ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຫົວໜ້າອົງການ FBI ຂໍໃຫ້ກະຊວງຍຸຕິທຳ ໂຕ້ແຍ້ງການກ່າວອ້າງວ່າທ່ານ ໂອບາມາ ລັກດັກຟັງໂທລະສັບ


ຜູ້ອຳນວຍການ ອົງການ FBI ທ່ານ James Comey ໃຫ້ການ
ຢືນຢັນຕໍ່ໜ້າຄະນະກຳມາທິການ ສືບລັບ ສະພາສູງ ໃນການ
ພິຈາລະນາ ກ່ຽວກັບ ການເຄື່ອນໄຫວສືບລັບຂອງ ຣັດເຊຍ. 10 ມັງກອນ, 2017.
ຜູ້ອຳນວຍການ ອົງການ FBI ທ່ານ James Comey ໃຫ້ການ ຢືນຢັນຕໍ່ໜ້າຄະນະກຳມາທິການ ສືບລັບ ສະພາສູງ ໃນການ ພິຈາລະນາ ກ່ຽວກັບ ການເຄື່ອນໄຫວສືບລັບຂອງ ຣັດເຊຍ. 10 ມັງກອນ, 2017.

ຜູ້ອຳນວຍການອົງການສັນຕິບານກາງ ສະຫະລັດ ທ່ານ James Comey ໄດ້ຂໍໃຫ້ກະ ຊວງຍຸຕິທຳໂຕ້ແຍ້ງການກ່າວຫາຂອງປະທາ

ນາທິບໍດີ ດໍໂນລ ທຣຳ ວ່າ ອະດີດປະທານາທິບໍດີ ທ່ານ ບາຣັກ ໂອບາມາ ໄດ້ອອກຄຳສັ່ງ ໃຫ້ລັກດັກຟັງໂທລະສັບຢູ່ຕຶກ Trump Tower ໃນນະຄອນ ນິວຢອກ ປີກາຍນີ້.

ບັນດາເຈົ້າໜ້າທີ່ ສະຫະລັດ ຜູ້ທີ່ໄດ້ລົມກັບອົງການຂ່າວ Ap, ໜັງສືພິມ Washington
Post ແລະ New York Times ໄດ້ກ່າວວ່າ ຄຳຮຽກຮ້ອງຂອງທ່ານ Comey ໄດ້ມີຂຶ້ນ
ຫຼັງຈາກ ການກ່າວຫາຂອງທ່ານ ທຣຳ ໃນ Twitter ວັນເສົາທີ່ຜ່ານມາ, ລວມມີການປຽບ ທຽບໃສ່ອະດີດປະທານາທິບໍດີ Richard Nixon ຜູ້ທີ່ໄດ້ລາອອກຈາກຕຳແໜ່ງຖ່າມກາງ ຂ່າວນອງນັນໃນປີ 1974. ທ່ານ ທຣຳ ບໍ່ໄດ້ໃຫ້ຫຼັກຖານໃດໆ ເພື່ອສະໜັບສະໜູນການ ກ່າວອ້າງຂອງທ່ານ.

ສິ່ງທີ່ບໍ່ກະຈ່າງແຈ້ງກໍແມ່ນເປັນຫຍັງທ່ານ Comey ຈຶ່ງບໍ່ໂຕ້ແຍ້ງຄຳເວົ້າດັ່ງກ່າວດ້ວຍ
ຕົນເອງ. ທ່ານແມ່ນຜູ້ອຳນວຍການອົງການ FBI ພາຍໃຕ້ທ່ານ ໂອບາມາ, ແລະ ກະຊວງ ຂອງທ່ານ ໄດ້ເປັນຜູ້ນຳໜ້າສຳລັບການສືບສວນສອບສວນ ກ່ຽວກັບ ການມີອິດທິພົນ
ຂອງ ຣັດເຊຍ ໃນການເລືອກຕັ້ງຂອງປີກາຍນີ້ຢູ່ແລ້ວ.

ພາຍໃຕ້ກົດໝາຍ ສະຫະລັດ, ຜູ້ເປັນປະທານາທິບໍດີ ບໍ່ສາມາດອອກຄຳສັ່ງໃຫ້ລັກດັກ ຟັງໂທລະສັບຂອງຜູ້ໃດ. ການກະທຳດັ່ງກ່າວຈະຕ້ອງໄດ້ຮັບການອະນຸມັດໂດຍໄອຍະ ການລັດຖະບານກາງ ແລະ ຕ້ອງອີງໃສ່ເຫດຜົນທີ່ດີ ຖ້າສົງໄສວ່າ ເປັນຫຍັງການໂທ ລະສັບຂອງປະຊາຊົນຄົນໜຶ່ງຈຶ່ງຄວນຖືກກວດສອບ.

ຜູ້ອຳນວຍການໜ່ວຍສືບລັບລັດຖະບານກາງແຫ່ງຊາດຂອງທ່ານ ໂອບາມາ, ທ່ານ
James Clapper ໄດ້ເອີ້ນການກ່າວຫາຂອງທ່ານ ທຣຳ ວ່າບໍ່ແມ່ນຄວາມຈິງຢ່າງຊິ້ນ
ເຊີງ.

ທ່ານ Clapper ໄດ້ກ່າວຕໍ່ລາຍການ Meet the Press ຂອງໂທລະພາບ NBC ວ່າ “ມັນບໍ່ເຄີຍມີການກະທຳເຊັ່ນດັກລັກຟັງໂທລະສັບ ຕໍ່ປະທານາທິບໍດີທີ່ຖືກເລືອກ ໃໝ່ໃນເວລານັ້ນ, ຫຼື ໃນຖານະຜູ້ລົງແຂ່ງຂັນ ຫຼື ຕໍ່ການໂຄສະນາຫາສຽງຂອງທ່ານ.”

ນອກຈາກການກວດສອບຂອງອົງການ FBI ແລ້ວ, ບັນດາຄະນະກຳມະການສະພາ
ຕ່ຳ ແລະ ສະພາສູງ ແມ່ນໄດ້ດຳເນີນການສືບສວນສອບສວນຂອງພວກເຂົາເຈົ້າເອງ, ລວມທັງຊອກຫາສິ່ງທີ່ ຣັດເຊຍ ໄດ້ສັ່ງໃຫ້ເຮັດ ໃນກິດຈະກຳທາງຄອມພິວເຕີຢູ່ ສະຫະ
ລັດ ແລະ ວ່າຄວາມພະຍາຍາມພວກນັ້ນ ໄດ້ມີການເຊື່ອມໂຍງລະຫວ່າງ ພວກເຈົ້າໜ້າ
ທີ່ ຣັດເຊຍ ກັບ ຄົນຜູ້ທີ່ກ່ຽວຂ້ອງກັບການໂຄສະນາຫາສຽງດ້ານການເມືອງ ສະຫະລັດ
ຫຼືບໍ່.

Former Director of National Intelligence James Clapper on Wire Tap Allegations
please wait

No media source currently available

0:00 0:00:30 0:00

XS
SM
MD
LG