ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວ​ໜ້າ​ອົງ​ການ​ສັນ​ຕິ​ບານ​ກາງ ເຕືອນ​ກ່ຽວ​ກັບ ການ​ສ້າງ​ຄວາມ​ອ່ອນ​ແອ ໃຫ້​ແກ່​ກົດ​ໝາຍ​ຕິດ​ຕາມ​ສອດ​ແນມ ຂອງ​ສະ​ຫະ​ລັດ


​ຫົວ​ໜ້າ​ອົການ​ສັນ​ຕິ​ພາບ​ກາງ ຫຼື FBI ຂອງ​ສະ​ຫະ​ລັດ ທ່ານຄ​ຣິ​ສ​ໂຕ​ເຟີ ເວ​ຣ ໃຫ້​ການ​ຕ​ໍ່​ຄະ​ນະ​ກຳ​ມະ​ການ​ຍຸ​ຕ​ິ​ທຳ​ຂອງ​ສະ​ພາ​ສູງ ທີ່​ຕຶກ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ຢູ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 5 ທັນ​ວາ 2023.
​ຫົວ​ໜ້າ​ອົການ​ສັນ​ຕິ​ພາບ​ກາງ ຫຼື FBI ຂອງ​ສະ​ຫະ​ລັດ ທ່ານຄ​ຣິ​ສ​ໂຕ​ເຟີ ເວ​ຣ ໃຫ້​ການ​ຕ​ໍ່​ຄະ​ນະ​ກຳ​ມະ​ການ​ຍຸ​ຕ​ິ​ທຳ​ຂອງ​ສະ​ພາ​ສູງ ທີ່​ຕຶກ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ຢູ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 5 ທັນ​ວາ 2023.

ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍຄົນ​ສຳ​ຄັນ​ຂອງ​ສະ​ຫະ​ລັດ ເຕືອນ​ສະ​ມາ​ຊິກ​ສະ​ພາ​ວ່າ ຖ້າ​ບໍ່​ສາ​ມາດ​ຕໍ່​ອາ​ຍຸ​ ກົດໝາຍ​ອະ​ນຸ​ຍາດ​ໃຫ້ເຈົ້າ​ໜ້າ​ທີ່ຕິດ​ຕາມ​ສອດ​ແນມ ກໍ​ເທົ່າ​ກັບ​ວ່າ “ເປັນ​ການ​ປົດ​ອຳ​ວຸດ ​ໂດຍ​ລຳ​ພັງ​ຝ່າຍດຽວ” ໃນ​ການ​ປະ​ເຊີນ​ໜ້າ​ກັບ​ໄພ​ຂົ່ມ​ຂູ່ ​ທີ່​ພວມ​ເພີ້ມ​ທະ​ວີ​ຂຶ້ນ ​ຈາກ​ການ​ກໍ່​ການ​ຮ້າຍ ຕະ​ຫຼອດ​ທັງ​ ປະ​ເທດ​ຕ່າງໆ​ເຊັ່ນ​ວ່າ​ຈີນ ແລະ​ອີ​ຣ່ານ.

ຫົວ​ໜ້າ​ອົງ​ການ​ສັນ​ຕິ​ບານ​ກາງ​ຫຼື FBI ຂອງ​ສະ​ຫະ​ລັດ ທ່ານ​ຄ​ຣິ​ສ​ໂຕ​ເຟີ ເວ​ຣ ໄດ້​ໃຫ້​ການ​ໃນ​ວັນ​ອັງ​ຄານ​ວານນີ້ ຕໍ່​ຄະ​ນະ​ກຳ​ມະ​ການ​ຍຸ​ຕິ​ທຳ ​ຂອງ​ສະ​ພາ​ສູງ​ສະ​ຫະ​ລັດ ໂດຍ​ຮຽກ​ຮ້ອງ​ໃຫ້ ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ ຕໍ່​ອາ​ຍຸ​ຄວາມ​ສາ​ມາດ​ໃນ​ການ​ເກັບ​ກຳ​ຂໍ້​ມູນ​ທາງ​ອີ​ເລັກ​ໂທ​ຣ​ນິກ ພາຍ​ໃຕ້​ວັກ 702 ຂອງ​ກົດ​ໝາຍສອດ​ແນມ​ເບິ່ງ​ການ​ສືບ​ລັບ​ຂອງ​ຕ່າງ​ປະ​ເທດ ​ຫຼື FISA ກ່ອນ​ທີ່​ກົດ​ໝາຍ​ດັ່ງ​ກ່າວ ​ຈະ​ໝົດ​ອາ​ຍຸໃນ​ທ້າຍ​ປີນີ້.

ວັກ 702 ດັ່ງ​ທີ່​ມັນ​ມັກ​ຈະ​ຖື​ກ​ຮ້ອງ​ກັນ​ນັ້ນ ອະ​ນຸ​ຍາດ​ໃຫ້​ພະ​ແນກ​ການ​ຕ່າງໆ​ເຊັ່ນ​ອົງ​ການ​ສັນ​ຕິ​ບານ​ກາງ ແລະ​ອົງ​ການ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ເກັບ​ກຳ​ຂໍ້​ມູນ​ທາງ​ອີ​ເລັກ​ໂທ​ຣ​ນິກ ຂອງ​ຜູ້​ຄົນ​ທີ່​ບໍ່​ແມ່ນ​ຊາວ​ອາ​ເມ​ຣິ​ກັນ ໂດຍ​ບໍ່​ຕ້ອງ​ໄດ້​ຮັບ​ການ​ອະ​ນຸ​ຍາດ​ກ່ອນ. ແຕ່​ການ​ນຳ​ໃຊ້​ກົດ​ໝາຍ​ນີ້​ໄດ້​ກໍ່​ໃຫ້​ເກີດ​ມີ​ການຖົກ​ຖຽງໂຕ້​ແຍ້ງ​ຍ້ອນ​ເຫດ​ການ​ຫຼາຍໆ​ຄັ້ງ​ພວກ​ເຈົ້າ​ໜ້າ​ທີ່​ໄດ້​ເກັບ​ກຳ​ຂໍ້​ມູນ​ຂອງ​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ.

ທ່ານ​ເວ​ຣ ໄດ້​ໃຫ້​ການ​ຄ້ຳ​ປະ​ກັນ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ວ່າ ການ​ປະ​ຕິ​ຮູບ​ໄດ້​ມີ​ຂຶ້ນ​ແລ້ວ ເພື່ອ​ໃຫ້​ການ​ຄຸ້ມ​ຄອງ​ປະ​ຊາ​ຊົນ​ອາ​ເມ​ຣິ​ກັນ ໂດຍ​ເຕືອນ​ວ່າ ຄວາມ​ລົ້ມ​ແຫຼວ​ຫຼື​ບໍ່​ສາ​ມາດ​ໃນ​ການ​ຕໍ່​ອາ​ຍຸ​ອຳ​ນາດ​ດັ່ງ​ກ່າວຫຼື​ຕໍ່​ອາ​ຍຸ​ອຳ​ນາດ​ນີ້ດ້ວຍ​ຂໍ້​ຈຳ​ກັດ​ນັ້ນ ຈະ​ເຮັດ​ໃຫ້​ປະ​ເທດ​ຊາດ​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG