ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າ​ໜ້າ​ທີ່ເອັ​ຟ​ບີ​ໄອ ​​ກວດ​ຄົ້ນເຮືອນ ໃນ​ວໍ​ຊິງ​ຕັນ ແລະ​​ນິວຢອກ ທີ່​ເຊື່ອມໂຍງ ​ກັບທ່ານເດິ​ຣິ​ປັສ​ກາ ທີ່​ເປັນ​ຜູ້ມີອິດທິພົນ ​ຢູ່​ຣັດ​ເຊຍ


ເຈົ້າໜ້າທີ່​ FBI ຄົນ​ນຶ່ງ​ຢືນ​ຍາມ​ໃນ​ຂະ​ນະ​ທີ່​ອົງ​ການ​ FBI ບຸກ​ເຂົ້າ​ກວດ​ຄົ້ນຄະ​ລື​ຫາດ​ ຂອງ​ທ່ານ Oleg Deripaska ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 19 ຕຸ​ລາ, 2021
ເຈົ້າໜ້າທີ່​ FBI ຄົນ​ນຶ່ງ​ຢືນ​ຍາມ​ໃນ​ຂະ​ນະ​ທີ່​ອົງ​ການ​ FBI ບຸກ​ເຂົ້າ​ກວດ​ຄົ້ນຄະ​ລື​ຫາດ​ ຂອງ​ທ່ານ Oleg Deripaska ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 19 ຕຸ​ລາ, 2021

ເຈົ້າໜ້າທີ່​ສັນ​ຕິ​ບານ​ກາງ​ ຫລື FBI ໃນ​ວັນ​ພະ​ຫັດ​ແລ້ວນີ້ ໄດ້ບຸກ​ເຂົ້າ​ກວດ​ຄົ້ນເຮືອນ​ຫລາຍ​ຫລັງ​ຢູ່​ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ ແລະ​ນະ​ຄອນ​ນິວຢອກທີ່​ເຊື່ອມໂຍງ​ກັບ​ທ່ານໂອ​ເລກ ເດິ​ຣິ​ປັສ​ກາ (Oleg Deripaska) ມະຫາເສດຖີພັນລ້ານຂອງ ຣັດເຊຍ ທີ່ມີຄວາມສຳພັນກັບວັງ​ເຄ​ຣມ​ລິນ ແລະກັບ​ທ່ານພອ​ລ ແມ​ນາ​ຝອດ​ທ໌ (Paul Manafort), ຜູ້​ທີ່​ຄັ້ງ​ນຶ່ງ​ເຄີຍ​ເປັນປະທານໃນການໂຄສະນາຫາສຽງໃຫ້​ແກ່ທ່ານ​ດໍ​ໂນ​ລທ​ຣຳ ໃນ​ການ​ແຂ່ງ​ຂັນ​ເປັນປະທານາທິບໍດີສະຫະລັດ ປີ 2016, ອີງ​ຕາມ​ອົງ​ການ​ຂ່າວ​ຣອຍ​ເຕີສ໌ (Reuters).

ທ່ານ Oleg Deripaska, ມະ​ຫາ​ເສດ​ຖີຣັດ​ເຊຍກຳ​ລັງ​ຈະ​ເຂົ້າ​ປະ​ຊຸມຢູ່​ໃນ​ພະ​ລາດ​ຊະ​ວັງ Konstantinovsky ໃນ​ເມືອງ St. Petersburg ຂອງ​ຣັດ​ເຊຍ​ໃນ​ວັນ​ທີ 9 ສິງ​ຫາ, 2016
ທ່ານ Oleg Deripaska, ມະ​ຫາ​ເສດ​ຖີຣັດ​ເຊຍກຳ​ລັງ​ຈະ​ເຂົ້າ​ປະ​ຊຸມຢູ່​ໃນ​ພະ​ລາດ​ຊະ​ວັງ Konstantinovsky ໃນ​ເມືອງ St. Petersburg ຂອງ​ຣັດ​ເຊຍ​ໃນ​ວັນ​ທີ 9 ສິງ​ຫາ, 2016

ບັນ​ດາເຈົ້າໜ້າທີ່ໄດ້ຂົນເອົາກ່ອງຫລາຍ​ອັນອອກມາຈາກຄະ​ລື​ຫາດຫຼັງນຶ່ງໃນຄຸ້ມບ້ານທີ່ຮັ່ງມີທີ່ສຸດຂອງນະ​ຄອນ​ຫລວງວໍຊິງຕັນທີ່ມີສາຍເທັບສີເຫລືອງທີ່​ຂຽນ​ວ່າ "ບ່ອນ​ທີ່​ມີການກໍ່ອາຊະຍາກໍາ, ຫ້າມເຂົ້າ" ຢູ່​ອ້ອມເດີ່ນທາງໜ້າບ້ານ, ແລະແກ່ເອົາລົດອອກໄປ.

ໂຄສົກຂອງສັນ​ຕິບານກາງສະຫະລັດຢືນຢັນວ່າ ອົງການດັ່ງກ່າວກຳລັງດຳເນີນກິດຈະກຳ​ການບັງຄັບໃຊ້ກົດໝາຍທີ່ໄດ້ຮັບອະນຸຍາດຢູ່ທີ່ເຮືອນຫລັງ​ນັ້ນ, ເຊິ່ງໜັງສືພິມ Washington Post ໄດ້ລາຍງານຜ່ານມາວ່າມີການເຊື່ອມ ໂຍງກັບຜູ້ມີອຳນາດຂອງຣັດເຊຍ.

ເຫດຜົນສະເພາະເຈາະ​ຈົງ​ຂອງການປິດລ້ອມ ແລະເຂົ້າກວດຄົ້ນອາຄານໃນວໍຊິງຕັນ ແມ່ນບໍ່ເປັນທີ່ຈະແຈ້ງໃນທັນທີທັນ​ໃດ​ເທື່ອ, ແລະໂຄສົກຂອງ FBI ບໍ່ໄດ້ໃຫ້ລາຍລະອຽດ.

ຜູ້ຕາງໜ້າຂອງທ່ານ​ເດີ​ຣີ​ປັ​ສ​ກາ (Deripaska) ກ່າວວ່າເຮືອນຫລັງ​ນັ້ນ ພ້ອມ​ກັນກັບເຮືອນທີ່​ຢູ່ໃນນິວຢອກ, ເປັນຂອງຍາດພີ່ນ້ອງຂອງຜູ້ມີອຳນາດສູງ. ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (Reuters) ບໍ່ສາມາດກຳນົດໄດ້ໃນທັນທີທັນ​ໃດເທື່ອ​ວ່າ ທ່ານ​ເດີ​ຣີ​ປັ​ສ​ກາ (Deripaska) ຢູ່​ໃສ​.

ໂຄສົກຄົນນຶ່ງຂອງຫ້ອງການພາກສະໜາມຂອງ FBI ໃນນະຄອນນິວຢອກໄດ້ ຢືນຢັນວ່າ ມີ​ການດຳ​ເນີນ “ກິດຈະກຳບັງຄັບໃຊ້ກົດໝາຍ” ຢູ່ໃນເຮືອນທີ່​ຕັ້ງ​ຢູ່ໃນຄຸ້ມບ້ານກ​ຣີນ​ວີ​ສ ຫລື Greenwich Village ຂອງນະຄອນນິວຢອກ ແຕ່ໄດ້ປະຕິເສດ ທີ່​ຈະ​ໃຫ້ຄຳເຫັນໃດໆ​ເພີ້ມເຕີມ.

ທ່ານ​ເດີ​ຣີ​ປັ​ສ​ກາ (Deripaska), ອາ​ຍຸ 53 ປີ, ໄດ້ຢູ່ພາຍໃຕ້ການລົງໂທດ ຂອງສະຫະລັດ ນັບຕັ້ງແຕ່ປີ 2018. ວໍຊິງຕັນໄດ້ວາງມາດຕະການລົງໂທດ ຕໍ່ທ່ານແລະຊາວຣັດເຊຍທີ່ມີອິດທິພົນຄົນອື່ນໆ​ອີກ ຍ້ອນ​ວ່າມີຄວາມສໍາພັນ ກັບປະທານາທິບໍດີຣັດເຊຍ, ທ່ານວ​ລາ​ດິ​ເມຍ ປູ​ຕິນ ຫຼັງຈາກມີການກ່າວຫາວ່າ ຣັດເຊຍແຊກແຊງເຂົ້າໃນການເລືອກຕັ້ງປີ 2016.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG