ສະມາຊິິກສະພາສູງທີ່ສັງກັດພັກຣີພັບບລີກັນ ໃນວັນພະຫັດວານນີ້ປະກາດໃຫ້ຮູ້ເຖິງ
ຄວາມຢືນຢັດ ແລະຟ້າວຟັ່ງຂອງພວກເພິ່ນ ທີ່ຢາກຮັບຮອງເອົາທ່ານແບຣັດ ຄາແວນໍ,
ຜູ້ທີ່ປະທານາທິບໍດີ ດໍໂນລ ທຣຳ ເລືອກໃຫ້ຂຶ້ນກຳຕຳແໜ່ງ ຜູ້ພິພາກ ສາສານສູງ
ສຸດສະຫະລັດ ທີ່ມີການສູ້ຢັນກັນນັ້ນ, ໂດຍໃຫ້ເຫດຜົນວ່າ ລາຍງານຂອງອົງການ
ສັນຕິບານກາງຫຼື FBI ບໍ່ໄດ້ມີຫລັກຖານສະແດງໃຫ້ເຫັນຄືກັບການກ່າວຫາທີ່ເວົ້າວ່າ
ຜູ້ພິພາກສາທ່ານນັ້ນ ໄດ້ລວນລາມທາງເພດເລີຍ.
ຄາດກັນວ່າ ສະພາສູງຈະຈັດໃຫ້ມີການລົງຄະແນນສຽງກ່ຽວກັບຂັ້ນຕອນຕໍ່ການສະ
ເໜີແຕ່ງຕັ້ງທ່ານ ຄາແວນໍ ໃນວັນສຸກມື້ນີ້ ແລະ ອາດຈະມີການລົງຄະແນນສຽງຂັ້ນ
ສຸດທ້າຍວ່າ ຈະຮັບຮອງເອົາທ່ານຫລືບໍ່ ໃນວັນເສົາມື້ອື່ນນີ້. ເມື່ອອາທິດແລ້ວນີ້ ຄະ
ນະກຳມະການຕຸລາການຂອງສະພາສູງ ໄດ້ສົ່ງການສະເໜີແຕ່ງຕັ້ງດັ່ງກ່າວ ໄປຫາ
ສະມາຊິກສະພາສູງຄົບຊຸດ ໃນເງື່ອນໄຂທີ່ວ່າ ອົງການ FBI ຕ້ອງໄດ້ກວດກາປະ
ຫວັດ ຂອງຜູ້ທີ່ຖືກສະເໜີນັ້ນ ເພີ້ມຕື່ມອີກ.
"ຫວັງຢ່າງຍິ່ງວ່າ, ພວກເຮົາຍັງມີເວລາແຕ່ 48 ຊົ່ວໂມງເທົ່ານັ້ນ, ກໍຈະມີຄົນໃໝ່ ຂຶ້ນ
ກຳຕຳແໜ່ງຜູ້ພິພາກສາສານສູງສຸດແລ້ວ," ນັ້ນຄືຄຳເວົ້າ ຂອງທ່ານ ຈຊັກ ແກຣັສລີ
ປະທານຄະນະກຳມະການຕຸລາການຂອງສະພາສູງ ທີ່ມາຈາກລັດໄອໂອວາ ກ່າວຢູ່
ໃນກອງປະຊຸມຖະແຫລງຂ່າວ ໃນວັນພະຫັດ ວານນີ້.
"ພວກເຮົາຕ້ອງໄດ້ຮັບຮອງເອົາທ່ານໂລດ," ນັ້ນຄືຄຳເວົ້າຂອງສະມາຊິກສະພາສູງ
ສັງກັດພັກຣີພັບບລີກັນ ທ່ານ ອໍຣິນ ແຮດຈ໌ (Orrin Hatch) ຊຶ່ງທ່ານໄດ້ກ່າວເພີ້ມ
ອີກວ່າ "ບໍ່ໃຫ້ມີການເມືອງ ທີ່ທຳລາຍບຸກຄົນ ໂດຍບໍ່ມີເຫດຜົນຫລົງເຫລືອຢູ່ໃນທີ່
ນີ້ໄດ້."
ໃນຂະນະດຽວກັນ ສະມາຊິກພັກເດໂມແຄຣັດ ໄດ້ສາມັກຄີກັນ ເຫັນພ້ອມກັບການ
ຄັດຄ້ານຂອງຜູ້ນຳພັກຂອງພວກເຂົາເຈົ້າຕໍ່ທ່ານ ຄາແວນໍ, ຜູ້ພິພາກສາສານອຸທອນ
ທີ່ການເລື່ອນຊັ້ນຂອງທ່ານ ຂຶ້ນເປັນຜູ້ພິພາກສາສານສູງສຸດ ສາມາດທີ່ຈະຢຶດແໜ້ນ
ແນວທາງອານຸລັກນິຍົມ ທີ່ເປັນສຽງສ່ວນຫລາຍເປັນເວລາ ນານເຖິງຫລາຍທົດສະວັດ.
ສະມາຊິກສະພາສູງໄຮດີ ໄຮແຄມ ສັງກັດພັກເດໂມແຄຣັດ ທີ່ມາຈາກລັດດາໂກຕາ
ເໜືອ ປະກາດວ່າ ທ່ານນາງຈະລົງຄະແນນສຽງຄັດຄ້ານ ຕໍ່ທ່ານ ຄາແວນໍ. ທ່ານນາງ
ບໍ່ໝັ້ນໃຈຕໍ່ "ການໃຊ້ອາລົມ, ຄວາມຊື່ສັດ, ແລະຄວາມທ່ຽງທໍາ," ຂອງຜູ້ທີ່ຖືກສະເໜີ
ໃຫ້ກຳຕຳແໜ່ງທ່ານນີ້ ແລະກ່າວວ່າ "ການກະທຳຂອງພວກເຮົາໃນເວລານີ້ ແມ່ນສັນ
ຍານເຕືອນ ເຖິງຄວາມສະທ້ານສະເທືອນໃຈ ແກ່ຍິງສາວ ແລະແມ່ຍິງ ຢູ່ທົ່ວປະເທດ.
ຂ້າພະເຈົ້າຈະສືບຕໍ່ ລຸກຂຶ້ນຕໍ່ສູ້ເພື່ອພວກເຂົາເຈົ້າ."
ທ່ານນາງ ໄຮແຄມ ປັດຈຸບັນ ມີຄະແນນລາກຫລັງຢູ່ ໃນການຢັ່ງຫາງສຽງ ໃນຂະນະ
ທີ່ທ່ານນາງ ລົງແຂ່ງຂັນເພື່ອໃຫ້ຖືກເລືອກຕັ້ງຄືນອີກຢູ່ລັດດາໂກຕາເໜືອ, ທີ່ທ່ານ
ທຣຳ ໄດ້ຮັບໄຊຊະນະຢ່າງງ່າຍດາຍ ໃນປີ 2016. ການປະກາດດັ່ງກ່າວຂອງທ່ານ
ນາງ ໄດ້ເຮັດໃຫ້ມີແຕ່ສະມາຊິກສະພາ ທີ່ສັງກັດພັກເດໂມແຄຣັດ ຄົນດຽວເທົ່ານັ້ນ
ທີ່ຍັງບໍ່ສາມາດຕັດສິນໃຈໄດ້ເທື່ອ ນັ້ນກໍຄືທ່ານ ໂຈ ແມນຊິນ (Joe Manchin)
ຈາກລັດເວຈີເນຍຕາເວັນຕົກ.
ສະມາຊິກສະພາສູງສັງກັດພັກຣີພັບບລີກັນ ສອງຄົນ ໃນຈຳນວນສາມຄົນ ທີ່ບໍ່ມີ
ຄວາມມຸ້ງໝັ້ນຕໍ່ການລົງຄະແນນສຽງຮັບຮອງເອົາທ່ານ ຄາແວນໍ ກ່າວຕໍ່ພວກນັກ
ຂ່າວ ພາຍຫລັງໄດ້ທົບທວນເບິ່ງລາຍງານຂອງອົງການ FBI ແລ້ວ.
ສະມາຊິກສະພາສູງຊູແຊນ ຄອລລິນສ໌ (Susan Collins) ຈາກລັດເມນ ເອີ້ນເອກະສານ
ດັ່ງກ່າວວ່າ ເປັນເອກະສານ "ທີ່ລະອຽດຖີ່ຖ້ວນ," ໃນຂະນະທີ່ ທ່ານ ແຈັຟ ເຟລກ ຈາກ
ລັດອາຣີໂຊນາ ກ່າວວ່າ "ພວກເຮົາບໍ່ເຫັນວ່າ ມີຂໍ້ມູນ ເພີ້ມເຕີມໃດໆ ທີ່ສະແດງໃຫ້ເຫັນ
ວ່າ ເປັນຄືການກ່າວຫານັ້ນ."