ້າຍ ທີ່ຕ້ອງການໂຕສູງສຸດ” ຂອງ FBI ນັ້ນ
ແມ່ນໄດ້ຖືກສັງຫານ ໃນລະຫວ່າງການບຸກເຂົ້າໄປກວດຄົ້ນ
ຂອງເຈົ້າໜ້າທີ່ຕຳຫລວດ ຢູ່ໃນປະເທດຟີລິບປິນ ເມື່ອເດືອນ
ມັງກອນຜ່ານມາ.
ທ້າວ Zulkifli bin Hir ແມ່ນເປັນສະມາຊິກຄົນສຳຄັນ ຂອງກຸ່ມ
ຫົວຮຸນແຮງຈັດອິສລາມ Jemaah Islamiyah ຊຶ່ງຮັບຜິດຊອບ
ໃນການໂຈມຕີດ້ວຍລະເບີດຫຼາຍໆບັ້ນຜ່ານມາ ຢູ່ໃນຟີລິບປິນ.
ອົງການ FBI ກ່າວວ່າ DNA ທີ່ໄດ້ມາຈາກສະຖານທີ່ເກີດເຫດນັ້ນ
ແມ່ນກົງກັນກັບ DNA ຂອງບັນດາຍາດຕິພີນ້ອງຂອງທ້າວ bin Hir. ການເຂົ້າໄປກວດຄົ້ນດັ່ງກ່າວ ທີ່ໄດ້ສັງຫານຜູ້ກໍ່ການຮ້າຍຄົນນີ້ ຍັງໄດ້ເຮັດໃຫ້ ໜ່ວຍກ້າຕາຍຕຳຫລວດ 44 ຄົນ ເສຍຊີວິດນຳດ້ວຍ.
ກຸ່ມ Jemaah Islamiyah ແມ່ນເຊື່ອກັນວ່າ ເປັນເຄືອຂ່າຍຂອງກຸ່ມ al-Qaida ແລະ ໄດ້
ມີປະຫວັດອັນຍາວນານມາແລ້ວ ກ່ຽວກັບການໂຈມຕີ ຢູ່ໃນອິນໂດເນເຊຍ ລວມທັງ ການ
ໂຈມຕີອັນຮ້າຍແຮງເຖິງແກ່ຊີວິດ ດ້ວຍລະເບີດເມື່ອປີ 2002 ຢູ່ໃນສະຖານບັນເທີງ ໃນ ນະຄອນ Bali.