ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະ​ຕິ​ບັດງານ ທີ່ນໍາໂດຍອົງການ FBI ໄດ້ທັບມ້າງລະບົບລັກເຈາະຂໍ້ມູນຄອມພິວເຕີ້ ທີ່ມີຊື່ສຽງໃນທາງບໍ່ດີ


ແຟ້ມຮູບ-ສໍານັກງານໃຫຍ່ ອົງການສັນຕິບານກາງ ຫຼື FBIທີ່ຕັ້ງຢູ່ໃນນະຄອນຫຼວງວໍຊິງຕັນ, ວັນທີ 13 ສິງຫາ 2022.
ແຟ້ມຮູບ-ສໍານັກງານໃຫຍ່ ອົງການສັນຕິບານກາງ ຫຼື FBIທີ່ຕັ້ງຢູ່ໃນນະຄອນຫຼວງວໍຊິງຕັນ, ວັນທີ 13 ສິງຫາ 2022.

ການ​ປະ​ຕິ​ບັດງານລະດັບໂລກ ທີ່ນໍາໂດຍອົງການສັນຕິບານກາງ ຫຼື FBI ​ຂອງ​ສະ​ຫະ​ລັດ ໄດ້ທັບມ້າງນຶ່ງໃນອຸປະກອນອາຊະຍາກໍາທາງດ້ານໄຊເບີ້ ທີ່ມີຊື່ສຽງໃນທາງບໍ່ດີທີ່ສຸດ ໂດຍນໍາໃຊ້ໂດຍພວກອາຊະຍາກອນ ເພື່ອ​ປ່ອຍ​ໄວ​ຣັ​ສ​ໃສ່ລະ ບົບຄອມພິວເຕີ້, ດໍາເນີນການໂຈມຕີດ້ວຍ​ແຣນ​ຊຳ​ແວ ແລະລັກບັນດາຂໍ້ມູນທີ່ລະອຽດອ່ອນ.

ອົງການ FBI ແລະບັນດາອົງການພາຄີສາກົນຂອງຕົນ ໄດ້ທໍາລາຍລະບົບ​ພື້ນ​ຖານໂຄງ​ລ່າງຂອງ Qakbot ແລະໄດ້ຢຶດເງິນ​ຄ​ຣິບ​ໂຕຂອງຜົນກໍາໄລທີ່ຜິດກົດໝາຍເກືອບ 9 ລ້ານໂດລາ ລະຫວ່າງປະຕິບັດງານໃນມື້ວັນສຸກທີ່ຜ່ານມາ,ໂດຍເຈົ້າໜ້າທີ່ໄດ້ປະກາດອອກມາໃນວັນອັງຄານວານນີ້.

Qakbot, ເປັນລະບົບເຊື່ອມຕໍ່ ແລະລະບົບທໍາລາຍຄອມພິວເຕີ ທີ່ສະຫຼັບຊັບ ຊ້ອນ ໂດຍປ່ອຍ​ໄວ​ຣັ​ສ​ເຂົ້າໃນລະບົບຄອມພິວເຕີ້ຫຼາຍກວ່າ 700,000 ໜ່ວຍ ຢູ່ໃນທົ່ວໂລກ, ເຊິ່ງໄດ້ສ້າງຄວາມເສຍຫາຍມາໄດ້ເກືອບ 15 ປີແລ້ວ.

ລະບົບ Software ທີ່ເປັນອັນຕະລາຍ ຫຼືຮູ້ໃນອີກຊື່ນຶ່ງວ່າ Qbot, ເຊິ່ງໄດ້ເຮັດໃຫ້ພວກຫຼັກເຈາະຂໍ້ມູນ ສາມາດດໍາເນີນການລັກໂຈມຕີ ເຂົ້າໃນລະບົບຄອມພິວເຕີ້ໄດ້ ແລະສາມາດລັກເອົາເງິນຈາກບັນດາຜູ້ເຄາະຮ້າຍ ໄດ້ຫຼາຍລ້ານໂດລາ.

ທໍາອິດ ລະບົບເຊື່ອມຕໍ່ຄອມພິວເຕີ້ດັ່ງ​ກ່າວ ໄດ້ເລີ້ມຕົ້ນຂຶ້ນໃນປີ 2008 ໃນຖາ ນະເຄື່ອງມືທີ່ນໍາໃຊ້ເພື່ອລັກເອົາຂໍ້ມູນປະຈໍາໂຕຢູ່ໃນລະບົບທະນາຄານ, ແລະມີການພັດທະນາຂຶ້ນ ເປັນເວລາຫຼາຍປີ ຈົນກາຍມາເປັນອາວຸດທີ່ມີອໍານາດສູງ ເພື່ອກໍ່ອາຊະຍາກໍາທາງດ້ານໄຊເບີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG