ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

FBI ໄດ້ຮັບການແຈ້ງ ຈາກຫຼາຍຄົນ ກ່ຽວກັບ ການຂົ່ມຂູ່ ໂຈມຕີ ບໍ່ເທົ່າໃດນາທີ ກ່ອນໜ້າ ທີ່ເຫດການຮ້າຍແຮງດັ່ງກ່າວຈະເກີດຂຶ້ນ

ຜູ້ຍິງຄົນນຶ່ງ ວາງດອກໄມ້ໄວ້ ໃນອະນຸສອນສະຖານ ຢູ່ແຄມທາງ ທີ່ຍາວອອກໄປ ຈາກວັດຊາວຢິວ ຊາບາດ ຂອງເມືອງໂພເວ ລັດຄາລີຟໍເນຍ, ວັນທີ 29 ເມສາ 2019.
ຜູ້ຍິງຄົນນຶ່ງ ວາງດອກໄມ້ໄວ້ ໃນອະນຸສອນສະຖານ ຢູ່ແຄມທາງ ທີ່ຍາວອອກໄປ ຈາກວັດຊາວຢິວ ຊາບາດ ຂອງເມືອງໂພເວ ລັດຄາລີຟໍເນຍ, ວັນທີ 29 ເມສາ 2019.

ຊາຍຄົນນຶ່ງ ຖືກຟ້ອງໃນຂໍ້ຫາຄາດຕະກຳ ທີ່ກ່ຽວຂ້ອງກັບ ການໂຈມຕີທີ່ຮ້າຍແຮງ ໃນ
ວັນເສົາຜ່ານມາ ຢູ່ທີ່ວັດຊາວຢິວໃນລັດຄາລີຟໍເນຍ ຂອງສະຫະລັດ ນັ້ນ ແມ່ນມີກຳນົດ
ຈະໄປຂຶ້ນສານ ໃນວັນອັງຄານມື້ນີ້.

ທ້າວຈອນ ເອີຣເນັສຕ໌ ອາຍຸ 19 ປີ ຈະໄປປາກົດໂຕຕໍ່ໜ້າຜູ້ພິພາກສາ ໃນເມືອງແຊນ
ດີເອໂກ ຊຶ່ງຜູ້ກ່ຽວຈະຖືກແຈ້ງໃຫ້ຊາບ ກ່ຽວກັບຂໍ້ຫາຕ່າງໆຂອງຜູ້ກ່ຽວ ທີ່ປະກອບດ້ວຍ
ນຶ່ງກະທົງຂອງການຂ້າຄົນຕາຍຂັ້ນຮ້າຍແຮງທີ່ສຸດ ແລະ 3 ກະທົງຂອງການພະຍາຍາມ
ຂ້າຄົນຕາຍຂັ້ນຮ້າຍແຮງທີ່ສຸດ.

ບັນດາສະມາຊິກຂອງວັດຊາວຢິວ ພາກັນໂອບອ້ອມກອດກັນ ເພື່ອສະແດງຄວາມເສຍໃຈ ແລະໃຫ້ກຳລັງໃຈຊຶ່ງກັນແລະກັນ ຢູ່ທີ່ວັດຊາວຢິວ ຊາບາດ ຂອງເມືອງໂພເວ, ວັນທີ 27 ເມສາ 2019, ລັດຄາລີຟໍເນຍ.
ບັນດາສະມາຊິກຂອງວັດຊາວຢິວ ພາກັນໂອບອ້ອມກອດກັນ ເພື່ອສະແດງຄວາມເສຍໃຈ ແລະໃຫ້ກຳລັງໃຈຊຶ່ງກັນແລະກັນ ຢູ່ທີ່ວັດຊາວຢິວ ຊາບາດ ຂອງເມືອງໂພເວ, ວັນທີ 27 ເມສາ 2019, ລັດຄາລີຟໍເນຍ.

ເຈົ້າໜ້າທີ່ພິທັກກົດໝາຍຂອງສະຫະລັດ ໄດ້ກ່າວໃນວັນຈັນວານນີ້ ວ່າ ຕົນໄດ້ຮັບການ
ແຈ້ງ ຈາກຫຼາຍຄົນ ກ່ຽວກັບການຂົ່ມຂູ່ໃນສື່ສັງຄົມ ທີ່ໄດ້ຖືກນຳລົງໄປນັ້ນ 5 ນາທີ ກ່ອນ
ການໂຈມຕີ ຊຶ່ງໄດ້ສັງຫານຄົນຜູ້ນຶ່ງ ແລະເຮັດໃຫ້ອີກ 3 ຄົນ ໄດ້ຮັບບາດເຈັບ ແຕ່ເຈົ້າ
ໜ້າທີ່ ໄດ້ກ່າວວ່າ ບໍ່ມີເວລາພຽງພໍ ຫຼື ລາຍລະອຽດຕ່າງໆ ທີ່ຈະສະກັດກັ້ນການຍິງສັງ
ຫານໄດ້.

ອົງການສັນຕິບານກາງ FBI ໄດ້ກ່າວວ່າ ຕົນໄດ້ຮຽນຮູ້ເຖິງເລື້ອງ ກ່ຽວກັບການຂົ່ມຂູ່
ທີ່ໄດ້ຖືກນຳມາລົງ ໃນສື່ສັງຄົມໂດຍບຸກຄົນ ທີ່ບໍ່ລະບຸຊື່ ຜ່ານເວັບໄຊ ສຳລັບແຈ້ງໃຫ້
ຊາບ ໂດຍທາງໂທລະສັບ ບໍ່ເທົ່າໃດນາທີ ກ່ອນໜ້າການໂຈມຕີ ຕໍ່ໂບດ ຊາບາດ
ຂອງເມືອງໂພເວ (Chabad of Poway) ຢູ່ໃກ້ໆກັບເມືອງແຊນດີເອໂກ.

ອົງການ FBI ໄດ້ກ່າວວ່າ ບັນດາພະນັກງານຂອງຕົນ ໄດ້ເອົາມາດຕະການໃນທັນທີ
ເພື່ອທີ່ຈະລະບຸໂຕ ຜູ້ທີ່ໄດ້ຂຽນຂໍ້ຄວາມລົງໃນສື່ສັງຄົມ ແລະເພື່ອທີ່ຈະໄດ້ຮຽນຮູ້ວ່າ
ສະຖານທີ່ແຫ່ງໃດຕົກເປັນໄພຂົ່ມຂູ່ນັ້ນ ແຕ່ໄດ້ກ່າວວ່າ ການຍິງສັງຫານ ໄດ້ເກີດຂຶ້ນ
ແລ້ວ ກ່ອນທີ່ພວກເຂົາເຈົ້າ ຈະສາມາດຫາຄຳຕອບໄດ້.

ຣາບາຍ ຢິສໂຣແອລ ໂກລສຕີນ (Rabbi Yisroel Goldstein) ກາງ ຜູ້ທີ່ໄດ້ຮັບບາດເຈັບ, ເດີນທາງມາຮອດ ກອງປະຊຸມຖະແຫລງຂ່າວ ຢູ່ທີ່ ວັດຊາວຢິວ ຊາບາດ ຂອງເມືອງໂພເວ (Chabad of Poway synagogue), ວັນທີ 28 ເມສາ 2019, in Poway, California.

ຕຳຫຼວດເມືອງແຊນດີເອໂກ ໄດ້ກ່າວວ່າ ທ້າວເອີຣເນັສຕ໌ ປາກົດວ່າ ໄດ້ເຂົ້າໄປໃນ
ໂບດດັ່ງກ່າວ ໃນວັນເສົາຜ່ານມາ ແລະໄດ້ເປີດສາກ ຍິງເຂົ້າໃສ່ດ້ວຍອາວຸດປືນທະຫານ
ແບບສະໄຕ AR.

ພວກນັກສືບສວນສອບສວນ ໄດ້ກ່າວວ່າ ທ້າວເອີຣເນັສຕ໌ ໄດ້ຂຽນປະກາດ ກ່ຽວກັບ
ຄວາມກຽດຊັງແລະຄຽດແຄ້ນ ຕໍ່ຊາວຢິວ ລົງໃນສື່ສັງຄົມ ໃນບາງເວລາ ກ່ອນໜ້າການ
ຍິງສັງຫານ ຊຶ່ງໃນນັ້ນ ຜູ້ກ່ຽວໄດ້ຍົກຍ້ອງພວກທີ່ຖືກກ່າວຫາໃນການໂຈມຕີຮ້າຍແຮງ
ໃນວັດຊາວອິສລາມ ຢູ່ນິວຊີແລນ ແລະການສັງຫານໝູ່ໃນວັດຊາວຢິວ ທີ່ເມືອງ
ພິດສເບີກ ເມື່ອເດືອນຕຸລາ ປີກາຍນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG