ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ການ​ກໍ່​ອາ​ຊະ​ຍາ​ກຳ ​ດ້ວຍ​ຄວາມ​ກຽດ​ຊັງ ໃນ​ສະ​ຫະ​ລັດ ສູງ​ເປັນ​ປະ​ຫວັດ​ການ: ບົດ​ເພີ້ມ​ຕື່ມ ຂ​ອງ​​ລາຍ​ງານສັນ​ຕິ​ບານ​ກາງ


​ແຟ້​ມ - ຮູບ​ທີ່​ຖ່າຍ​ເມື່ອ​ວັນ​ທີ 20 ມີ​ນາ 2021 ສະ​ແດງ​ໃຫ້​ເຫັນ​ຜູ້​ຄົນ​ຖື​ປ້າຍ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ​ໄປ​ຮ່ວມ​ການ​ໂຮມ​ຊຸມ​ນຸມ ເພື່ອ​ສະ​ໜັບ​ສະ​ໜຸນ ໃຫ້​ຢຸດ​ເຊົາ​ການ​ກຽດ​ຊັງ​ຄົນ​ເອ​ເຊຍ ທີ່​ອະ​ນຸ​ສາ​ວະ​ລີ ຢ​ູ່​ຈະ​ຕຸ​ລັດ​ໂລ​ແກນ ໃນ​ນະ​ຄອນ​ຊີ​ຄາ​ໂກ.
​ແຟ້​ມ - ຮູບ​ທີ່​ຖ່າຍ​ເມື່ອ​ວັນ​ທີ 20 ມີ​ນາ 2021 ສະ​ແດງ​ໃຫ້​ເຫັນ​ຜູ້​ຄົນ​ຖື​ປ້າຍ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ເຈົ້າ​ໄປ​ຮ່ວມ​ການ​ໂຮມ​ຊຸມ​ນຸມ ເພື່ອ​ສະ​ໜັບ​ສະ​ໜຸນ ໃຫ້​ຢຸດ​ເຊົາ​ການ​ກຽດ​ຊັງ​ຄົນ​ເອ​ເຊຍ ທີ່​ອະ​ນຸ​ສາ​ວະ​ລີ ຢ​ູ່​ຈະ​ຕຸ​ລັດ​ໂລ​ແກນ ໃນ​ນະ​ຄອນ​ຊີ​ຄາ​ໂກ.

ຈຳ​ນວນ​ການ​ກໍ່​ອາ​ຊະ​ຍາ​ກຳ​ດ້ວຍ​ຄວາມ​ກຽດ​ຊັງ ​ໄດ້​ເພີ້ມ​ຂຶ້ນຢ່າງ​ຫຼວງ​ຫຼາຍ​ຢູ່​ໃນ​ສະ​ຫະ​ລັດ ໃນ​ປີ 2021 ຄື​ສູງ​ເປັນ​ປະ​ຫວັດ​ການ​ ເກືອບ 11,000 ກໍ​ລະ​ນີ ອົງ​ການ​ສັນ​ຕິ​ບານ​ກາງ​ຫຼື FBI ຂອງ​ສະ​ຫະ​ລັດ ກ່າວ​ຢູ່​ໃນ​ບົດ​ເພີ້ມ​ຕື່ມ ​ຂອງ​ລາຍ​ງານ​ປະ​ຈຳ​ປີ ​ກ່ຽວ​ກັບ​ອາ​ຊະ​ຍາ​ກຳ​ດ້ວຍ​ຄວາມ​ກຽດ​ຊັງ.

ລາຍ​ງານແຈ້ງ​ວ່າ ​ມີ​ການ​ກໍ່​ອາ​ຊະ​ຍາ​ກຳ​ ດ້ວຍ​ຄວາ​ມ​ກຽດ​ຊັງ 10,840 ກໍ​ລະ​ນີ​ໃນ​ປີ 2021 ອີງ​ຕາມ​ໂຕ​ເລກ​ທີ່​ມີ​ການ​ປັບ​ໂຕ ຊຶ່ງ​ເພີ້ມ​ຂຶ້ນ 31 ເປີ​ເຊັນ ຈາກ​ຈຳ​ນວນ 8,263 ກໍ​ລະ​ນີ ໃນ​ມີການ​ລາຍ​ງານ​ໃນ​ປີ​ກ່ອນ. ກ່ອນ​ໜ້ານີ້ອົງ​ການ FBI ເວົ້າ​ວ່າ ການ​ກໍ່​ອາ​ຊະ​ຍາ​ກຳ​ດ້ວຍ​ຄວາມ​ກຽດ​ຊັງ ໃນ​ປີ 2021 ແມ່ນ​ມີ​ຢູ່ 7,262 ກໍ​ລະ​ນີ ອີງ​ຕາມ​ຂໍ້​ມູນ​ທີ່​ຍັງ​ບໍ່​ຄົບ​ຖ້ວນ.

ການ​ເພີ້ມ​ຂຶ້ນ​ລະ​ຫວ່າງ​ປີ​ຕໍ່​ປີ ໃນ​ການ​ກໍ່​ອາ​ຊະ​ຍາ​ກຳ​ປີ 2021 ແມ່ນ​ເປັນ​ໂຕ​ເລກ​ທີ່​ສູງ​ທີ່​ສຸດ​ໃນ​ຮອບ​ສາມ​ທົດ​ສະ​ວັດ​ກວ່າໆ ອີງ​ຕາມ​ທ່ານບ​ຣາຍ​ອັນ ເລ​ວິນ ຜູ້​ອຳ​ນວຍ​ການ​ສູນ​ກາງ​ການ​ສຶກ​ສາ​ອາ​ຊະ​ຍາ​ກຳ​ດ້ວຍ​ຄວາມ​ກຽດ​ຊັງ​ ແລະ​ຫົວ​ຮຸນ​ແຮງ​ຈັດ​ ທີ່ມະ​ຫາ​ວິ​ທະ​ຍາ​ໄລ​ລັດ​ຄາ​ລີ​ຟໍ​ເນຍ ຢູ່​ເມືອງ​ແຊນ ເບີ​ນາ​ດີ​ໂນ.

ທ່ານ​ເລ​ວິນ ກ່າວ​ໃນ​ການ​ໃຫ້​ສຳ​ພາດ​ຕໍ່​ວີ​ໂອ​ເອ​ວ່າ “ນີ້​ແມ່ນ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໜ້າ​ຢ້ານ​ກົວ​ຂອງຍຸກ​ໃໝ່ທີ່​ພວກ​ເຮົາ​ອາ​ໄສ​ຢູ່​ ໂດຍ​ການ​ມີ​ລະ​ດັບ​ທີ່ສູງ​ຂຶ້ນ​ເປັນ​ປະ​ຫວັດ​ການ​ ໃນ​ຮອບ​ຫຼາຍໆ​ປີ ແລະ​ທຳ​ລາຍ​ສະ​ຖິ​ຕິ​ໃນ​ປີ 2021.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG