ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການ FBI ແລະ ລັດຖະສະພາ ສືບສວນ ການແຊກແຊງ ຂອງຣັດເຊຍ


FBI, Congress Probe Russia Interference, Trump Ties
please wait

No media source currently available

0:00 0:04:02 0:00

ອົງການສັນຕິບານກາງ ລັດຖະສະພາ ສືບສວນການແຊກແຊງ ຂອງຣັດເຊຍ ທີ່ອາດພົວພັນ ກັບ ປະທານາທິບໍດີທຣໍາ.

100 ມື້​ທຳ​ອິດໃນ​ການ​ເຂົ້າຮັບ​ຕຳ​ແໜ່​ງຂອງ​ປະທານາທິບໍດີ​ດໍໂນລ ທຣໍາ ​ໄດ້​ຖືກ​ລົບ
​ກວນ​ຈາກ​ການ​ສື​ບສວນ​ຫຼາຍ​ຢ່າງ ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ ​ແຊກ​ແຊງ​ຂອງ
ຣັດ​ເຊຍ​ ​ເຂົ້າ​ໃນການ​ເລືອກ​ຕັ້ງ​ອາ​ເມຣິກັນ. ຮວມຢູ່​ໃນ​ບັນດາ​ຄຳ​ຖາມ​ຕ່າງໆ ທີ່ພວກ​
ເຈົ້າໜ້າ​ທີ່​ປະຕິບັດ​ກົດໝາຍແລະ​ລັດຖະສະພາຕ້ອງການ​ຄຳ​ຕອບ​ນັ້ນ​ ກໍ​ແມ່ນ​ວ່າຄະ
ນະ​ໂຄສະນາ​ຫາ​ສຽງ​ຂອງ​ທ່ານ​ທຣໍາ ສົມຮູ້​ຮ່ວມ​ຄິດ​ກັບ​ມົສກູ​ຫລື​ບໍ່? ນັກ​ຂ່າວ ວີ​ໂອ​ເອ
Masood Farivar ​ໃຫ້ການອະທິບາຍກ່ຽວ​ກັບ ​ເລື່ອງ​ນີ້ ຊຶ່ງ​ກິ່ງ​ສະຫວັນ​ ຈະ​ນຳ​ເອົາ​
ລາຍ​ລະອຽດ ​ມາສະ​ເໜີ​ທ່ານ.

ເມື່ອວັນ​ທີ 10 ມັງກອນຜ່ານ​ມາ ບັນດາ​ຫົວໜ້າ​ສືບ​ລັບ​ຂອງ​ປະ​ເທດ ໄດ້​ໃຫ້ການເປັນ
​ເທື່ອ​ທຳ​ອິດ ກ່ຽວກັບ​ຄວາມ​ພະ​ຍາ​ຍາມ​ຂອງຣັດ​ເຊຍທີ່​ຈະ​ທຳລາຍ ​ການ​ເລືອກ​ຕັ້ງ​
ປະ​ທາ​ນາ​ທິບໍດີສະຫະລັດ​ໃນ​ປີ​ກາຍ​ນີ້. ທ່ານ James Clapper ອະດີດ​ຫົວໜ້າ​ອົງ
ການສືບ​ລັບ​ແຫ່ງ​ຊາດກ່າວ​ວ່າ:

“ພວກ​ເຮົາ​ມີ​ຄວາມ​ເຊື່ອໝັ້ນ​ສູງ ​ທີ່ປະທານາທິບໍດີ Putin ​ໄດ້​ສັ່ງ​ການ​ໃຫ້ໃຊ້ອິດ​ທິ
ພົນຕໍ່​ໂຄສະ​ນາ​ຫາ​ສຽງ​ໃນ​ປີ 2016 ທີ່ແນ​ໃສ່​ການ​ເລືອກ​ຕັ້ງ​ປະທານາທິບໍດີສະຫະ
ລັດ.
ເປົ້າ​ໝາຍ​ການ​ຂອງ​ການປຸກລະດົມນີ້ ​ກໍ​ແມ່ນ​ບ່ອນທຳລາຍ​ຄວາມ​ເຊື່ອ​ຖື​ຂອງ​
ສາ​ທາ
​ລະນະ​ຊົນ​ ​ໃນ​ຂັ້ນຕອນ​ການ​ເລືອກ​ຕັ້ງ​ແບບ​ປະຊາທິປະໄຕ​ໃນ​ສະຫະລັດ
ສົບ​ປະໝາດ​ລັດຖະມົນຕີ​ຕ່າງ​ປະ​ເທດ Hillary Clinton ​ແລະສ້າງ ຄວາມ​ເສຍ​ຫາຍ
​ໃຫ້​ແກ່​ຄວາມ​ສາມາດ​ໃນ​ການ​ເລືອກ​ຕັ້ງ​ຂອງ​ທ່ານ​ນາງ ​ແລະ​ໂອ ກາ​ດ ທີ່​ຈະ​ໄດ້​ເປັນ​ປະທານາທິບໍດີ. ທ່ານ Putin ​ແລະ​ລັດຖະບານ​ຣັດ​ເຊຍຍັງ​ໄດ້​ເປົ້າໝາຍທີ່​ແຈ້ງ​ຂາວ
ວ່າ​ເຂົາ​ເຈົ້າມັກ​ທ່ານ​ທຣຳ ທີ່​ຖືກ​ເລືອກ​ເປັນປະທາ​ນາ​ບໍດີ.”

ມີການ​ກ່າວ​ຫາ​ທີ່​ສຳຄັນຫລາຍ​ຢ່າງ ​ແຕ່​ມີ​ຄຳ​ຕອບພຽງໜ້ອຍ​ດຽວ ຢູ່​ໃນນຶ່ງ​ຂອງ ​ຂ່າວ​
ນອງ​ນັນທາ​ງການ​ເມືອງ​ໃຫຍ່​ສຸດ ທີ່​ສັ່ນ​ສ​ະ​ເທືອ​ນວໍ​ຊິງ​ຕັນ ​ໃນຮອບ​ຫລາຍ​ປີ.

ຫຼັງ​ຈາກ​ໄດ້​ເກີດ​ເຫດການ​ທີ່​ສັບສົນ​ເປັນ​ເວລ​າ​ຫລາຍ​ອາທິດ​ ​ທີ່​ປຶກສາ​ດ້ານຄວາມ​ປອດ
​ໄພແຫ່ງ​ຊາດ ຂອງປະທານາທິບໍດີ​ທຣຳ ກໍ​ໄດ້​ລາ​ອອກ ​ພ້ອມ​ທັງການ​ຖອນ​ຕົວ​ຂອງ​ລັດ
ຖະມົນຕີ​ກະຊວງ​ຍຸຕິ​ທຳແລະປະທານ​ຄະນະ​ກຳມະ​ການ​ສືບ​ລັບ​ຂອງ ສະພາ​ຕໍ່າ.

ແລະ ຜູ້ອຳນວຍການ​ອົງການສັນຕິ​ບານກາງຫລື FBI ໃນທີ່ສຸດ ກໍໄດ້ເປີດເຜີຍ​ໃຫ້​ປະ
ຊາຊົນ ໃນອັນທີ່ໄດ້ມີ​ການ​ຄາດ​ຄະ​ເນມາຫລາຍອາທິດ​ແລ້ວວ່າ ອົງການ ດັ່ງກ່າວ ໄດ້
ເລີ້ມສືບສວນຣັດເຊຍ ມາ​ແຕ່ເດືອນກໍລະກົດ ປີແລ້ວນີ້. ທ່ານ​ກ່າວກ່ຽວ​ກັບ​ເລື່ອງ​ນີ້ວ່າ:

“ຂ້າພະເຈົ້າໄດ້ຮັບອະນຸຍາດຈາກກະຊວງຍຸຕິທຳເພື່ອຢືນຢັນວ່າ ອົງການ FBI ​ໃນ​
ຖານະ​ທີ່​ເປັນພາກສ່ວນນຶ່ງ​ຂອງການປະຕິບັດງານຕໍ່ຕ້ານການສືບລັບ ພວມ ທຳ​ການສືບສວນກ່ຽວ​ກັບຄວາມພະຍາຍາມຂອງລັດຖະບານຣັດເຊຍທີ່ຈະ​ແຊກ ​ແຊງ​
ເຂົ້າ​ໃນການເລືອກຕັ້ງໃນປີ 2016​ ແລະນັ້ນ ​ແມ່ນຮວມທັງການສຶບສວນ ​ໃນ​ລັກ
ສະນະ​ທີ່​ມີການເຊື່ອມໂຍງໃດໆ ລະຫວ່າງບັນດາສ່ວນບຸກຄົນ ທີ່ພົວພັນ ກັບການ
ໂຄສະນາຫາສຽງຂອງທ່ານທຣໍາ ແລະລັດຖະບານຣັດເຊຍ.”

ດັ່ງດຽວ​ກັນ​ກັບການສືບສວນ ຕໍ່ຕ້ານການສືບລັບໃດໆນັ້ນ ອົງການ FBI ຕ້ອງການ
ຢາກຮູ້ວ່າ ໄດ້ມີການກະທຳຄວາມຜິດໃດໆເກີດຂຶ້ນຫຼືບໍ່. ປະທານາທິບໍດີທຣໍາ ບໍ່​ໄດ້
​ໃຫ້​ຄວາມ​ສຳຄັນ​ໃດໆຕໍ່ກ່າວຫາກ່ຽວ​ກັບຣັດເຊຍ​ໂດຍ ​ເວົ້າ

ວ່າເປັນເລື່ອງ “ຂີ້ຕົ້ວະ” ຊຶ່ງ​ທ່ານ​ກ່າວ​ວ່າ ຂ່າວ​ນອງ​ທັນ​ທີ່​ແທ້​ຈິງນັ້ນ ​ແມ່ນ​ພົວພັນກັບ
ການ​ຕິດຕາມ​ສອດ​ແນມ​ຂອງລັດຖະບານທ່ານໂອບາມາ ຕໍ່​ທ່ານທຣໍາ ແລະບັນດາ
ສະມາຊິກ​ ໃນ​ຄະນະໂຄສະນາຫາສຽງຂອງທ່ານ ໃນປີກາຍນີ້.

ປະທານາທິບໍດີທຣໍາກ່າວວ່າ “ທັງໝົດນີ້ແມ່ນຂ່າວຂີ້ຕົວະ “ຂ່າວຂີ້ຕົວະ.”

ແຕ່ວ່າການສືບສວນທ່ານທຣໍາເປັນເລຶ່ອງຮ້າຍແຮງ ນັ້ນຄື​ຄວາມ​ເຫັນ​ຂອງອະ ດີດໄອ
ຍະການ Watergate ທ່ານ Richard Ben-Venise. ທ່ານ​ກ່າວ​ກ່ຽວ ກັບ​ເລື່ອງ​ນີ້ວ່າ:

“ມັນ​ໄດ້​ເນັ້ນ​ໃຫ້​ເຫັນ ​ເຖິງຄວາມ​ອ່ອນ​ແອ ຂອງປະຊາທິປະໄຕຂອງພວກເຮົາ ແລະ
ປະຊາທິປະໄຕອື່ນໆຢູ່​ໃນທົ່ວໂລກຈາກ​ການແຊກແຊງຜ່ານເທັກນິກການ ​ເຈາະ​ຂໍ້​
ມູນໃຫ້ຂໍ້ມູນທີ່​ຜິດພາດ ແລະການລົບກວນຫລາຍໆຢ່າງ ທີ່ພວກເຮົາ ຕ້ອງ​ໄດ້ປ້ອງ
ກັນໄວ້.”

ແລະບັນດາສະມາຊິກສະພາກ່າວວ່າ ເຂົາເຈົ້າຕ້ອງການຢາກຮູ້ຄວາມຈິງບໍ່ວ່າ ມັນຈະ
ໃຊ້ເວລາດົນນານເທົ່າໃດກໍ​ຕາມ. ທ່ານ Richard Burr ປະທານຄະນະ ກຳມະການ
ສືບລັບສະພາສູງກ່າວວ່າ:

“ແລະຂໍ​ໃຫ້ຂ້າພະເຈົ້າກ່າວວ່າ ພວກເຮົາບໍ່ສາມາດກ່າວ​ໄດ້​ຢ່າງພຽງພໍວ່າ ການ ປະຕິບັດງານຂອງຄະນະກຳມະການສືບລັບສະພາສູງນັ້ນແມ່ນຫຍັງ​ແທ້ ຊຶ່ງ​ກໍ​ຄື ຈະກວດເບິ່ງກິດຈະການທັງໝົດວ່າ ຣັດເຊຍອາດໄດ້ເອົາ ເພື່ອປ່ຽນແປງຫລືໃຊ້​
ອິດ​ທິພົນຂອງ​ຕົນ ຕໍ່ການເລືອກຕັ້ງໃນປີ 2016 ຂອງສະຫະລັດ.”

ຄະນະກຳມະການສືບລັບສະພາສູງສະຫະລັດ ແມ່ນນຶ່ງໃນຫ້າຄະນະກຳມະການ ທີ່ໄດ້ກວດກາເບິ່ງການ​ແຊກ​ແຊງຂອງຣັດເຊຍ.ຄະນະກຳມະການນີ້ໄດ້ກາຍ​ເປັນຈຸດ
​ເດັ່ນ ຫລັງຈາກທ່ານ Devin Nunes ປະທານຄະນະກຳມະການຂອງສະພາຕໍ່າທີ່
ນຳພາການສືບສວນ ໄດ້ຖອນ​ໂຕ ຖ້າມ ກາງ​ທີ່ມີການກ່າວຫາວ່າ ເປີດເຜີຍເອກ
ກະສານລັບ.

ເພື່ອຊອກຫາຄຳຕອບຕ່າງໆ ຄະນະກຳມະການທີ່​ເປັນ​ນັກ​ຊ່ຽວຊານເຈັດຄົນທີ່ໄດ້
ຮັບ​ອະນຸຍາດ​ໃຫ້​ກວດກາ​ເບິ່ງ​ຄວາມລັບສຸດຍອດໄດ້ນັ້ນ ກໍ​ໄດ້​ກວດເບິ່ງເອກກະ
ສານລັບຫລາຍພັນສະບັບ. ຮວມຢູ່​ໃນ​ບັນດາພະຍານຢ່າງໜ້ອຍ 20 ຄົນ ທີ່ຄະນະ
ກຳມະການມີແຜນຈະ​ຮ້ອງ​ມາສຳພາດນັ້ນກໍ​ແມ່ນທ່ານ Jared Kushner ລູກເຂີຍ
ຂອງປະທານາທິບໍດີທຣໍາ ພ້ອມ​ທັງ​ເປັນທີ່ປຶກສາຂັ້ນສູງ.

ການສືບສວນຂອງອົງການ FBI ​ແມ່ນ​ດຳ​ເນີນໂດຍ​ເຈົ້າໜ້າ​ທີ່​ສະໜາມ 2 ຄົນ ​ແລະ
ຫ້ອງການທີ່​ສຳນັກງານ​ໃຫຍ່​ໃນນະຄອນຫລວງວໍຊິງຕັນ. ເພື່ອປະສານງານ ການ
ສືບສວນດັ່ງກ່າວ ມີ​ລາຍ​ງານ​ວ່າ​ ທາງອົງການ FBI ໄດ້ຕັ້ງໜ່ວຍ​ສະ​ເພາະ​ກິດຂຶ້ນຢູ່
ວໍຊິງຕັນ. ເວລາວີໂອເອຕິດຕໍ່ຫານັ້ນ ອົງ​ການ FBI ໄດ້ປະຕິເສດທີ່ຈະ ​ໃຫ້​ຄວາມ
​ເຫັນໃດໆ.

ໃນເດືອນແລ້ວນີ້ ມີ​ການ​ຖາມທ່ານ Comey ວ່າ ການສືບສວນ​ແບບນີ້ ຕາມ​ປົກກະ
ຕິ​ແລ້ວ ຈະໃຊ້ເວລາດົນປານໃດ. ທ່ານ​ກ່າວ​ຕອບ​ວ່າ:

ບໍ່ມີຫຍັງທີ່ ເປັນປົກກະຕິ ມັນຍາກ ມັນເປັນໄປບໍ່ໄດ້ທີ່ຈະກ່າວ ແທ້ໆແລ້ວ”

ແຕ່ທ່ານ Ben-Venise ກ່າວວ່າ ການສືບສວນອາດແກ່ຍາວໄປເຖິງປີໜ້າ.

“ມັນຂຶ້ນຢູ່ກັບ ລະດັບການປະສານງານ ​ໃນການຮ່ວມມືຂອງ​ພວກພະຍານ ການ​
ດັກ​ຟັງທາງອີເລັກໂຕຣນິກ ທີ່ອາດຈະໃຫ້ຄຳໝັ້ນສັນຍາ ກ່ຽວ​ກັບຂໍ້ມູນ ຕໍ່ບັນດາ
ຜູ້ສືບສວນ ແນ່ນອນມັນຈະບໍ່ເສັດສິ້ນລົງໃນສອງສາມເດືອນຂ້າງໜ້ານີີ້.”

ໃນທາງກົງກັນຂ້າມ ການສືບສວນ Watergate ໃນຕົ້ນຊຸມປີ 1970 ນັ້ນ ໄດ້ໃຊ້ເວ
ລາສອງປີ ແລະການສືບສວນ ກ່ຽວ​ກັບ​ການ​ຂາຍ​ອາວຸດ​ໃຫ້​ອີຣ່ານເພື່ອນຳ​ເງິນ​ໄປ​
ຊ່ອຍ​ພວກຕໍ່ຕ້ານ​ໃນ​ນິກາຣາກວາ​ຫຼື Iran Contra ​ໃນ​ຊຸມປີ 1980 ນັ້ນ ໄດ້ໃຊ້
ເວລາຢູ່ຫົກປີ.

XS
SM
MD
LG