ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ FBI ກ່າວວ່າ ການກໍ່ອາຊະຍາກຳ ດ້ວຍຄວາມຄຽດຊັງ ເພີ່ມຂຶ້ນ 2.7 ເປີເຊັນ ໃນປີ 2019


ແມ່ຍິງຄົນນຶ່ງຍ່າງຜ່ານປ້າຍ "No Place For Hate" ໃນຮ້ານແຫ່ງນຶ່ງຢູ່ໝູ່ບ້ານ ສະເກີໂຮ ຮິລ, ລັດ ເພັນຊິລເວເນຍ. 11 ກຸມພາ, 2019.
ແມ່ຍິງຄົນນຶ່ງຍ່າງຜ່ານປ້າຍ "No Place For Hate" ໃນຮ້ານແຫ່ງນຶ່ງຢູ່ໝູ່ບ້ານ ສະເກີໂຮ ຮິລ, ລັດ ເພັນຊິລເວເນຍ. 11 ກຸມພາ, 2019.

ເຫດການອາຊະຍາກຳຄວາມຄຽດຊັງໄດ້ເພີ້ມຂຶ້ນ 2.7 ເປີເຊັນປີກາຍນີ້, ເປັນການເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບດົນກວ່ານຶ່ງທົດສະວັດ, ອີງຕາມການກ່າວຂອງອົງການສັນຕິບານກາງ ຫຼື FBI ໃນລາຍງານສະບັບໃໝ່.

ມີເຫດການອາຊະຍາກຳຄວາມຄຽດຊັງ 7,314 ຄັ້ງໃນປີກາຍນີ້, ເຊິ່ງເພີ່ມຂຶ້ນຈາກ 7,120 ຄັ້ງໃນປີ 2018, ເປັນຕົວເລກທີ່ສູງທີ່ສຸດຂອງເຫດການດັ່ງກ່າວ ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ, ອີງຕາມລາຍງານທີ່ໄດ້ເປີດເຜີຍໃນວັນຈັນວານນີ້.

ເຖິງແມ່ນຈະຫຼຸດລົງໜ້ອຍນຶ່ງໃນປີ 2018 ກໍຕາມ, ອາຊະຍາກຳຄວາມຄຽດຊັງ ແມ່ນໄດ້ເພີ່ມຂຶ້ນເກືອບ 21 ເປີເຊັນໃນລະຫວ່າງສາມປີທຳອິດຂອງລັດຖະບານປະທານາທິບໍດີ ດໍໂນລ ທຣຳ, ເປັນໄລຍະທີ່ຖືກພິຈາລະນາວ່າ ເປັນການເພີ້ມຂຶ້ນຂອງຂະບວນການຂວາຈັດທີ່ໃຊ້ຄວາມຮຸນແຮງ. ໃນຂະນະທີ່ທ່ານ ທຣຳ ໄດ້ປະນາມພວກຄົນຜິວຂາວ ທີ່ຄິດວ່າຕົນເປັນຍອດມະນຸດນັ້ນ, ບັນດາຜູ້ສັງ ເກດການລັດທິຫົວຮຸນແຮງໄດ້ກ່າວຢໍ້າວ່າ ອາຊະຍາກຳຄວາມຄຽດຊັງໄດ້ເພີ່ມຂຶ້ນຕໍ່ກຸ່ມທີ່ຖືກໃສ່ຮ້າຍໂດຍທ່ານປະທານາທິບໍດີ. ຕົວຢ່າງ ອາຊະຍາກຳຄວາມຄຽດຊັງຕໍ່ຊາວອາເມຣິກາລາຕິນ ໄດ້ເພີ່ມຂຶ້ນ 53 ເປີເຊັນ ໃນລະຫວ່າງການດຳລົງຕຳແໜ່ງສາມປີທຳອິດຂອງທ່ານ ທຣຳ, ອີງຕາມຂໍ້ມູນຂອງອົງການ FBI.

ທ່ານ ບຣາຍອັນ ເລວິນ, ຜູ້ອຳນວຍການໃຫຍ່ຂອງສູນກາງເພື່ອການສຶກສາ ກ່ຽວກັບ ຄວາມຄຽດ ຊັງ ແລະ ລັດທິຫົວຮຸນແຮງຢູ່ມະຫາວິທະຍາໄລລັດ ຄາລິຟໍເນຍ ໄດ້ກ່າວວ່າ “ການເພີ່ມຂຶ້ນຄັ້ງຫຼ້າສຸດໃນອາຊະຍາກຳຄວາມຄຽດຊັງ ໄດ້ສົ່ງສັນຍານໃຫ້ເຫັນທັດສະນະທີ່ໂຫດຮ້າຍຄັ້ງໃໝ່, ເຊິ່ງການໂຈມຕີທີ່ໄດ້ແນເປົ້າໃສ່ກຸ່ມຜູ້ເຄາະຮ້າຍສັບປ່ຽນກັນບໍ່ພຽງແຕ່ແມ່ນຜົນໃນການເພີ່ມຂຶ້ນເທົ່ານັ້ນ, ແຕ່ການເພີ່ມຂຶ້ນຍັງຖືກຜັກດັນໂດຍການໂຈມຕີຢ່າງກະຈັດກະຈັດກວ້າງຂວາງທີ່ມີຄວາມຮຸນແຮງທີ່ສຸດ.”

ອົງການ FBI ໄດ້ອະທິບາຍອາຊະຍາກຳຄວາມຄຽດຊັງດັ່ງກັບການກໍ່ອາຊະຍາກຳທີ່ຖືກກະຕຸ້ນໂດຍເຊື້ອຊາດຜິວພັນ, ຊົນເຜົ່າ, ບັນພະບູລຸດ, ສາສະໜາ, ລົດຊະນິຍົມທາງເພດ, ຄວາມພິການ, ເພດ ແລະ ລັກສະນະທາງເພດ.

ເຖິງແມ່ນວ່າອາຊະຍາກຳຄວາມຄຽດຊັງສ່ວນຫຼາຍແມ່ນບໍ່ມີຄວາມຮຸນແຮງ, ລາຍງານໄດ້ສະແດງໃຫ້ເຫັນການເພີ່ມຂຶ້ນໃນການໂຈມຕີທີ່ໃຊ້ຄວາມຮຸນແຮງເຊັ່ນການທຳຮ້າຍຮ່າງກາຍ ແລະ ຄາດ ຕະກຳ.

ການຄາດຕະກຳທີ່ຖືກກະຕຸ້ນໂດຍຄວາມຄຽດຊັງໄດ້ເພີ່ມຂຶ້ນຫຼາຍກວ່າສອງເທົ່າເປັນສະຖິຕິ 51 ເປີເຊັນ, ເຊິ່ງຖືກຜັກດັນໂດຍການໂຈມຕີທີ່ຖືກດຳເນີນໂດຍພວກຄົນຜິວຂາວທີ່ຄິດວ່າຕົນເປັນຍອດມະນຸດ, ລວມທັງການສັງຫານໝູ່ໃນເດືອນສິງຫາ 2019 ຢູ່ຮ້ານຊັບພະສິນຄ້າໃນເມືອງ ແອລ ປາໂຊ ທີ່ມີໃຫ້ 23​ ຄົນເສຍຊີວິດ.

ປີກາຍນີ້ໄດ້ເປັນຂີດໝາຍຂອງການເພີ່ມຂຶ້ນຂອງການຄາດຕະການທີ່ຖືກກະຕຸ້ນ ໂດຍຄວາມຄຽດ ຊັງເປັນປີທີສາມລຽນຕິດ. ອີງຕາມຂໍ້ມູນທີ່ຖືກເກັບກຳໂດຍສູນກາງເພື່ອສຶກສາ ກ່ຽວກັບ ຄວາມຄຽດຊັງ ແລະ ລັດທິຫົວຮຸນແຮງນັ້ນ, ການ ຄາດຕະກຳທີ່ຖືກກະທຳໂດຍພວກຄົນຜິວຂາວທີ່ຄິດວ່າຕົນເປັນຍອດມະນຸດ ແລະ ພວກຂວາຈັດຫົວຮຸນແຮງຍັງໄດ້ເພີ່ມຂຶ້ນເປັນປີທີສາມລຽນຕິດໃນປີກາຍນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG