ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ FBI ຢ້ານວ່າ ຈະເກີດການໂຈມຕີແບບປະສານກັນ ໃນດິນແດນຂອງ ສະຫະລັດ


ຜູ້ອຳນວຍການອົງການ FBI ທ່ານ ຄຣິສໂຕເຟີ ເວຣ ໃຫ້ການຕໍ່ອະນຸກຳມະການຈັດສັນງົບປະມານສະພາຕໍ່າ ສະຫະລັດ ຢູ່ຫໍລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, 11 ເມສາ 2024.
ຜູ້ອຳນວຍການອົງການ FBI ທ່ານ ຄຣິສໂຕເຟີ ເວຣ ໃຫ້ການຕໍ່ອະນຸກຳມະການຈັດສັນງົບປະມານສະພາຕໍ່າ ສະຫະລັດ ຢູ່ຫໍລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, 11 ເມສາ 2024.

ຄວາມ​ໝັ້ນ​ໃຈ​ທີ່​ເພີ່ມ​ຂຶ້ນ​ໂດຍ​ພວກ​ຜູ້​ສະ​ໜັບ​ສະ​ໜູນ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ ລັດ​ອິ​ສ​ລາມ ໄດ້​ສະ​ທ້ອນ​ໃຫ້​ເຫັນ​ໃນ​ກາ​ນ​ຂົ່ມ​ຂູ່​ທາ​ງ​ອອນ​ໄລ​ນ໌​ຕໍ່​ທະ​ວີບ ຢູ​ໂຣບ ທີ່​ໄດ້​ປະ​ສານ​ກັບ​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ຢູ່​ຫໍ​ຈັດ​ງານ​ສະ​ແດງ​ຄອນ​ເສີດ​ໃນ ຣັດ​ເຊຍ​ ແມ່ນ​ກຳ​ລັງ​ເຮັດ​ໃຫ້​ບັນ​ດາ​ເຈົ້າ​ໜ້າທີ່​ຮັກ​ສາ​ຄວາມ​ປອດ​ໄພ​ໃນ ສະ​ຫະ​ລັດ ມີ​ຄວາມ​ເປັນ​ຫ່ວງ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ແລະ ບັງ​ຄັບ​ໃຊ້​ກົດ​ໝາຍ​ໄດ້​ມີ​ຄວາມ​ເປັນ​ຫ່ວງ​ມາ​ແຕ່​ດົນ​ນານ​ແລ້ວ ກ່ຽວ​ກັບ ກຸ່ມ​ນ້ອຍໆ ຫຼື ບຸກ​ຄົນ​ທີ່​ໄດ້​ຮັບ​ແຮງ​ບັນ​ດານ​ໃຈ​ຈາກ​ການ​ວາງ​ແຜນ​ກໍ່​ການ​ຮ້າຍ​ໃນ​ທົ່ວ​ໂລກ ເພື່ອ​ດຳ​ເນີນ​ການ​ໂຈມ​ຕີ​ໃນ ສະ​ຫະ​ລັດ. ແຕ່​ຜູ້​ອຳ​ນວຍ​ການ​ອົງ​ການ FBI ທ່ານ ຄ​ຣິ​ສ​ໂຕ​ເຟີ ເວ​ຣ (Wray) ແມ່ນ​ມີ​ກຳ​ນົດ​ທີ່ບອກ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ບາງ​ສິ່ງ​ທີ່​ໜ້າ​ເປັນ​ຫ່ວງກວ່າ​ອາດ​ກຳ​ລັງ​ມີ​ການ​ກະ​ກຽມ​ຢູ່.

ທ່ານ ເວ​ຣ ໄດ້​ເຕືອນ​ໃນ​ພິ​ທີ​ທີ່​ຖືກ​ກະ​ກຽມ​ໄວ້, ໂດຍ​ໃຊ້​ຊື່​ຫຍໍ້​ສຳ​ລັບ​ສາ​ຂາ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ​ໃນ ອັ​ຟ​ກາ​ນິ​ສ​ຖານ ວ່າ “ຕອນນີ້​ຄວາມ​ເປັນ​ຫ່ວງ​ຍິ່ງ​ຂຶ້ນ​ແມ່ນ​ຄວາມ​ເປັນ​ໄປ​ໄດ້​ສຳ​ລັບ​ການ​ໂຈມ​ຕີ​ປະ​ສານ​ກັນ​ຢູ່​ທີ່ນີ້​ໃນ​ປະ​ເທດ, ຄື​ກັບ​ການ​ໂຈມ​ຕີ​ຂອ​ງ​ພວກ ISIS-K ທີ່​ເຮົາ​ໄດ້​ເຫັນ​ຢູ່ຫໍ​ຈັດ​ຄອນ​ເສີດ​ ຣັດ​ເຊຍ ເມື່ອ​ບໍ່​ເທົ່າ​ໃດ​ອາ​ທິດ​ທີ່​ຜ່ານ​ມາ.”

ພຽງ​ສອງ​ສາມ​ວັນ​ທີ່​ຜ່ານ​ມານີ້, ອົງ​ການ​ຕຳຫຼວດ​ທັງຫຼາຍ​ໃນ​ທົ່ວ ຢູ​ໂຣບ ໄດ້​ເພີ່ມ​ການ​ຮັກ​ສາ​ຄວາມ​ປອດ​ໄພຫຼັງ​ຈາກ​ສື່ມວນ​ຊົນ​ໄດ້​ເຊື່ອມ​ໂຍງ​ພວກ​ລັດອິ​ສ​ລາມ, ເຊິ່ງ​ຮູ້​ຈັກ​ກັນ​ດັ່ງ​ກັບ IS ຫຼື ISIS, ​ລົງ​ຂໍ້​ຄວາມ​ທີ່​ຮຽກ​ຮ້ອງ​ການ​ໂຈມ​ຕີ​ສະ​ໜາມ​ກິ​ລາ​ຈັດ​ການ​ແຂ່ງ​ຂັນເຕະ​ບານ Champions League ໃນ​ນະ​ຄອນຫຼວງ ມາດ​ຣິດ, ລອນດອນ ແລະ ປາ​ຣີ ໃນ​ອາ​ທິດນີ້.

ຄຳ​ເຕືອນ​ຂອງ​ອົງ​ການ FBI ຍັງ​ເປັນ​ສັນ​ຍານ​ຂອງ​ການ​ປ່ຽນ​ແປງ​ທີ່​ອາດ​ເປັນ​ໄປ​ໄດ້​ໃນ ສະ​ຫະ​ລັດ ທີ່​ຄິດ ກ່ຽວ​ກັບ ການ​ເຂົ້າ​ເຖິງ​ທີ່​ອາດ​ເປັນ​ໄປ​ໄດ້​ຂອງ​ກຸ່ມ IS ແລະ ສາ​ຂາ​ຂອງ​ພວກ​ເຂົາ​ໃນ ອັ​ຟ​ກາ​ນິ​ສ​ຖານ, ເຊິ່ງ​ໄດ້​ອ້າງ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ສຳ​ລັບ​ການ​ໂຈມ​ຕີ​ເມື່ອ​ວັນ​ທີ 22 ມີ​ນາ​ຢູ່​ຫໍ​ຈັດ​ການ​ສະ​ແດງ​ຄອນ​ເສີດ Crocus City ນອກ​ນະ​ຄອນຫຼວງ ມົ​ສ​ກູ. ການ​ໂຈມ​ຕີ​ນັ້ນ​ໄດ້​ສັງ​ຫານ 145 ຄົນ.

ຫຼັງ​ຈາກ​ເຫດ​ການ​ດັ່ງ​ກ່າວ, ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ​ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ບໍ່​ມີ​ຂໍ້​ມູນ​ລັບ​ທີ່​ສະ​ເພາະ​ເຈາະ​ຈົງ ຫຼື ໜ້າ​ເຊື່ອ​ຖື​ທີ່​ຊີ້​ໃຫ້​ເຫັນ​ວ່າ​ພວກ IS ມີ​ຄວາມ​ສາ​ມາດ​ທີ່​ຈະ​ຂົ່ມ​ຂູ່ ສະ​ຫະ​ລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG