ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່ FBI: ມື​ປືນ ໃນ​ລັດ​ ເທັກ​ຊັ​ສ ລົງ​ມື​ໂຈມ​ຕີ ຜູ້​ດຽວ


ເຈົ້າ​ໜ້າ​ທີ່​ບັງ​ຄັບ​ໃຊ້​ກົດ​ໝາຍ ເຂົ້າ​ກວດ​ກາຈຸດ​ເກີດ​ເຫດຂອງ​ການ​ຍິງ​ກັນ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ, ເມືອງ ໂອ​ເດັ​ສ​ຊາ, ລັດ ເທັກ​ຊັ​ສ. 1 ກັ​ນ​ຍາ, 2019.
ເຈົ້າ​ໜ້າ​ທີ່​ບັງ​ຄັບ​ໃຊ້​ກົດ​ໝາຍ ເຂົ້າ​ກວດ​ກາຈຸດ​ເກີດ​ເຫດຂອງ​ການ​ຍິງ​ກັນ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ, ເມືອງ ໂອ​ເດັ​ສ​ຊາ, ລັດ ເທັກ​ຊັ​ສ. 1 ກັ​ນ​ຍາ, 2019.

ເຈົ້າ​ໜ້າ​ທີ່ FBI ເວົ້າ​ວ່າ ມື​ປືນ​ຜູ້​ທີ່​ໄດ້​ສັງ​ຫານ 7 ຄົນ ແລະ ບາດ​ເຈັບ 22 ຄົນ​ໃນ​ເມືອງ
ໂອເດັສຊາ, ລັດ ເທັກຊັສ ໃນວັນເສົາທີ່ຜ່ານມາໄດ້ລົງມືເຮັດພຽງຜູ້ດຽວ ແລະ ເບິ່ງຄືວ່າ
ຈະບໍ່ມີສາຍພົວພັນກັບກຸ່ມກໍ່ການຮ້າຍໂລກ ຫຼື ພາຍໃນປະເທດແຕ່ຢ່າງໃດ.

ມື​ປືນ​ຄົນ​ດັ່ງ​ກ່າວ​ໄດ້​ຈີ້​ເອົາ​ລົດ​ຕູ້​ສົ່ງ​ໄປ​ສະ​ນີ ແລະ ໄດ້​ຍິງ​ປືນ​ໃສ່ລົດ​ຄັນ​ອື່ນ​ໃນ​ຂະ​ນະ​ທີ່​
ລາວໄດ້ຂັບມັນຢູ່ຕາມທາງຫຼວງ ກ່ອນທີ່ຕຳຫຼວດຈະຍິງລາວເສຍຊີວິດ.

ຜູ້​ທີ່​ເສຍ​ຊີ​ວິດ​ລວມ​ມີ​ໄວ​ລຸ້ນ​ຄົນ​ນຶ່ງ. ເຈົ້າ​ໜ້າ​ທີ່​ສາມ​ຄົນ​ແມ່ນ​ລວມ​ຢູ່​ໃນ​ຈຳ​ນວນ​ຜູ້​ບາດ
ເຈັບນັ້ນ. ເດັກຍິງອາຍຸ 17 ເດືອນກໍໄດ້ຮັບບາດເຈັບເຊັ່ນກັນ, ລາວສູນເສຍແຂ້ວຫຼາຍ
ເຫຼັ້ມ ແລະ ເຮັດໃຫ້ລາວມີຮູຢູ່ລີ້ນ ແລະ ສົບ.

ຜູ້​ບັນ​ຊາ​ການ​ຕຳຫຼວດ​ເມືອງ ໂອ​ເດັ​ສ​ຊາ ທ່ານ ໄມ​ເກິ​ລ ເກີກ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານ
ນີ້ວ່າ “ມັນຍັງບໍ່ມີຄຳຕອບທີ່ແນ່ນອນສຳລັບແຮງຈູງໃຈ ແລະ ເຫດຜົນໃນຈຸດນີ້.” ທ່ານ
ເວົ້າວ່າ “ແຕ່ພວກເຮົາແນ່ໃຈວ່າ ຄົນຮ້າຍໄດ້ລົງມືເຮັດຄົນດຽວ.”

ທ່ານ ເກີກ ໄດ້​ປະ​ຕິ​ເສດ​ທີ່​ຈະ​ເປີດ​ເຜີຍ​ຊື່​ຂອງ​ມື​ປືນ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​
ຂ່າວໃນວັນອາທິດວານນີ້, ໂດຍເວົ້າວ່າ ບໍ່ຢາກໃຫ້ລາວມີຊື່ສຽງໃນທາງທີ່ບໍ່ດີ.

ແຕ່​ບັນ​ດາ​ຕຳຫຼວດ​ໄດ້​ລະ​ບຸ​ຕົວ​ລາວ​ວ່າ ​ທ້າວ ເຊັດ ເອເຕີ ອາ​ຍຸ 36 ປີ.

ການ​ຄາດ​ຕະ​ກຳ​ໃນ​ວັນ​ເສົາ​ແລ້ວນີ້​ໄດ້​ເລີ່ມ​ຂຶ້ນ​ເມື່ອ​ຕຳຫຼວດ​ລັດ ເທັກ​ຊັ​ສ ໄດ້​ກັກ​ລົດ​
ຂອງມືປືນ ສຳລັບການບໍ່ເປີດສັນຍານກ່ອນລ້ຽວຊ້າຍຢູ່ທາງຫຼວງ. ລາວໄດ້ຍິງປືນຍາວ
ຢູ່ແວ່ນທາງຫຼັງຂອງລົດລາວ ເຮັດໃຫ້ເຈົ້າໜ້າທີ່ຄົນນຶ່ງບາດເຈັບ.

ມື​ປືນ​ໄດ້​ແລ່ນ​ໜີ ແລະ ລັກ​ເອົາ​ລົດ​ສົ່ງ​ໄປ​ສະ​ນີ, ແລ້ວ​ຍິງ​ປືນ​ໃສ່​ລົດ​ຄັນ​ອື່ນໆ​ຢ່າງບໍ່​
ເລືອກໜ້າ ກ່ອນຖືກປ້ອມເຂົ້າມູມ ແລະ ຖືກຍິງເສຍຊີວິດຢູ່ເດີ່ນຈອດລົດຂອງໂຮງລະ
ຄອນແຫ່ງນຶ່ງ. ຕຳຫຼວດເວົ້າວ່າລາວອາດແລ່ນເຂົ້າໄປໃນໂຮງລະຄອນ ເຊິ່ງຈະເຮັດ
ໃຫ້ມີການນອງເລືອກຕື່ມອີກ ຖ້າລາວບໍ່ຖືກຂ້າຕາຍຢູ່ນອກ.

ການ​ຍິງ​ກັນ​ຄັ້ງຫຼ້າ​ສຸດ​ໄດ້​ມີ​ຂຶ້ນ​ສອງ​ສາມ​ອາ​ທິດ ຫຼັງ​ຈາກ​ການ​ຍິງ​ສັງ​ຫານ​ໝູ່​ສອງ​ຄັ້ງ​
ໃນວັນດຽວກັນຢູ່ຮ້ານຊັບພະສິນຄ້າ ວອລມາດ ໃນເມືອງ ແອລ ປາໂຊ ລັດເທັກຊັສ
ແລະ ຢູ່ເຂດບັນເທີງກາງຄືນໃນເມືອງ ເດຕັນ ລັດ ໂອໄຮໂອ ທີ່ໄດ້ເຮັດໃຫ້ 31 ຄົນ
ເສຍຊີວິດ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ຍົກ​ຍ້ອງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ສຳ​ລັບ​
ການຕອບສະໜອງຢ່າງວ່ອງໄວຂອງເຂົາເຈົ້າໃນວັນເສົາທີ່ຜ່ານມາ, ໂດຍເອີ້ນມັນວ່າ
“ເປັນສະຖານະການທີ່ຫຍຸ້ງຍາກຫຼາຍ ແລະ ເສົ້າ.”

ທ່ານ ທ​ຣຳ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ​ລັດ​ຖະ​ສະ​ພາ​ຕ້ອງ​ໄດ້​ຄິດຫຼາຍ​ຢ່າງ​ແທ້ໆ.
ເຂົາເຈົ້າໄດ້ເຮັດວຽກໜັກ. ຂ້າພະເຈົ້າຄິດວ່າພວກທ່ານຈະໄດ້ເຫັນສິ່ງທີ່ໜ້າສົນໃຈ
ຕາມມາ.”

ແຕ່​ທ່ານ​ໄດ້​ກ່າວ​ວ່າ ທ່ານບໍ່​ເຊື່ອ​ວ່າການກວດ​ການ​ປະ​ຫວັດ​ສຳ​ລັບ​ຜູ້​ຊື້​ປືນຫຼາຍ​ຂຶ້ນ
ເຊິ່ງສະມາຊິກສະພາຫຼາຍຄົນໄດ້ຮຽກຮ້ອງນັ້ນ ຈະຢຸດການຍິງກັນໄດ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG