ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອົງການ FBI ຂອງສະຫະລັດລາຍງານວ່າ ອາຊະຍາກໍາຄວາມຮຸນແຮງ ຢູ່ໃນສະຫະລັດ ມີທ່າອ່ຽງຫຼຸດລົງ


ແຟ້ມ-ຕໍາຫຼວດໄດ້ເອົາສາຍເທັບມາໝາຍຢູ່ນອກຖະໜົນຊິກາໂກ້ ໃນຂະນະທີ່ເຈົ້າໜ້າທີ່ຕໍາຫຼວດດໍາເນີນການສືບສວນບ່ອນເກີດເຫດຍິງກັນແບບຮ້າຍແຮງ ຢູ່ທາງທິດໃຕ້ຂອງເມືອງ, ວັນທີ 15 ມິຖຸນາ 2021.
ແຟ້ມ-ຕໍາຫຼວດໄດ້ເອົາສາຍເທັບມາໝາຍຢູ່ນອກຖະໜົນຊິກາໂກ້ ໃນຂະນະທີ່ເຈົ້າໜ້າທີ່ຕໍາຫຼວດດໍາເນີນການສືບສວນບ່ອນເກີດເຫດຍິງກັນແບບຮ້າຍແຮງ ຢູ່ທາງທິດໃຕ້ຂອງເມືອງ, ວັນທີ 15 ມິຖຸນາ 2021.

ອາຊະຍາກໍາຄວາມຮຸນແຮງ ຢູ່​ໃນສະຫະລັດ ໄດ້ຄ່ອຍໆຫຼຸດລົງ ໃນປີທີ່ແລ້ວນີ້ ເຖິງແມ່ນວ່າຈໍານວນໂຕເລກຂອງການຄາດຕະກໍາແມ່ນຢູ່ໃນຂອບເຂດທີ່ສູງຂຶ້ນ ລຸນຫຼັງການເພີ້ມຂຶ້ນຢ່າງໄວວາ ໃນລະດັບທີ່ສູງທີ່ສຸດ ຂອງການລະບາດໃຫຍ່ພະຍາດໂຄວິດ-19 ໃນປີທີ່ຜ່ານມາ, ອີງຕາມບົດລາຍງານໃໝ່ ຂອງອົງການ ສັນ​ຕິ​ບານ​ກາງ​ຫຼື FBI ໃນວັນພຸດວານນີ້.

ລາຍງານດັ່ງກ່າວນັ້ນ ມີຂຶ້ນໃນຊ່ວງເວທີ່ຊາວອາເມຣິກາທັງຫຼາຍມີຄວາມກັງວົນກ່ຽວກັບອາຊະຍາກໍາຄວາມຮຸນແຮງ, ແລະປະເດັນດັ່ງກ່າວນີ້ກໍເຂົ້າມາມີບົດບາດສໍາລັບການກ່າວຄໍາປາໄສ ຕໍ່ສາທາລະນະ ກ່ອນການເລືອກຕັ້ງລັດຖະສະພາສະ ຫະລັດກາງສະໄໝ ທີ່ກໍາລັງມີຂຶ້ນໃນເດືອນໜ້ານີ້.

ແຕ່ ອົງການ FBI ໄດ້ເຕືອນວ່າ ຢ່າໃຫ້​ຄວາມ​ສຳ​ຄັນ​ຫຼາຍ​ເກີນ​ໄປ ​ຕໍ່ຂໍ້ມູນ​ນີ້, ໂດຍກ່າວວ່າ ໂຕເລກດັ່ງກ່າວນັ້ນ ແມ່ນຢູ່ບົນພື້ນຖານຄວາມສໍາຄັນຂອງການຄາດຄະເນຕາມສະຖິຕິ.

ອົງການ FBI ກ່າວຢູ່ໃນຖະແຫຼງການວ່າ “ລັກສະນະທີ່ບໍ່ມີຄວາມສໍາຄັນແບບ ທໍາມະຊາດຂອງການສັງເກດ ມີທ່າອ່ຽງວ່າດ້ວຍເຫດໃດ, ເຖິງແມ່ນການອະທິ ບາຍເຫຼົ່ານັ້ນມີການປ່ຽນແປງ, ແຕ່ຂໍ້ຄວາມໂດຍລວມ ແມ່ນຍັງຄົງສອດຄ່ອງກັນ.”

ອົງການ FBI ກ່າວວ່າ ໂດຍລວມແລ້ວ, ມີການກໍ່ອາຊະຍາກໍາຄວາມຮຸນແຮງ ຈໍານວນ 1,326,600 ກໍລະນີໃນປີທີ່ຜ່ານມາ, ເຊິ່ງຫຼຸດລົງ 1 ເປີເຊັນຈາກລະ
ດັບ 1,313,200 ໃນປີ 2020. ອົງການ FBI ກ່າວຕື່ມວ່າ ການລວມກັນໃນການຫຼຸດລົງນັ້ນ ແມ່ນຫຼຸດລົງມາຢ່າງໄວວາເກືອບ 9 ເປີເຊັນກ່ຽວກັບການປຸ້ນຈີ້.

ໃນຂະນະດຽວກັນ, ຈໍານວນໂຕເລກຂອງການຄາດຕະກໍາເພີ້ມຂຶ້ນຈາກ 22,000 ກໍລະນີ​ເປັນ 22,900 ກໍລະນີ ໃນປີ 2021 ເຊິ່ງເພີ້ມຂຶ້ນເຖິງ 4.3 ເປີເຊັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG