ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້ອໍານວຍການ ອົງການສັນຕິບານກາງ ກ່າວວ່າ ບໍ່ມີຫລັກຖານ ທີ່ພວກນັກເຄື່ອນໄຫວຊ້າຍຈັດ ໂຈມຕີລັດຖະສະພາສະຫະລັດ


ຜູ້ອຳນວຍການອົງການສັນຕິບານກາງ ທ່ານຄຣິໂຕເຟິ ເວຣ ໃຫ້ການຕໍ່ໜ້າຄະນະກຳມະການຕຸລາການ ສະພາສູງສະຫະລັດ ທີ່ນະຄອນຫຼສງວໍຊິງຕັນ ວັນທີ 2 ມີນາ 2021.
ຜູ້ອຳນວຍການອົງການສັນຕິບານກາງ ທ່ານຄຣິໂຕເຟິ ເວຣ ໃຫ້ການຕໍ່ໜ້າຄະນະກຳມະການຕຸລາການ ສະພາສູງສະຫະລັດ ທີ່ນະຄອນຫຼສງວໍຊິງຕັນ ວັນທີ 2 ມີນາ 2021.

ຄະນະກຳມະການສະພາສູງສະຫະລັດ ມີກໍານົດທີ່ຈະຟັງຄຳໃຫ້ການຈາກພວກ ເຈົ້າໜ້າ
ທີ່ກະຊວງປ້ອງກັນປະເທດ ກະຊວງຍຸຕິທຳ ແລະກະຊວງຮັກສາຄວາມ ປອດໄພພາຍໃນ
ຂອງສະຫະລັດກ່ຽວກັບຄວາມລົ້ມແຫຼວເມື່ອວັນທີ 6 ມັງກອນ ຊຶ່ງເວລານັ້ນ ພວກສະນັບ
ສະໜູນອະດີດປະທານາທິບໍດີດໍໂນລ ທຣໍາ ໄດ້ໂຈມ ຕີລັດຖະສະພາ ສະຫະລັດ.

ຮວມຢູ່ໃນບັນດາລາຍການທີ່ຈະລາຍງານຕໍ່ໜ້າ ຄະນະກຳມະການຮັກສາຄວາມປອດ
ໄພພາຍໃນແຫ່ງຊາດແລະກິດຈະການຂອງລັດຖະບານນັ້ນມີພົນຕີວິລລຽມ ວັອກເກີ
ນາຍພົນຜູ້ບັນຊາກາກຳລັງຮັກສາດິນແດນໃນເຂດນະຄອນຫຼວງວໍຊິງ ຕັນ ຊຶ່ງກຳລັງດັ່ງ
ກ່າວໄດ້ຕົກເປັນຄຳຖາມ ກ່ຽວກັບການກະກຽມ ແລະການຮັບມືກັບການໂຈມຕີ.

ໃນວັນອັງຄານວານນີ້ ຜູ້ອຳນວຍການອົງການສັນຕິບານກາງຫຼື FBI ຂອງສະຫະລັດ ທ່ານ
ຄຣິສໂຕເຟີ ເວຣ ໄດ້ກ່າວປ້ອງກັນການຕ້ອງຕິອົງການຂອງທ່ານ ທີ່ບໍ່ໄດ້ໃຫ້ຄວາມສຳຄັນຕໍ່
ຮ່ອງຮອຍການເຕືອນກ່ຽວກັບການໂຈມຕີ ແລະຄວາມລົ້ມແຫຼວໃນການເຕືອນຢ່າງພຽງພໍ
ກ່ຽວກັບຄວາມເປັນໄປໄດ້ທີ່ອາດເກີດຄວາມ ຮຸນແຮງ ໂດຍພວກສະໜັບສະໜູນທ່ານທຣໍາ.

ໃນຂະນະດຽວກັນ ທ່ານເວຣ ໃນປາກົດໂຕຂອງທ່ານຕໍ່ສະພາເປັນເທື່ອທຳອິດ ນັບແຕ່ໄດ້
ເກີດການຈາລະຈົນ ໄດ້ໂຕ້ແຍ້ງຕໍ່ການກ່າວຫາຂອງພວກຝ່າຍຂວາ ບາງຄົນ ທີ່ວ່າມີພວກ
ຝ່າຍຊ້າຍຈັດປອມໂຕເປັນຜູ້ສະໜັບສະໜູນທ່ານທຣໍາໄດ້ ພົວພັນກັບການໂຈມຕີທີ່ຮ້າຍ
ແຮງດັ່ງກ່າວ.

ການໂຈມຕີໄດ້ເຮັດໃຫ້ຫ້າຄົນເສຍຊີວິດ ຮວມທັງເຈົ້າໜ້າຈຳຫຼວດທີ່ລັດຖະສະພາຄົນນຶ່ງ
ແລະພວກເຈົ້າໜ້າທີ່ ຫຼາຍກວ່າ 100 ຄົນໄດ້ຮັບບາດເຈັບ. ການຕາມລ່າຫາໂຕຢູ່ທົ່ວປະເທດ ຫຼັງຈາກເກີດເຫດການຄວາມວຸ້ນວາຍໄດ້ນຳໄປສູ່ ການຈັບກຸມຫຼາຍກວ່າ 270
ຄົນ ຮວມທັງສະມາຊິກທະຫານບ້ານທີ່ຕໍ່ຕ້ານລັດ ຖະບານ 33 ຄົນ ແລະບັນດາກຸ່ມຂວາ
ຈັດອື່ນໆ.

ໃຫ້ການຢູ່ຕໍ່ຄະນະກຳມະການຕຸລາການຂອງສະພາສູງນັ້ນ ທ່ານເວຣ ກ່າວວ່າ ອົງການ
FBI ໄດ້ເອົາບາດກ້າວຫຼາຍຢ່າງເພື່ອຄໍ້າປະກັນລາຍງານສືບລັບທີ່ໄດ້ ຮັບມາ “ສົດໆ”
ກ່ຽວກັບການເປັນໄປໄດ້ຂອງການໂຈມຕີທີ່ຮຸນແຮງ ຕໍ່ລັດຖະ ສະພາທີ່ເປັນສຳນັກງານ
ຂອງລັດຖະສະພາສະຫະລັດ ໄປເຖິງບັນດາອົງການ ປ້ອງກັນກົດໝາຍທີ່ສຳຄັນໃນນຶ່ງ
ມື້ກ່ອນເກີດເຫດການນັ້ນ.

ລາຍງານວັນທີ 5 ມັງກອນ ທີ່ກະກຽມໂດຍອົງການ FBI ທີີ່ເມືອງນໍຟັອກສ໌ ລັດເວີຈີເນຍ
ໄດ້ໃຫ້ຂໍ້ສັງເກດຢູ່ໜ້າເວັບໄຊຂອງພວກຂວາຈັດ ກ່ຽວກັບການ ເປັນໄປໄດ້ທີ່ຈະເກີດ
ຄວາມຮຸນແຮງ ແລະ “ສົງຄາມ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG