ລາຍງານວ່າ ຕົວເລກຂອງການກໍ່ອາດຊະຍາກຳຍ້ອນຄວາມກຽດຊັງ ຢູ່ໃນສະຫະລັດ
ເພີ້ມຂຶ້ນ 17 ເປີເຊັນ ໃນປີກາຍນີ້ ຊຶ່ງເປັນການເພີ້ມຂຶ້ນ ຫລາຍທີ່ສຸດ ນັບແຕ່ປີ 2001
ທີ່ມີການຈີ້ເຮືອບິນໂດຍຜູ້ກໍ່ການຮ້າຍ ໃນວັນທີ 11 ເດືອນ 9 ທີ່ພາໃຫ້ມີການໂຈມຕີ
ຕໍ່ຄົນອາເມຣິກັນ ທີ່ເປັນມຸສລິມ ແລະມີເຊື້ອສານອາຣັບ ນັ້ນ ເປັນຕົ້ນມາ.
ອົງການປະຕິບັດກົດໝາຍຂອງສະຫະລັດລາຍງານວ່າ ມີການກໍ່ອາດຊະຍາກຳ ຍ້ອນ
ຄວາມກຽດຊັງ ທັງໝົດ 7,175 ກໍລະນີ ໃນປີ 2017 ຊຶ່ງເພີ້ມຂຶ້ນ ຈາກ 6,121 ລາຍໃນ
ປີ 2016 ແລະເປັນການເພີ້ມຂຶ້ນພາຍໃນສາມປີຕິດຕໍ່ກັນ, ອີງຕາມຄຳເວົ້າຂອງອົງການ
ສັນຕິບານກາງ ຫລື FBI ທີ່ຂຽນຢູ່ໃນບົດລາຍງານທີ່ພິມເຜີຍແຜ່ໃນວັນອັງຄານວານນີ້.
ມີເຫດການຫລາຍກວ່າ 60 ເປີເຊັນໄດ້ຖືກຈັດວ່າ ເປັນການກໍ່ອາດຊະຍາກຳຍ້ອນ
ຄວາມກຽດຊັງ ເຊັ່ນການ ທຳຮ້າຍຮ່າງກາຍ ແລະການນາບຂູ່.
ພວກໄດ້ຮັບເຄາະຮ້າຍແມ່ນເປັນຄົນຢູ່ໃນທຸກຂົງເຂດຂອງສັງຄົມໂດຍທີ່ຄົນອາເມຣິກັນ
ເຊື້ອສາຍອາຟຣິກາແລະຄົນຢີວ ແມ່ນເປົ້າໝາຍຂອງການໂຈມຕີເລື້ອຍ ກວ່າໝູ່ທີ່ສຸດ.
ຢູ່ໃນການກໍ່ອາດຊະຍາກຳທີ່ເກີດຂຶ້ນຍ້ອນມີອະຄະຕິທັງໝົດ 34 ປະເພດທີ່ທາງອົງການ
FBI ຕິດຕາມເບິ່ງມີລາຍງານວ່າ ມີ 5 ປະເພດເທົ່ານັ້ນ ທີ່ມີທ່າອ່ຽງເພີ້ມຂຶ້ນ.
ບົດລາຍງານດັ່ງກ່າວໄດ້ເຜີຍແຜ່ອອກມາໃນເວລາ 2 ອາທິດ ຫລັງຈາກມືປືນ ຄົນນຶ່ງໄດ້
ສັງຫານ 11 ຄົນ ຢູ່ໃນໂບດຂອງຊາວຢີວໃນເມືອງພີສເບີກ ຊຶ່ງພາໃຫ້ພວກສະໜັບສະ
ໜູນສິດທິພົນລະເມືອງຕ້ອງຕິລັດຖະບານທ່ານທຣຳ ທີ່ບໍ່ໄດ້ກະທຳການໃດໆ ຫລາຍ
ກວ່ານັ້ນ ເພື່ອລະງັບກະແສຟອງຂອງຄວາມກຽດຊັງທີ່ພຸ່ງຂຶ້ນນັ້ນໄວ້.
ປະທານາທິບໍດີ ດໍໂນລ ທຣຳ ໄດ້ປະນາມການສັງຫານໝູ່ດັ່ງກ່າວໂດຍເວົ້າວ່າ ມັນເປັນ
ການເຜີຍໂສມໜ້າ "ຄວາມກຽດຊັງກັນຢູ່ໃນປະເທດ" ແລະຮຽກຮ້ອງໃຫ້ມີການດັດປັບ
ກົດໝາຍປະຫານຊີວິດ ໃຫ້ເຄັ່ງຄັດຂຶ້ນກວ່າເກົ່າ.
ຢູ່ໃນຖະແຫຼງການສະບັບນຶ່ງນັ້ນ, ທ່ານ ແມັດ ວິດເທກເກີ (Matt Whitaker) ຜູ້ຮັກສາ
ການລັດຖະມົນຕີກະຊວງຍຸຕິທຳ ເອີ້ນບົດລາຍງານ ນັ້ນວ່າ "ເປັນການຮຽກຮ້ອງໃຫ້ເອົາ
ມາດຕະການ" ແລະໃຫ້ສັນຍາວ່າ "ພວກເຮົາຈະເອົາໃຈໃສ່ຕໍ່ຄຳຮຽກຮ້ອງນັ້ນ."
ທ່ານ ວິດເທກເກີ ກ່າວວ່າ "ຂ້າພະເຈົ້າຮູ້ສຶກເສົ້າໃຈ ເມື່ອເຫັນວ່າມີການກໍ່ອາດຊະຍາກຳ
ຍ້ອນຄວາມກຽດຊັງຕໍ່ຕ້ານພວກຖືສາສະໜາຢີວເພີ້ມຂຶ້ນ ຊຶ່ງເປັນການກໍ່ອາດຊະຍາກຳ
ຍ້ອນຄວາມກຽດຊັງທາງສາສະໜາທີ່ມັກເກີດຂຶ້ນຫລາຍທີ່ສຸດຢູ່ໃນສະຫະລັດຢູ່ແລ້ວ
ສະພາບການນັ້ນ ຍັງຖືກບັນທຶກເປັນຢ່າງດີຢູ່ໃນບົດລາຍງານນີ້ຢູ່.” ທ່ານກ່າວອີກວ່າ
"ຄົນອາເມຣິກັນ ສາມາດໝັ້ນໃຈໄດ້ໂລດວ່າ ກະຊວງ ນີ້ໄດ້ເອົາມາດຕະການທີ່ສຳຄັນ
ແລະເຮັ່ງຮີບ ເພື່ອຕໍ່ຕ້ານການກໍ່ອາດຊະຍາກຳເຫລົ່ານີ້ ແລະໝັ້ນໃຈໄດ້ວ່າພວກເຮົາຈະ
ໃຫ້ການປົກປ້ອງສິດຂອງພວກເຂົາເຈົ້າເປັນຢ່າງດີ ແລະຢ່າງມີປະສິດທິພາບ."
ສະຖິຕິ ການກໍ່ອາດຊະຍາກຳ ຍ້ອນຄວາມອະຄະຕິ ໃນປີ 2017 ຢູ່ ສຫລ