ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ອຳນວຍການ ແອັຟບີອາຍ ​ແມ່ນຢືນ​ຢູ່​ ກັບ​ພະນັກງານ ຫຼັງ​ຈາກ​ ການ​​ເປີດເຜີຍບັນທຶກ​ລັບ


ທ່ານ​ຄຣິສ​ໂຕ​ເຟີ ​ເວຣ ຜູ້ອຳນວຍການ ອົງການ​ສັນຕິ​ບານ​ກາງ ຫຼື FBI ກ່າວຢູ່ໃນພິທີ ສຳເລັດການສຶກສາ ທີ່ສະຖາບັນ ສັນຕິບານກາງແຫ່ງຊາດ. (15 ທັນວາ 2017)
ທ່ານ​ຄຣິສ​ໂຕ​ເຟີ ​ເວຣ ຜູ້ອຳນວຍການ ອົງການ​ສັນຕິ​ບານ​ກາງ ຫຼື FBI ກ່າວຢູ່ໃນພິທີ ສຳເລັດການສຶກສາ ທີ່ສະຖາບັນ ສັນຕິບານກາງແຫ່ງຊາດ. (15 ທັນວາ 2017)

ຜູ້ອຳນວຍການອົງການ​ສັນຕິ​ບານ​ກາງຫຼື FBI ທ່ານ​ຄຣິສ​ໂຕ​ເຟີ ​ເວຣໄດ້​ບອກບັນດາ
​ພະນັກງານ​ຂອງອົງການດັ່ງກ່າວ ໃນ​ວັນ​ສຸກ​ວານ​ນີ້ວ່າ ທ່ານ​ຢືນ​ຢູ່​ກັບພວກ​ເຂົາ​ເຈົ້າ
ຫລັງຈາກ​ໄດ້ມີການເປີດເຜີຍ​ບັນທຶກ​ລັບ ທີ່ເວົ້າ​ເຖິງ​ການ​ກ່າວ​ຫາ​ ໂດຍ​ສະມາຊິກ​ພັກ
ຣີພັບບລິ​ກັນ ທີ່ວ່າ ເຈົ້າໜ້າທີ່ສືບສວນຂອງອົງ ການ FBI ​ໃຊ້ອຳ​ນາດ​ໄປໃນທາງທີ່ບໍ່
ຖືກຕ້ອງ ​ໃນ​ການ​ສືບສວນ ກ່ຽວກັບ​ການ ​ແຊ​ກແຊງຂອງຣັດ​ເຊຍ​ ເຂົ້າໃນ​ການ​ເລືອກ
ຕັ້ງ​ປະທານາທິບໍດີສະຫະລັດ.

ທ່ານ​ເວຣ ​ໄດ້​ກ່າວ​ຢູ່​ໃນ​ຖະ​ແຫລ​ງການ ຕໍ່ພະນັກງານ ອົງການ​ສັນຕິ​ບານ​ກາງ 35,000
ຄົນ “ຂ້າພະເຈົ້າແມ່ນຍັງຍຶດໝັ້ນ ໃນການຕັດສິນໃຈຮ່ວມຂອງພວກເຮົາ ທີ່ຈະເຮັດວຽກ
ຢ່າງເປັນອິດສະຫຼະ ແລະປະຕິບັດຕາມກົດລະບຽບ.”

ທ່ານ​ກ່າວ​ວ່າ “ພວກ​ທ່ານ​ໄດ້​ຜ່ານ​ຜ່າຫລາຍໆ​ຢ່າງ​ໃນຮອບ​ເກົ້າ​ເດືອນທີ່ຜ່ານມາ​ ​ແລະ
​ຂ້າພະ​ເຈົ້າ​ຮູ້​ວ່າ ​ຍັງ​ເປັນ​ເລື່ອງ​ທີ່​ບໍ່​ເລີກ​ບໍ່​ແລ້ວຖ້າຈະເວົ້າໜ້ອຍທີ່ສຸດ. ​ແລະ​ໃນໄລຍະ
ສອງສາມ​ມື້ຜ່ານ​ມາ​ນີ້ ກໍບໍ່​ໄດ້​ມີການເຮັດ​ຫຍັງ​ຫຼາຍ​ ເພື່ອຈະໃຫ້ເລື່ອງດັ່ງກ່າວ​ສະຫງົບ
ງຽບ​ລົງ. ການ​ເວົ້າ​ນັ້ນ​ງ່າຍ ແຕ່ວຽກ​ການ​ທີ່​ພວກ​ທ່ານ​ປະຕິບັດ ຈະ​ເປັນ​ທີ່​ຍືນຍົງ.”

ໜັງສື​ຂອງ​ທ່ານ​ເວຣ ບໍ່​ໄດ້​ກ່າວອ້າງ​ອີງໂດຍກົງ ໃສ່​ບັນທຶກ​ລັບ​ທີ່​ໄດ້ມີການ​ເປີດ​ເຜີຍ​ໃນ
​ວັນ​ສຸກ​ວານ​ນີ້. ທ່ານ​ກໍ​ບໍ່​ໄດ້​ໃຫ້ຮ່ອງຮອຍ​ວ່າ ທ່ານ​ຈະລາ​ອອກ​ຈາກ​ອົງ ການດັ່ງກ່າວ.

ປະທານາທິບໍດີ​ທຣໍາ ​ໄດ້​ປະນາມ​ອົງການສັນຕິ​ບານ​ກາງ ​ແລະ​ກະຊວງ​ຍຸ​ຕິ​ທໍາ​ໃນວັນ​
ສຸກ​ວານ​ນີ້ ຫລັງ​ຈາກ​ບັນທຶກ​ລັບ​ໄດ້​ມີການເປີດ​ເຜີຍ​ຕໍ່​ສາທາລະນະ​ຊົນ.

ທ່ານ​ໄດ້​ຂຽນຂໍ້ຄວາມ​ລົງໃນ​ທະວີດເຕີວ່າ “ພວກຜູ້ນຳ ແລະເຈົ້າໜ້າສືບສວນຂັ້ນສູງ
ຂອງອົງການ FBI ແລະກະຊວງຍຸຕິທຳ ໄດ້ເຮັດໃຫ້ກາຍເປັນເລື່ອງການເມືອງ ຂັ້ນ
ຕອນການສືບສວນທີ່ສັກສິດ ໂດຍເຫັນພ້ອມກັບພັກເດໂມແຄຣັດ​ແລະຕໍ່ຕ້ານພັກ
ຣີພັບບລີກັນຊຶ່ງເປັນສິ່ງທີ່ບໍ່ຄາດຄິດກັນເມື່ອບໍ່ດົນມານີ້. ສະມາ ຊິກໃນຖັນແຖວ ແມ່ນຜູ້ທີ່ຍິ່ງໃຫຍ່.”​

ເມື່ອມີການ​ຖາມ​ໂດຍ​ນັກ​ຂ່າວ​ຄົນ​ນຶ່ງ​ວ່າ ການ​ເປີດ​ເຜີຍ​ບັນທຶກ​ລັບນີ້ ຈະ​ເຮັດ​ໃຫ້​ເປັນ
ການງ່າຍຂຶ້ນຫຼືບໍ່ ທີ່ຈະປົດ ຮອງ​ລັດຖະມົນຕີກະຊວງ​ຍຸຕິ​ທໍາ​ ທ່ານຣອດ ​ໂຣເຊັນສະ​
ໄຕ​ນ໌ ​ອອກ​ຈາກ​ໜ້າ​ທີ່ ປະທານາທິບໍ​ດີ​ທຣໍາ​ໄດ້​ຕອບ​ວ່າ “ທ່ານ​ຄຶດເລື່ອງ​ນີ້​ເອົາ​ເອງ.”

ທ່ານ​ໂຣ​ເຊັນສະ​ໄຕ​ນ໌ ຄວບ​ຄຸມ​ການສືບສວນຣັດ​ເຊຍ ​ແລະ​ແຕ່ງ​ຕັ້ງທ່າ​ນ​ໂຣ​ເບີດ
ມັລເລີ ​ເປັນ​ໄອ​ຍະ​ການ​ພິ​ເສດ ​ເພື່ອນຳພາ​ການ​ສືບສວນ.

ບັນດາ​ເຈົ້າ​ໜ້າ​ທີ່​ທໍານຽບຂາວ​ກ່າວໃນເວລາຕໍ່ມາ​ວ່າ ລັດຖະບານ​ຄາດ​ວ່າ ທ່ານ​ໂຣ
​ເຊັນສະ​ໄຕ​ນ໌ ຈະຮັກສາ​ໜ້າ​ທີ່​ຂອງ​ທ່ານຕໍ່ໄປ.

​ໂຄສົກ​ທຳນຽຂາວ​ ທ່ານຣາຊ ຊາ ກ່າວ​ຕໍ່​ໂທລະພາບ CNN ວ່າ "ບໍ່​ມີ​ການປ່ຽນແປງ
ຢູ່ກະຊວງ​ຍຸຕິ​ທຳ. ພວກ​ເຮົາ​ຄາດຫວັງ​ຢ່າງ​ເຕັມທີ່​ວ່າ ທ່ານຣອດ ​ໂຣເຊັນ ສະ​ໄຕ​ນ໌
ຈະ​ເປັນຮອງ​ລັດຖະມົນຕີ​ກະຊວງຍຸຕິ​ທຳ​ຢູ່​ຕໍ່​ໄປ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG