ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານນາງ Clinton ກ່າວວ່າ FBI ຕ້ອງເປີດເຜີຍ ຂໍ້ມູນທັງໝົດ ກ່ຽວກັບ ອີແມລໃໝ່


Hillary Clinton Speaks to FBI Reopening Email Investigation
please wait

No media source currently available

0:00 0:01:03 0:00

ຜູ້​ສະໝັກ​ເປັນ​ປະທານາທິບໍດີ​ພັກ​ເດ​ໂມ​ແຄຣັດ ທ່ານ​ນາງ Hillary Clinton ​ໄດ້​ຖະ​ແຫຼງ ກ່ຽວ​ກັບ​ການ​ປະກາດ​ ໃນ​ການ​ສືບສວນ ຂອງ​ອົງ​ການສັນຕິ​ບານ​ກາງ ຫຼື FBI ສະຫະລັດ ທີ່​ວ່າຕົນ​ໄດ້​ຄົ້ນພົບ​ອີ​ແມ​ລ​ໃໝ່​ທີ່​ພົວພັນ​ກັບ​ການ​ໃຊ້​ເຄື່ອງ​ບໍລິການ​ອີແມ​ລ​ເອກ​ກະ​ຊົນ​ໃນ​ຂະນະ​ທີ່​ທ່ານ​ນາງ​ ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ​ແລະ​ຄົ້ນຫາ​ຄວາມ​ຈິງ​ກ່ຽວ​ກັບ​ເລື້ອງນີ້.

ທ່ານ​ນາງ Clinton ​ໄດ້​ຖະ​ແຫລງຕໍ່​ສື່​ມວນ​ຊົນ ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫລັງ​ຈາກ​ການ​ປະກາດ​ຂອງຜູ້ອຳນວຍການ​ ອົງການ FBI ທ່ານ James Comey ທີ່​ກ່າວ​ວ່າ ອີແມ​ລ​ເຫຼົ່ານີ້​ໄດ້​ຖືກ​ຄົ້ນພົບ​ ໃນ​ການ​ສືບສວນ​ອີກ​ຄະດີ​ນຶ່ງ ​ທີ່​ອາດ​ມີ​ຜົນ​ກະທົບ​ຕໍ່​ທ່ານນາງ Clinton.

ທ່ານນາງ Hillary Clinton ຖະແຫຼງທີ່ໂຮງຮຽນມັດທະຍົມປາຍ Theodore Roosevelt ໃນເມືອງ Des Moines ລັດ Iowa. (ຕຸລາ 28 2016)
ທ່ານນາງ Hillary Clinton ຖະແຫຼງທີ່ໂຮງຮຽນມັດທະຍົມປາຍ Theodore Roosevelt ໃນເມືອງ Des Moines ລັດ Iowa. (ຕຸລາ 28 2016)

ທ່ານ​ນາງ Clinton ຮຽກຮ້ອງ​ໃຫ້​ອົງການ FBI ​ເປີດ​ເຜີຍ​ຂໍ້​ມູນ​ທັງ​ໝົດ​ກ່ຽວຂ້ອງກັບ​ການ​ສືບສວນ​ໃນ​ການຄົ້ນພົບ​ໃໝ່ ​ໂດຍ​ກ່າວ​ວ່າ “ພວກ​ເຮົາ​ຂໍ​ຮຽກຮ້ອງ​ໃຫ້​ອົງການ FBI ​ເປີດ​ເຜີຍ​ຂໍ້​ມູນ​ທັງ​ໝົດ​ທີ່​ຕົນ​ມີ​ຢູ່. ​ແມ່ນ​ແຕ່​ຜູ້ອຳນວຍການ Comey ກໍ​ໃຫ້​ຂໍ້​ສັງ​ເກດ​ວ່າ ຂໍ້​ມູນ​ໃໝ່​ດັ່ງກ່າວ​ນີ້ ອາດ​ບໍ່​ມີ​ຄວາມ​ສຳຄັນ​ໃດໆ​ເລີຍ ສະນັ້ນຈຶ່ງ​ຄວນ​ເປີດ​ເຜີຍ​ໃຫ້​ທຸກ​ຄົນຮູ້.”

ພ້ອມ​ນີ້ ທ່ານ​ນາງ​ຍັງ​ກ່າວ​ວ່າ ທ່ານ​ນາງ​ມີ​ຄວາມ​ເຊື່ອ​ໝັ້ນວ່າ ການ​ສືບສວນ​ໃໝ່​ນີ້ ຈະ​ບໍ່​ປ່ຽນ​ແປງ​ຜົນ​ສະຫລຸບ​ທີ່ອົງການ FBI ​ໄດ້​ໃຫ້​ໄປ​ແລ້ວ ກ່ຽວ​ກັບ​ຄະດີ​ຂອງທ່ານ​ນາງ​ເມື່ອ​ເດືອນ​ກໍລະກົດ​ຜ່ານ​ມາ ຊຶ່ງ​ໃນ​ເວລາ​ນັ້ນ ທ່ານ Comey ກ່າວ​ວ່າ ທ່ານ​ນາງ Clinton ມີ​ຄວາມ​ເລີ້ນ​ເລີ້ບໍ່​ລະມັດລະວັງ​ເປັນ​ທີ່​ສຸດ​ກ່ຽວ​ກັບການ​ເກັບ​ຮັກສາ​ອີ​ແມ​ລຂອງ​ລັດຖະບານ ​ໂດຍໃຊ້​ເຄື່ອງ​ບໍລິການ​ຂອງ​ເອກ​ກະ​ຊົນ ​ແຕ່​ກໍ​ກ່າວ​ວ່າ ບໍ່​ມີ​ຫລັກ​ຖານ​ໃດໆ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າທ່ານ​ນາງ​ໄດ້​ແບ່ງປັນ​ຂໍ້​ມູນ​ລັບ ​ໃຫ້​ແກ່​ພັກ​ຝ່າຍ​ທີ່​ບໍ່​ໄດ້​ຮັບ​ອະນຸຍາດ ​ດ້ວຍ​ຄວາມ​ຕັ້ງ​ໃຈ ​ແລະ​ພະຍາຍາມ​ປົກ​ປິດ​ກ່ຽວ​ກັບ​ເລື້ອງນີ້.

Republican Candidate Trump Comments Clinton Email Probe
please wait

No media source currently available

0:00 0:01:58 0:00

ຫລັງ​ຈາກ​ກ່ຽວ​ກັບ​ການ​ສືບສວນ​ໄດ້​ມີ​ການ​ເປີດ​ເຜີຍ​ໃນ​ມື້ວານ​ນີ້​ແລ້ວຍັງ​ມີລາຍ​ງານ​ເພີ້ມ ຕື່ມ​ກ່ຽວ​ກັບ​ຫລັກ​ຖານ​ໃໝ່ ​ໃນ​ການ​ສືບສວນ​ຂອງ​ລັດຖະບານ​ກາງ​ ຕໍ່​ອະດີດສະມາຊິກ​ສະພາ​ລັດ​ນິວຢອກ ທ່ານ Antony Weiner ທີ່​ໄດ້​ແຕ່ງງານ​ກັບ ຜູ້​ຊ່ວຍ​ຄົນ​ສຳຄັນ​ຂອງ​ທ່ານ​ນາງ Clinton ຄື​ທ່ານ​ນາງ Huma Abedin.

ທ່ານ Weiner ​ໄດ້ຖືກ​ສືບສວນຍ້ອນ​ເວົ້າ​ເລື້ອງ​ເພດ​ສຳພັນ​ກັບ​ເດັກ​ຍິງ​ທີ່​ອາຍຸ​ຕ່ຳ​ກວ່າ​ກະ ສຽນ ​ທີ່​ລັດ North Corolina. ​ເວລາ​ນີ້ ທ່ານ​ ແລະ​ທ່ານ​ນາງ Abedin​ໄດ້​ແຍກ​ທາງ​ກັນ​ແລ້ວ.

​ແຫຼ່ງຂ່າວ​ຂອງ​ລັດຖະບານ​ແຈ້ງ​ໃຫ້​ຊາບ​ໃນ​ວັນ​ສຸກ​ວານ​ນີ້ວ່າ ອົງການ FBI​ ​ໄດ້​ຄົ້ນພົບອີ​ແມ​ລ​ໃໝ່​ຈາກ​ເຄື່ອງ​ບໍລິການ​ເອກ​ກະ​ຊົນ​ ຂອງ​ທ່ານ​ນາງ Clinton ຫຼັງຈາກ​ອົງການ FBI​ ​ໄດ້​ຍຶດ​ເອົາ​ເຄື່ອງ​ບໍລິການ​ຂອງ​ທ່ານ Weiner ​ແລະທ່ານນາງ Abedin​.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG