ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກະຊວງຕ່າງປະເທດ ສຫລ ເປີດ ການສືບສວນພາຍໃນ ຄືນໃໝ່ ກ່ຽວກັບອີແມລ ທ່ານນາງ Clinton


ຫົວໜ້າຫ້ອງການສືບສວນສັນຕິບານກາງ ຫລື FBI ທ່ານ James Comey ກຳລັງລາຍງານຕໍ່ຄະນະກຳມະການສືບສວນ ສະພາຕໍ່າ.
ຫົວໜ້າຫ້ອງການສືບສວນສັນຕິບານກາງ ຫລື FBI ທ່ານ James Comey ກຳລັງລາຍງານຕໍ່ຄະນະກຳມະການສືບສວນ ສະພາຕໍ່າ.

ກະຊວງ​ຕ່າງປະ​ເທດສະຫະລັດ ກຳ​ລັງ​ເປີດ​ການ​ສືບ​ສວນ​ພາຍ​ໃນ​ຄືນ​ໃໝ່ ກ່ຽວ​ກັບ​ວ່າ ຜູ້​ສະ​ໝັກະ​ເປັນ​ປະ​ທາ​ນາ​ທິບໍດີ ພັກ​ເດ​ໂມ​ແຄຣັດ ທ່ານ​ນາງ Hillary Clinton ​ແລະ​ບັນດາ​ຜູ້​ຊ່ວຍຄົນ​ສຳຄັນ​ຂອງ​ທ່ານນາງ​ ​ໄດ້​ປະຕິບັດ​ແບບ​ບໍ່​ຖືກຕ້ອງ​ ໃນ​ການ​ເກັບ​ຮັກສາ​ຂໍ້​ມູນ​ລັບ ຫລື​ບໍ່ ເວລາ​ທ່ານ​ນາງ​ເປັນລັດຖະມົນ ຕີຕ່າງປະ​ເທດ ພາຍ​ໃຕ້ລັດຖະບານ​ປະທານາທິບໍດີ Barack Obama.

“ພວກ​ເຮົາຈະ​ແນ​ໃສ່​ການ​ດຳ​ເນີນ​ການ​ຢ່າງ​ວ່ອງ​ໄວ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້ ​ແຕ່​ວ່າ​ພວກ​ເຮົາ​ຈະ​ບໍ່​ວາງ​ເສັ້ນ​ຕາຍ​ໃນ​ການ​ດຳ​ເນີນ​ງານ.” ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ ທ່ານ John Kirby ກ່າວໂດຍ​ໃຫ້​ຂໍ້​ສັງ​ເກດວ່າ​ການ​ທົບ​ທວນພາຍ​ໃນ ສາມາດເລີ້ມຂຶ້ນ​ໄດ້​ເລີຍ​ໃນ​ເວລາ​ນີ້ ຂະນະ​ທີ່ກະຊວງ​ຍຸຕິ​ທຳ​ໄດ້​ສະ​ຫລຸບ​ໂດຍບໍ່​ມີ​ການ​ກ່າວ​ຫາ​ໃດໆຕໍ່​ທ່ານ​ນາງ Clinton​.

ທ່ານນາງ Hillary Clinton ເວລານີ້ຍັງເປັນ ລັດຖະມົນຕີ ກະຊວງການຕ່າງປະເທດ ສະຫະລັດ
ທ່ານນາງ Hillary Clinton ເວລານີ້ຍັງເປັນ ລັດຖະມົນຕີ ກະຊວງການຕ່າງປະເທດ ສະຫະລັດ

ການ​ເຄື່ອນ​ໄຫວ​ນີ້ມີ​ຂຶ້ນ​ນຶ່ງ​ມື້ ​ຫລັງ​ຈາກລັດຖະມົນຕີ​ຍຸຕິ​ທຳ ທ່ານ​ນາງ Loretta Lynch ​ໄດ້ເຫັນ​ພ້​ອມກັບການສະ​ເໜີ​ ຂອງອົງການ​ສັນຕິ​ບານ​ກາງ ຫລື FBI ຂອງ​ສະຫະລັດວ່າ ​ບໍ່​ມີ​ຄວາມ​ຜິດ​ທີ່​ຕ້ອງ​ຍື່ນ​ຟ້ອງ ກ່ຽວ​ກັບ​ເຫດການດັ່ງ​ກ່າວ.

ສະມາສິກສະພາຕໍ່າ ພັກຣິພັບບລິກັນ ທ່ານ Jason Chaffetz ຈາກລັດ Utah (ຂວາ) ໂອ້ລົມກັບສະມາສິກສະພາຕໍ່າ ທ່ານ Elijah Cummings (ຊ້າຍ) ຈາກລັດ Maryland.
ສະມາສິກສະພາຕໍ່າ ພັກຣິພັບບລິກັນ ທ່ານ Jason Chaffetz ຈາກລັດ Utah (ຂວາ) ໂອ້ລົມກັບສະມາສິກສະພາຕໍ່າ ທ່ານ Elijah Cummings (ຊ້າຍ) ຈາກລັດ Maryland.

ບັນດາ​ສະມາຊິກ​ພັກຣີພັບ​ບລິກັນ ຮວມທັງຄູ່ແຂ່ງ​ທີ່​ຈະ​ຍາດ​ເອົາ​ຕຳ​ແໜ່​ງທີ່ທຳ ນຽບຂາວ ຂອງ​ທ່ານ​ນາງ ທ່ານ Donald Trump ​ໄດ້ກ່າວ​ວ່າ ມັນ​ເປັນ​ເລື້ອງທີ່​ບໍ່​ຍຸຕິ​ທຳ ໃນ​ການ​ບໍ່​ຖືກຟ້ອງ ​ໂດຍ​ກ່າວ​ຫາ​ວ່າອິດທິພົນຂອງທ່ານ​ນາງ Clinton ​ໃນ​ຖານະນັກ​ການ​ເມືອງ​ທີ່​ສຳຄັນ ​ໄດ້​ຊ່ວຍ​ທ່າ​ນນາງ​ຫລຸດ​ພົ້ນ​ຈາກ​ການ​ດຳ​ເນີນ​ຄະດີ​ໃນ​ການກະທຳ​ຄວາມ​ຜິດ.

ອະດີດຫົວໜ້າສູນກາງສືບລັບ CIA ທ່ານ David Petraeus.
ອະດີດຫົວໜ້າສູນກາງສືບລັບ CIA ທ່ານ David Petraeus.

ໃນ​ຕອນ​ເຊົ້າ​ວັນ​ພະ​ຫັດວານ​ນີ້ ຫົວໜ້າ​ອົງການ​ສັນຕິ​ບານ​ກາງ FBI ທ່ານ James Comey ​ໄດ້ກ່າວ​ປ້ອງ​ກັນ​ການ​ຕັດສິນ​ໃຈ​ຂອງ​ທ່ານ ທີ່​ບໍ່ໄດ້​ດຳ​ເນີນ ຄະ​ດີໃນກະທຳ​ຄວາມ​ຜິດ​ຕໍ່ທ່ານ​ນາງ Clinton ​ເຖິງ​ແມ່ນ​ທ່ານ​ໄດ້​ເວົ້າ​ວ່າ ຄະນະ​ສືບສວນ​ໄດ້​ພົບເຫັນ ການ​ເຮັດ​ວຽກ​ແບ​ບບໍ່​ລະມັດລະວັງ ​ໃນ​ການ​ນຳ​ໃຊ້ ​ເຄື່ອງ​ບໍລິການ​ອີ​ແມ​ລ​ເອກ​ະຊົນຂອງ​ທ່ານ​ນາງ ທີ່​ບໍ່​ມີ​ຄວ​າມ​ປອດ​ໄພນັ້ນ.

ປະທານສະພາຕໍ່າ ທ່ານ Paul Ryan ພັກຣີພັບບລິກັນ ຈາກລັດ Wisconsin.
ປະທານສະພາຕໍ່າ ທ່ານ Paul Ryan ພັກຣີພັບບລິກັນ ຈາກລັດ Wisconsin.

ທ່ານ Comey ກ່າວ​ຕໍ່ຄະນະ​ກຳ​ມະ​ການ ​ຂອງ​ສະພາ​ຕໍ່າວ່າ ຫລັງ​ຈາກ​ການ​ສືບ​ສວນ​ເປັນ​ເວລາ​ນຶ່ງ​ປີ​ແລ້ວ ຄະນະ​ສືບ​ສວນ​ໄດ້​ຕັດ​ສິນ​ໃຈ​ວ່າ ບໍ່​ມີ​ຫລັກ​ຖານທີ່​ວ່າ ທ່ານ​ນາງ Clinton ຊຶ່ງບັດ​ນີ້​ຄາດ​ວ່າ​ຈະ​ຖືກ​ສະ​ເໜີໃຫ້​ເປັນຜູ້​ສະໝັກ​ປະທານາ ທິບໍດີພັກ​ເດ​ໂມ​ແຄຣັດ ຫລື​ບັນດາ​ຜູ້ຊ່ວຍຂອງ​ທ່ານ​ນາງ ​ໄດ້ຕັ້ງ​ໃຈທີ່​ຈະລະ​ເມີດ ກົດໝາຍ​ສະຫະລັດ ​ໃນການ​ເປີດ​ເຜີຍ​ເອກ​ກະສາ​ນລັບ. ຄະນະ​ສືບສວນ​ໄດ້​ພົບ​ເຫັນ ມີ​ເອກະສານ​ລັບ​ 113 ສະບັບ ຢູ່​ໃນ​ອີ​ແມ​ລ​ຫລາຍ​ກວ່າ 30,000 ສະບັບ ຂອງ​ທ່ານ​ນາງ Clinton ທີ່​ເຂົາ​ເຈົ້າ​ໄດ້​ທົບ​ທວນ​ເບິ່ງແຕ່ປີ 2009 ຫາປີ 2013 ​ໃນ​ລະຫວ່າງ​ການ​ກຳ​ຕຳ​ແໜ່​ງ ​ໃນ​ນາມນັກ​ການ​ທູດ​ສູງ​ສຸດ​ຂອງ​ປະ​ເທດ.​

ຜູ້ສະໝັກເປັນ ປະທານາທິບໍດີ ສະຫະລັດ ທ່ານ Donald Trump ພັກຣິພັບບລິກັນ.
ຜູ້ສະໝັກເປັນ ປະທານາທິບໍດີ ສະຫະລັດ ທ່ານ Donald Trump ພັກຣິພັບບລິກັນ.

ອ່ານຂ່າວນີ້ເພິ້ມເປັນພາສາອັງກິດ

XS
SM
MD
LG