ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນໃຊ້ການປຸກລະດົມ ຕ້ານການສໍ້ລາດບັງຫລວງ ເພື່ອແນໃສ່ ປາບພວກຕໍ່ຕ້ານລັດຖະບານ, ອີງຕາມຫົວໜ້າອົງການ FBI


ຫົວໜ້າອົງການ FBI, ທ່ານ Christopher Wray ໃຫ້ຄໍາໃຫ້ການ ຢູ່ຕໍ່ໜ້າຄະນະກໍາມະການດ້ານຕຸລາການຢູ່ຫ້ອງການລັດຖະສະພາ ໃນວັນທີ 5 ກຸມພາ, 2020
ຫົວໜ້າອົງການ FBI, ທ່ານ Christopher Wray ໃຫ້ຄໍາໃຫ້ການ ຢູ່ຕໍ່ໜ້າຄະນະກໍາມະການດ້ານຕຸລາການຢູ່ຫ້ອງການລັດຖະສະພາ ໃນວັນທີ 5 ກຸມພາ, 2020

ຈີນກໍາລັງແນເປົ້າໝາຍໃສ່ຄົນຈີນທີ່ຕໍ່ຕ້ານລັດຖະບານຢູ່ໃນສະຫະລັດພາຍໃຕ້ ການດໍາເນີນຄວາມພະຍາຍາມຕ້ານການສໍ້ລາດບັງຫລວງແບບລັບໆ ໂດຍໃຊ້ ກົນລະວິທີບັງຄັບໃຫ້ພວກຕໍາໜິລັດຖະບານກັບຄືນໄປຈີນ, ອີງຕາມທ່ານຄຣິສ ຕົຟເຟີ ເວຣ (Christopher Wray), ຫົວໜ້າອົງການເອັຟບີໄອ (FBI) ເວົ້າ ໃນວັນອັງຄານວານນີ້.

ການປຸກລະດົມ, ທີ່ຂະໜານນາມວ່າ ການປະຕິບັດຕາມລ້າຫາຄົນບໍ່ດີ ຫລື Operation Fox Hunt ໄດ້ເລີ້ມເປີດຂຶ້ນໃນປີ 2014 ໂດຍເປັນສ່ວນນຶ່ງຂອງ ການຜັກດັນຂອງປະທານປະເທດສີ ຈິ້ນຜິງ ເພື່ອກວດລ້າງການສໍ້ລາດບັງຫຼວງ. ຈຸດປະສົງທີ່ເວົ້າອ້າງຂອງໂຄງການນີ້ວ່າແມ່ນເພື່ອຈັບພວກເຈົ້າໜ້າທີ່ສໍ້ລາດບັງ ຫລວງ ແລະພວກນັກທຸລະກິດ ຫລາຍພັນຄົນທີ່ໄດ້ຫລົບໜີໄປຢູ່ຕ່າງປະເທດ.

ແຕ່ທ່ານ ເວຣ ເວົ້າວ່າໃນຕົວຈິງແລ້ວ ການຕາມລ້າຫາຄົນບໍ່ດີ ບໍ່ໄດ້ແມ່ນການ ປຸກລະດົມຕ້ານການສໍ້ລາດບັງຫລວງ.

“ແຕ່ກົງກັນຂ້າມ, ການຕາມລ້າຫາພວກບໍ່ດີ ຫລື Fox Hunt ແມ່ນການຊອກ ຫາກວດລ້າງ ຂອງເລຂາທິການໃຫຍ່ ສີ ແນເປົ້າໝາຍໃສ່ຄົນສັນຊາດຈີນ ທີ່ ທ່ານເຫັນວ່າ ເປັນໄພຂົ່ມຂູ່ ແລະອາໄສຢູ່ນອກປະເທດໃນທົ່ວໂລກ,” ນັ້ນຄືຄໍາ ເວົ້າຂອງຫົວໜ້າອົງການ FBI. ທ່ານກ່າວຕໍ່ໄປວ່າ “ພວກເຮົາເວົ້າກ່ຽວກັບພວກ ເປັນປໍລະປັກ ທາງການເມືອງ, ພວກຕໍ່ຕ້ານ, ແລະພວກຕໍາໜິລັດຖະບານ ທີ່ ຫາທາງເຜີຍໃຫ້ເຫັນເຖິງການລະເມີດສິດທິມະນຸດ ຢ່າງຫລວງຫລາຍຂອງຈີນ.”

ທ່ານ ເວຣ ໄດ້ໃຫ້ຄໍາເຫັນນັ້ນ ຢູ່ໃນການກ່າວຄໍາປາໄສຢູ່ສະຖາບັນຮັດຊັນ ໃນ ນະຄອນວໍຊິງຕັນ ບ່ອນທີ່ທ່ານໄດ້ເນັ້ນໃຫ້ເຫັນ ເຖິງການໃຊ້ພວກທີ່ເປັນໃຈກັບ ປັກກິ່ງຢູ່ໃນການປຸກລະດົມ “ການໃຊ້ອິດທິພົນຮ້າຍກາດ” ເພື່ອໃຫ້ມີຜົນສະທ້ອນ ຕໍ່ນະໂຍບາຍຂອງສະຫະລັດ.

ທ່ານເວຣເວົ້າວ່າ ການລະບາດຢ່າງໜັກຂອງໄວຣັສໂຄໂຣນາ ບໍ່ໄດ້ເຮັດໃຫ້ການ ດໍາເນີນງານ ໃນການໃຊ້ອິດທິພົນທີ່ເຊື່ອງຊ້ອນ ຢູ່ໃນສະຫະລັດ ຢຸດໄວ້ເລີຍ.

ທ່ານເວຣ (Wray) ກ່າວອີກວ່າ “ບ່ອນສຸດຂອງມັນກໍຄື: ທັງໝົດເຫລົ່ານີ້ ເບິ່ງຄື ເປັນການກົດດັນພຽງເລັກນ້ອຍ ແຕ່ໄດ້ກັບກາຍມາ ເປັນສະພາບແວດລ້ອມ ໃນ ການສ້າງນະໂຍບາຍທີ່ຊາວອາເມຣິກັນເອງເຫັນວ່າຕົນໄດ້ຖືກພັກຄອມມີວນິສຈີນ ໃຊ້ເຮັດຫຍັງກໍໄດ້.”

ສະຖານເອກອັກຄະລັດຖະທູດຈີນ ໃນນະຄອນວໍຊິງຕັນ ບໍ່ໄດ້ຕອບຕໍ່ຄໍາຮ້ອງຂໍ ໃຫ້ອອກຄໍາເຫັນ ແຕ່ຢ່າງໃດ.

ການປະຕິບັດງານຕາມລ້າຫາຄົນບໍ່ດີ ຫລື Operation Fox Hunt ແມ່ນດໍາ ເນີນການໂດຍກະຊວງຮັກສາຄວາມສະຫງົບຂອງປະຊາຊົນ ຂອງຈີນ. ນັບແຕ່ ມັນໄດ້ເລີ້ມຕົ້ນເປີດຂຶ້ນມາ, ມີ “ຜູ້ຫລົບໜີ” ຊາວຈີນຫລາຍຮ້ອຍຄົນ ໄດ້ຖືກນໍາ ຕົວກັບໄປຈີນເພື່ອດໍາເນີນຄະດີ, ບາງຄົນກໍກັບໄປດ້ວຍຄວາມສະໝັກໃຈ ແລະ ຄົນອື່ນໆ ແມ່ນຖືກນໍາຕົວກັບໄປ ພາຍຫລັງທີ່ໄດ້ຖືກຈັບຢູ່ຕ່າງປະເທດແລ້ວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG