ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອົງການ FBI ຈ່າຍເງິນ ຫຼາຍກວ່າ ລ້ານໂດລາ​ ເຈາະເບິ່ງ iPhone ຜູ້ກໍ່ການຮ້າຍ


ໂທລະສັບ iPhone ຖ່າຍໃກ້ໆກັບເຄື່ອງໝາຍຂອງບໍລິສັດ Apple.
ໂທລະສັບ iPhone ຖ່າຍໃກ້ໆກັບເຄື່ອງໝາຍຂອງບໍລິສັດ Apple.

ຜູ້ອຳນວຍການ​ອົງການ​ສັນຕິ​ບານ​ກາງ ຫລື FBI ຂອງ​ສະຫະລັດ ​ກ່າວ​ວ່າ ຫ້ອງການ​ຂອງ​ທ່ານໄດ້​ຈ່າຍ​ເງິນ​ຫຼາຍກວ່າ 1 ລ້ານ​ໂດ​ລາສຳ​ລັບ​ເຄື່ອງມື​ເຈາະ​ຂໍ້​ມູນ ​ເພື່ອ​ເຈາະ​ຜ່ານ​ການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ ຂອງໂທລະ​ສັບ iPhone ທີ່​ໃຊ້​ໂດຍມື​ປືນ ​ທີ່ກໍ່​ການ​ຮ້າຍ ຢູ່​ເມືອງ San Bernadino ​ໃນ​ລັດແຄ​ລີ​ຟໍ​ເນຍ.

​ໃນການ​ຖະ​ແຫລງ ທີ່​ກອງ​ປະຊຸມ​ຄວາມ​ໝັ້ນຄົງ ​ທີ່​ນະຄອນຫຼວງລອນ​ດອນ​ໃນ​ວັນ​ພະຫັດ​ວານ​ນີ້ຜູ້ອຳນວຍການ​ອົງການ FBI ທ່ານ James Comey ບໍ່​ຍອມ​ແຈ້ງ​ໃຫ້​ຊາບ​ເປັນ​ໂຕ​ເລກ​ທີ່​ຄັກ​ແນ່​ວ່າ ​ໄດ້​ມີ​ການ​ຈ່າຍ​ເງິນ ​ຫຼາຍປານ​ໃດ ຫລື​ຜູ້ໃດ ​ເປັນ​ຜູ້​ຊ່ອຍ ​ໃນ​ການ​ແກ້​ໄຂ​ບັນຫາ​ດັ່ງກ່າວ ​ແຕ່​ທ່ານ​ກໍ​ເວົ້າວ່າ ​ເງິນ​ທີ່​ຈ່າຍ​ໄປນັ້ນ​ແມ່ນ​ຫຼາຍກວ່າ​ເງິນ​ເດືອນ​ຂອງ​ທ່ານ ​ສຳລັບ 7 ປີ​ຕໍ່ໜ້າຊຶ່ງ​ເປັນ​ຊ່ວງ​ເວລາທີ່​ເຫຼືອ​ໃນ​ການ​ດຳລົງ​ຕຳ​ແໜ່​ງຂອງ​ທ່ານ​. ຜູ້ອຳນວຍ ການ​ອົງການ FBI ​ມີ​ລາຍ​ໄດ້ 180,000 ​ໂດ​ລາ ​ຕໍ່​ປີ ຊຶ່ງ​ໝາຍ​ຄວາມ​ວ່າ ຫ້ອງການ​ຂອງ​ທ່ານ​ໄດ້​ຈ່າຍ​ເງິນ​ໄປ 1 ລ້ານ 2 ​ແສນ 6 ໝື່ນ​ໂດ​ລາ ຫຼືຫລາຍ​ກວ່າ​ນັ້ນ.

ບໍລິສັດ Apple ​ແລະ​ ກະຊວງຍຸຕິ​ທຳ ຂອງ​ສະຫະລັດ ​ໄດ້​ຕໍ່ສູ້​ກັນ​ຢ່າງ​ເປັນ​ການ​ເປີດ​ເຜີ​ຍ​ເປັນ​ເວລາ 43 ມື້ ກ່ຽວ​ກັບ​ການ​ປະຕິ​ເສດ​ບໍ່ຍອມ​ໃຫ້ການ​ຮ່ວມ​ມື​ຂອງບໍລິສັດ​ດັ່ງກ່າວເຮັດ​ເຄື່ອງມື​ໃຫ້ເຈົ້າໜ້າ​ທີ່ FBI ​ເຈາະ​ເຂົ້າ​ໄປ​ເບິ່ງ​ມີ​ຫຍັງ​ແດ່​ຢູ່​ໃນ​ໂທລະສັບ​ຂອງ​ມື​ປືນທີ່​ອາດ​ສາມາດຊ່ອຍ​ໃນ​ການ​ສືບສວນ​ກ່ຽວ​ກັບ​ການ​ໂຈມ ຕີ​ກໍ່ການ​ຮ້າຍ​ ເມື່ອ​ເດືອນທັນວາ ​ທີ່​ໄດ້​ສັງຫານ 14 ຄົນ. ບໍລິສັດ Apple ​ໄດ້​ກ່າວ​ປ້ອງ​ກັນ ​ການ​ປະຕິ​ເສດ ບໍ່​ຍອມ​ໃຫ້ການ​ຮ່ວມ​ມືຂອງ​ຕົນ ​ໂດຍ​ເວົ້າວ່າ ການສ້າງ​ເຄື່ອງມື​ ອາດ​ຈະ​ບັງຄັບ​ໃຫ້​ທາງ​ບໍລິສັດ​ເຮັດ​ໃຫ້​ລະບົບ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຂອງ​ຕົນ​ອ່ອນ​ແອ​ລົງ.

ທ່ານ Comey ກ່າວ​ວ່າ ການ​ເປີດ​ເຜີຍ​ກ່ຽວ​ກັບ​ການ​ປະ​ເຊີນ​ໜ້າ​ດັ່ງກ່າວ​ນີ້​ໄດ້ກະຕຸກ​ຊຸກ ຍູ້​ຕະຫລາດ​ເປັນ​ບາງ​ສ່ວນ ​ເພື່ອເຈາະ​ເຂົ້າ​ໄປ​ໃນ​ຂໍ້​ມູນ​ຂອງ​ໂທລະສັບ iPhone ຊະນິດ​ດຽວ​ກັບ​ທີ່​ອົງການ FBI ມີ​ຢູ່​ໃນ​ຄວາມ​ຄອບ​ຄອງ​ນັ້ນ.

ທ່ານ​ກ່າວ​ວ່າ ມີ​ບາງ​ຄົນ​ໄດ້​ຕິດ​ຕໍ່​ມາ​ຫາ​ພວກ​ເຮົາ​ຈາກ​ຂ້າງ​ນອກ​ລັດຖະບານ ​ແລະກ່າວ​ ວ່າ ພວກ​ເຮົາ​ຄິດ​ວ່າ​ພວກ​ເຮົາ​ມີ​ຄຳ​ຕອບ​ກ່ຽວ​ກັບ​ເລື້ອງນີ້.

US FBI Apple
please wait
Embed

No media source currently available

0:00 0:00:47 0:00

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG