ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ຫົວໜ້າ FBI ອາດຖືກ ຊັກຖາມຕື່ມ ກ່ຽວກັບ ການແຊກແຊງ ຂອງ ຣັດເຊຍ


Comey Defends Handling of Clinton and Russia Investigations
please wait

No media source currently available

0:00 0:02:55 0:00

ທ່ານ James Comey ​ໃຫ້ການ ກ່ຽວກັບ ການເຂົ້າແຊກແຊງ ຂອງຣັດເຊຍ ໃນການເລືອກຕັ້ງສະຫະລັດ

ທ່ານ James Comey ຜູ້ອຳນວຍການອົງການສືບສວນຂອງລັດຖະບານກາງສະຫະ
ລັດ​ຫຼື FBI ​ໃຫ້ການ​ແບບ​ປິດ​ລັບ ​ຕໍ່​ຄະນະ​ກຳມະການ​ສືບ​ລັບ​ຂອງ​ສະພາ​ຕ່ຳ ​ໃນ​ວັນ​
ພະຫັດມື້ນີ້ ​ໃນ​ຖານະ​ທີ່​ເປັນ​ພາກສ່ວນນຶ່ງ​ຂອງ​ການ​ສືບສວນ​ກ່ຽວ​ກັບ​ການ​ແຊກແຊງ
​ຂອງຣັດ​ເຊຍເຂົ້າ​ໃນ​ການ​ເລືອກ​ຕັ້ງ ປີ 2016 ຂອງ​ສະຫະລັດ.

ທ່ານ James Comey ໄດ້ກ່າວຕໍ່​ຄະນະ​ກຳມະການ​ຍຸຕິ​ທຳ​ຂອງ​ສະພາ​ສູງໃນວັນພຸດ
ວານນີ້ ມັນເຮັດໃຫ້ທ່ານ “ວຽນຫົວປຸ້ນ​ທ້ອງ” ທີ່ຄິດວ່າ ຫ້ອງການຂອງທ່ານ ມີສ່ວນ
ເຮັດໃຫ້ທ່ານດໍໂນລທຣຳ ໄດ້ຮັບໄຊຊະນະ ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີສະຫະລັດ ຫຼັງຈາກທ່ານທີ່ໄດ້ເປີດການ​ສືບສວນ​ຄືນໃໝ່ ກ່ຽວກັບທ່ານນາງ Hillary Clinton
ຜູ້​ສະໝັກພັກ Democrat ພຽງບໍ່ເທົ່າໃດມື້ ກ່ອນທີ່ ການລົງຄະແນນເລືອກຕັ້ງຈະ​ມີ
​ຂຶ້ນນັ້ນ.

ເຊີນຊົມ: ຄຳໃຫ້ການ​ ຂອງທ່ານ Comey ທີ່ມີປົນກະທົບຕໍ່ການເລືອກຕັ້ງປ. ສະຫະລັດ

Comey: 'Makes Me Mildly Nauseous' That FBI Had An Impact on Election
please wait

No media source currently available

0:00 0:00:30 0:00

ທ່ານ Comey ໄດ້​ແຈ້ງ​ໃຫ້ຄະນະກຳມະການ​ຂອງສະພາສູງວ່າ ທ່ານຮູ້ສຶກ​ເຈັບ​ປວດ
ທີ່ໄດ້ເປີດເຜີຍ ການສືບສວນ​ໃໝ່ ກ່ຽວ​ກັບ​ການ​ເກັບ​ຮັກສາ ​ຂໍ້​ມູນ​ລັບ​ ຂອງທ່ານນາງ
Clinton ​ໃນ​ເຄື່ອງ​ບໍລິການ​ຮັບ email ສ່ວນຕົວຂອງທ່ານນາງ ໃນຂະນະທີ່ທ່ານນາງ
ດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດສະຫະລັດນັ້ນ. ການສືບສວນຄືນໃໝ່
ໄດ້ມີຂຶ້ນ ພຽງບໍ່ເທົ່າໃດເດືອນ ຫຼັງຈາກທີ່ທາງອົງການ FBI ໄດ້ປະກາດ​ໄປ​ວ່າ ທ່ານນາງ ບໍ່ໄດ້ກະທຳຜິດຫຍັງ.

ທ່ານ Comey ໄດ້ກ່າວວ່າ ທ່ານ​ໄດ້ຕັດສິນໃຈວ່າ​ມັນອາດຈະເປັນ “ຄວາມຫາຍະນະ”
ທີ່ຈະ​ປິດ​ບັງຂໍ້ມູນນີ້ ຫຼັງຈາກທີ່ໄດ້​ໃຫ້ການ​ຄ້ຳປະກັນ​ຕໍ່ທາງລັດຖະສະພາ ໄປແລ້ວວ່າ ການສືບສວນ ໄດ້ເສັດສິ້ນລົງແລ້ວນັ້ນ.

ອະດີດລັດຖະມົນຕີການຕ່າງປະເທດຂອງສະຫະລັດ ທ່ານນາງ Hillary Clinton ປະກອບສ່ວນເຂົ້າໃນ ການຮັບປະທານອາຫານກາງເວັນ ສຳຫຼັບ ແມ່ຍິງເພື່ອແມ່ຍິງນາໆຊາດ ນະຄອນ New York, New York, 2 ພຶດສະພາ, 2017.
ອະດີດລັດຖະມົນຕີການຕ່າງປະເທດຂອງສະຫະລັດ ທ່ານນາງ Hillary Clinton ປະກອບສ່ວນເຂົ້າໃນ ການຮັບປະທານອາຫານກາງເວັນ ສຳຫຼັບ ແມ່ຍິງເພື່ອແມ່ຍິງນາໆຊາດ ນະຄອນ New York, New York, 2 ພຶດສະພາ, 2017.

ທ່ານໄດ້ກ່າວວ່າ “ມັນເປັນທາງເລືອກທີ່ລຳບາກ ແຕ່ຂ້າພະເຈົ້າເຊື່ອວ່າ ມັນເປັນສິ່ງທີ່
ຖືກຕ້ອງ.”

ຕາມປົກກະຕິແລ້ວ ອົງການ FBI ແມ່ນພະຍາຍາມບໍ່ເປີດເຜີຍ ການສືບສວນຂອງ
ຜູ້ສະໝັກ ໃນເວລາສັ້ນໆ ກ່ອນການເລືອກຕັ້ງ ​ເພື່ອ​ບໍ່​ໃຫ້ມົນ​ຜົນກະທົບຕໍ່ການເລືອກຕັ້ງ.
ແຕ່ທ່ານComey ໄດ້ກ່າວວ່າ “ບໍ່ເທົ່າພຽງແຕ່ສ້ຽວນາທີດອກ” ທີ່ທ່ານໄດ້ພິຈາລະນາ
ທີ່ວ່າການ​ສືບສວນໃໝ່ນີ້ ອາດໄດ້ຊ່ອຍໃຫ້ທຣຳ ຊະນະທ່ານນາງ Clinton ໃນເດືອນ
ພະຈິກ ຜ່ານມານີ້.

ເຊີນຊົມ: ທ່ານ Comey ກ່າວວ່າ ການຕັດສິນໃຈເປີດເຜີຍ emails ຂອງທ່ານນາງ
Clinton ທີ່ມີຜົນກະທົບ ຕໍ່ທ່ານທຣຳ

Comey: ‘Can’t Consider For A Second' If Decision Elected Trump
please wait

No media source currently available

0:00 0:00:33 0:00

ທ່ານ Comey ໄດ້​ເປີດ​ເຜີຍ​ຂໍ້​ມູນ​ນີ້ 11 ມື້ ກ່ອນການເລືອກຕັ້ງ ຫຼັງຈາກທີ່ການ
ສືບສວນ ໄດ້ພົບເຫັນອີແມລ ຫຼາຍພັນສະບັບ ຈາກ​ກະຊວງການຕ່າງປະເທດຂອງ​
ທ່ານນາງ Clinton ໃນເຄື່ອງຄອມພິວເຕີ ຂອງອະດີດສະມາຊິກສະພາ ທ່ານ Anthony
Wiener ຜູ້ຊຶ່ງເປັນສາມີທີ່​ແຍກ​ທາງ​ກັນຂອງທ່ານ​ນາງ Huma Abedin ຜູ້ຊ່ອຍທ່ານນາງ
Clinton.

ໃນວັນອັງຄານຜ່ານມານີ້ ທ່ານນາງ Clinton ໄດ້ຖິ້ມ​ໂທດ​ສ່ວນ​ນຶ່ງໃສ່ທ່ານ Comey
ວ່າທີ່​ເຮັດ​ໃຫ້​ທ່ານ​ນາງປະລາໄຊ​ໃນ​ການ​ເລືອກ​ຕັ້ງ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: ທ່ານ Comey ກ່າວເຖິງການປົກປ້ອງຄວາມເຊື່ອຖືຂອງ ອົງການສືບສວນ
ຂອງລັດຖະບານກາງ

Comey on Lynch-Clinton Meeting, DoJ Investigation
please wait

No media source currently available

0:00 0:01:36 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 16 ເມສາ 2024

XS
SM
MD
LG