ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ທ​ຣຳ ມີ​ຄວາມ​ຮູ້​ສຶກ​ໃນ​ແງ່ບວກ ກ່ຽວ​ກັບ ການ​ສອບ​ສວນ ທ່ານ ຄາ​ແວ​ນໍ ໃໝ່


ຜູ້​ຖືກ​ສະ​ເໜີ​ຊື່​ເປັນ​ຜູ້​ພິ​ພາກ​ສາ​ສານ​ສູງ​ສຸດ ທ່ານ ແບ​ຣັດ​ ຄາ​ແວ​ນໍ ໃຫ້​ປາກ​ຄຳ​ຕ​ໍ່​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ສະ​ພາ​ສູງ ໃນ​ລະ​ຫວ່າງ​ການ​ໃຫ້​ປາກ​ຄຳ ຮັບ​ຮອງ​ຕຳ​ແໜ່ງ​ ໃນ​ຫໍ​ລັດ​ຖະ​ສ​ະ​ພາ ແຄັບ​ປິ​ຕອ​ລ ຮິ​ລ. 27 ກັນ​ຍາ, 2018.
ຜູ້​ຖືກ​ສະ​ເໜີ​ຊື່​ເປັນ​ຜູ້​ພິ​ພາກ​ສາ​ສານ​ສູງ​ສຸດ ທ່ານ ແບ​ຣັດ​ ຄາ​ແວ​ນໍ ໃຫ້​ປາກ​ຄຳ​ຕ​ໍ່​ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ສະ​ພາ​ສູງ ໃນ​ລະ​ຫວ່າງ​ການ​ໃຫ້​ປາກ​ຄຳ ຮັບ​ຮອງ​ຕຳ​ແໜ່ງ​ ໃນ​ຫໍ​ລັດ​ຖະ​ສ​ະ​ພາ ແຄັບ​ປິ​ຕອ​ລ ຮິ​ລ. 27 ກັນ​ຍາ, 2018.

ໃນທ່າມກາງການສືບສວນສອບສວນ ຜູ້ທີ່ທ່ານສະເໜີຂຶ້ນໄປກຳຕຳແໜ່ງຢູ່ໃນສານສູງ
ສຸດຢູ່ນັ້ນ ປະທານາທທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກໍຍັງຄົງສະໜັບສະໜູນທ່ານ
ແບຣັດ ຄາແວນໍ ຢູ່ໂດຍກ່າວວ່າ “ຫວັງວ່າ ໃນຕອນມ້ວນທ້າຍ ທຸກສິ່ງທຸກຢ່າງຈະເປັນ
ໄປດ້ວຍດີ.”

ໃນການກ່າວຕໍ່ພວກນັກຂ່າວ ໃນຕອນບ່າຍວັນເສົາວານນີ້ ທີ່ເດີ່ນຫຍ້າກໍ້າໃຕ້ ທີ່ທຳ
ນຽບຂາວ ກ່ອນອອກເດີນທາງໄປຮ່ວມຊຸມນຸມທາງການເມືອງ ທີ່ລັດ West Virginia
ທີ່ຢູ່ໄກ້ຄຽງນີ້ ທ່ານ ທຣຳ ໄດ້ໃຫ້ຂໍ້ສັງເກດວ່າ ພວກ ແອັຟບີໄອ “ພໍແລ້ວ ເວົ້າລົມກັບໝົດ
ທຸກຄົນແລ້ວ” ທັງພວກແມ່ຍິງທີ່ກ່າວຫາເລື້ອງລວນລາມທາງເພດຕໍ່ທ່ານ ຄາແວນໍ
ແລະ “ຂ້າພະເຈົ້າຄາດວ່າ ມັນຈະລົງເອີຍເປັນຢ່າງດີ ສຳລັບທ່ານຜູ້ພິພາກສາດັ່ງ
ກ່າວ.”

ບໍ່ວ່າທ່ານ ທຣຳ ຈະໄດ້ບອກພວກນັກຂ່າວໄປແນວໃດກໍຕາມ ແຕ່ທຳນຽບຂາວ ກໍຈະ
ຢູ່ໃນຂອບເຂດຂອງ ແອັຟບີໄອ ໃນການສືບສວນສອບສວນຢູ່ ເຊັ່ນເລືື້ອງຂໍ້ກ່າວອ້າງ
ຂອງນາງ ຈູ​ລີ ສ​ເວັດ​ນິກ (Julie Swetnick) ແມ່ຍິງອີກຄົນນຶ່ງ ທີ່ກ່າວຫາທ່ານ ຄາແວ
ນໍ ວ່າປະພຶດບໍ່ຖືກຕ້ອງທາງເພດຕໍ່ນາງຢູ່ໃນງານກິນລ້ຽງແຫ່ງນຶ່ງ ເວລາທີ່ທ່ານພວມ
ຕຽມໂຕ ທີ່ຈະເຂົ້າມະຫາວິທະຍາໄລ, ອີງຕາມລາຍງານຂ່າວນັ້ນ.

ແຕ່ພວກເຈົ້າໜ້າທີ່ຂອງລັດຖະບານ ທຣຳ ປະຕິເສດ ວ່າຕົນບໍ່ໄດ້ຈຳກັດຂອບເຂດ
ຂອງການສອບຖາມ.

ອີງຕາມຖະແຫຼງການສະບັບນຶ່ງນັ້ນ ໂຄສົກທຳນຽບຂາວ ທ່ານ ຣາ​ຈ໌ ຊາ (Raj Shah)
ກ່າວວ່າ “ຂອບເຂດ ແລະ ໄລຍະເວລາ ແມ່ນພວກສະພາສູງເປັນຜູ້ຕັ້ງໄວ້. ທຳນຽບ
ຂາວ ຈະປ່ອຍໃຫ້ພວກ ແອັຟບີໄອ ເຮັດຕາມທີ່ພວກເຂົາເຈົ້າໄດ້ຝຶກແອບມາ.”

ໃນຕອນແລງວັນເສົາວານນີ້ ທ່ານ ທຣຳ ໄດ້ຂຽນລົງໃນ ທວິດເຕີວ່າ “ໂທ​ລະ​ພາບ ແອັນ
ບີຊີ (NBC) ໄດ້ລາຍງານຜິດພາດຕາມເຄີຍວ່າ ຂ້າພະເຈົ້າຈຳກັດການສືບສວນຂອງ
ແອັຟບີໄອ ກ່ຽວກັບ ຜູ້ພິພາກສາ ຄາແວນໍ ແລະ ພວກພະຍານທັງຫາຍ ພຽງແຕ່ບາງ
ບຸກຄົນເທົ່ານັ້ນ. ຄວາມຈິງແລ້ວ ຂ້າພະເຈົ້າຢາກໃຫ້ເຂົາເຈົ້າສຳພາດຜູ້ໃດກໍຕາມ ທີ່
ເຂົາເຈົ້າເຫັນວ່າສົມຄວນ ຕາມຄວາມປະສົງຂອງເຂົາເຈົ້າ. ກະລຸນາແກ້ຄວາມຜິດຂອງ
ພວກທ່ານ.”

ອ່ານ​ຂ​່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG