ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການ FBI ເປີດເຜີຍ ວີດີໂອ ໃນການຍິງທ້າວ Finicum ຕາຍ ທີ່ລັດ Oregon


US Ranch Stand Off
please wait
Embed

No media source currently available

0:00 0:00:39 0:00

ອົງການ​ສັນຕິ​ບານ​ກາງ ຫລື FBI ຂອງ​ສະຫະລັດ ​ໄດ້​ນຳ​ເອົາ​ວີ
​ດີ​ໂອ​ກ່ຽວ​ກັບ​ການ​ຍິງ​ກຸ່ມ​ຄອບ​ຄອງ​ທີ່​ດິນ​ຕິດ​ອາວຸດ​ຄົນ​ນຶ່ງ​ເສຍ
​ຊີວິດ ທີ່​ເຂດ​ອະນຸ​ລັກ​ສັດ​ປ່າ​ຂອງ​ລັດຖະບານ​ໃນ​ລັດ Oregon
ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ສະຫະລັດ ອອກ​ມາ​ເຜີຍ​ແຜ່.

​ທ່ານ Greg Bretzing ໂຄສົກ​ຂອງ​ອົງການ FBI ກ່າວວ່າ ວີ​ດີ
​ໂອ​ດັ່ງກ່າວ​ນີ້​ໄດ້​ຖືກ​ນຳ​ອອກ​ມາ​ເຜີຍ​ແຜ່ກໍ​ເພື່ອ​ເຫັນ​ແກ່​ຄວາ​ມ
​ໂປ່​ງ​ໃສເພື່ອ​ຕໍ່ຕ້ານ​ການ​ກ່າວ​ອ້າງ​ທີ່​ບໍ່​ຖືກຕ້ອງ​ແລະ​ສ້າງ​ຄວາມ
​ໂກດ​ແຄ້ນ​ຢ່າງ​ແຮງ ກ່ຽວ​ກັບ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ ​ໃນ​ການ​ຍິງ​ທ້າວ
Robert Finicum ​ຕາຍ.

ວີ​ດີ​ໂອ​ ທີ່​ຖ່າຍ​ຈາກ​ເຮືອບິນ ​ໂດຍ​ອົງການ FBI ສະ​ແດງ​ໃຫ້​ເຫັນ​ວ່າ ທ້າວ Finicum ​ໄດ້​
ອອກ​ມາ​ຈາກ​ລົດ ພ້ອມ​ດ້ວຍ​ຍົກ​ມື​ຂຶ້ນ ​ແຕ່​ທ່ານ Bretzing ກ່າວ​ວ່າ ຢ່າງ​ໜ້ອຍ​ໃນ​ສອງ​
ໂອກາດ​ ທ້າວ Finicum ​ໄດ້​ເອົາ​ມືເຂົ້າ​ໄປ​ໃນ​ຖົງ​ຂ້າງ​ຊ້າຍ​ຂອງ​ເສື້ອ​ແຈັກເກັດ​ຂອງ​ລາວ.

​ໂຄສົກ​ເວົ້າວ່າ ທ້າວ Finicum ທີ່​ເປັນເຈົ້າຂອງຟາມລ້ຽງສັດ ໃນລັດ Arizona ມີ​ປືນສັ້ນ
​ເກົ້າມິນລີ​ແມັດ ພ້ອມ​ດ້ວຍ​ລູກປືນ​ເຕັມ ຢູ່​ໃນ​ຖົງຂອງ​ຜູ້ກ່ຽວ.

XS
SM
MD
LG