ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໑ ຕຸລາ ໒໐໒໓

ທ່ານໂອບາມາ ຈະພົບປະກັບ ຄອບຄົວ ພວກເຄາະຮ້າຍ ຈາກການຍິງສັງຫານໝູ່


ປະທານາທິບໍດີ ບາຣັກ ໂອບາມາ ກ່າວປາໄສ ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍໍຊິງຕັນ. 12 ທັນວາ, 2015.

ປະທານາທິບໍດີ ບາຣັກ ໂອບາມາ ໃນວັນສຸກນີ້ຈະຈັດການພົບປະ ສ່ວນຕົວ ກັບບັນດາຄອບຄົວ ຜູ້ທີ່ໄດ້ສູນເສຍຄົນຮັກຂອງພວກ ເຂົາເຈົ້າ ໃນການຍິງ​ສັງຫານ​ໝູ່​ເມື່ອວັນທີ 2 ທັນວາຜ່ານມາເຊິ່ງໄດ້ ເຮັດໃຫ້ 14 ຄົນເສຍຊີິວິດ ແລະ ບາດເຈັບອີກ 22 ຄົນ.

ທຳນຽບຂາວກ່າວວ່າ ທ່ານ ໂອບາມາ ຈະຢຸດ​ແວ່ ທີ່ເມືອງ San Bernadino ໃນການເດີນທາງເພື່ອໄປສະຫຼອງວັນ Christmas ທີ່ເກາະ ຮາວາຍ. ໂຄສົກທ່ານທຳນຽບຂາວ Josh Earnest ໄດ້ ອ້າງເຖິງທ່ານ ໂອມາ ດັ່ງກັບ “ຫົວໜ້າຜູ້ໃຫ້ກຳລັງໃຈ,” ເຊິ່ງຫຼາຍ ເທື່ອໄດ້ພົບປະກັບຫຼາຍຄອບຄົວຂອງຜູ້ປະສົບເຄາະ ແລະ ຜູ້ລອດ ຊີວິດຈາກການຍິງສັງຫານ​ໝູ່.

ນອກ​ນັ້ນ ໃນວັນພຸດວານນີ້, ຜູ້ອຳນວຍການ ອົງການ​ສັນຕິ​ບານ​ກາງ FBI ທ່ານ James Comey ໄດ້ກ່າວວ່າ ທ້າວ Syed Rizwan Farook ທີ່ໄດ້ເກີດຢູ່ໃນສະຫະລັດ ແລະ ພັນລະ ຍາຂອງລາວ ນາງ Tashfeen Malik ສັນຊາດປາກິສຖານ ​ເຊິ່ງ​ເປັນ​ມື​ປືນ ​ໃນ​ການ​ຍິງ​ສັງຫານ​ໝູ່ ໃຫ້ຄຳສັນຍາທີ່ຈະເປີດການໂຈມຕີ ເມື່ອສອງປີທີ່ຜ່ານມາ ແມ່ນກະທັ້ງກ່ອນທີ່ພວກເຂົາທັງ ສອງຄົນຈະໄດ້ພົບພໍ້​ກັນ​ເສຍ​ອີກ.

ຜູ້ອຳນວຍການ ອົງການ​ສັນຕິ​ບານ​ກາງ FBI ທ່ານ James Comey ກ່າວປາໄສ ໃນກອງປະຊຸມຖະແຫຼງຂ່າວ ທີ່ສຳນັກງານໃຫຍ່ພະແນກຕຳຫຼວດ ນະຄອນ ນິວຢອກ ຫຼື NYPD. ນະຄອນ ນິວຢອກ. 16 ທັນວາ 2015.
ຜູ້ອຳນວຍການ ອົງການ​ສັນຕິ​ບານ​ກາງ FBI ທ່ານ James Comey ກ່າວປາໄສ ໃນກອງປະຊຸມຖະແຫຼງຂ່າວ ທີ່ສຳນັກງານໃຫຍ່ພະແນກຕຳຫຼວດ ນະຄອນ ນິວຢອກ ຫຼື NYPD. ນະຄອນ ນິວຢອກ. 16 ທັນວາ 2015.

ທ່ານ Comey ກ່າວ​ວ່າ ​ເຈົ້າໜ້າ​ທີ່​ໄດ້​ລົງ​ຄວາມ​ເຫັນ​ວ່າ ​ໃນ​ທ້າຍ​ປີ​ 2013 ທ້າວ​ Farook ​ແລະ​ນາງ Malik ​ໄດ້​ໂອ້​ລົມ​ກັນ​ທາງ​ອິນ​ເຕີ ​ແນັດ ​ແລະ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ຮ່ວມ​ກັນ​ທີ່​ຈະ​ທຳ​ການ​ໂຈມ​ຕີ​ ແລະ ​ເປັນວີລະ​ຊົນ​ທາງ​ສາສະໜາ.

ທ່ານ Comey ແນວໃດກໍຕາມໄດ້ກ່າວວ່າ “ພວກເຮົາຍັງບໍ່ເຫັນການພົວພັນກັບອົງການກໍ່ ການຮ້າຍຕ່າງປະເທດ. ພວກເຮົາຍັງບໍ່ເຫັນວ່າ ພວກເຂົາແມ່ນສ່ວນໜຶ່ງ ຂອງກຸ່ມຈັດຕັ້ງ​ເພື່ອລໍຖ້າ​ຮັບ​ຄຳ​ສັ່ງ ຫຼື ສ່ວນ ອື່ນໆ. ພວກເຮົາຍັງຢາກຮູ້ວ່າພວກເຂົາໄດ້ໄປຢູ່ໄສ 4 ຊົ່ວໂມງ ຫຼັງຈາກການໂຈມຕີ ແລະ ມີຫຍັງແດ່ທີ່ພວກເຂົາໄດ້ວາງແຜນທີ່ຈະເຮັດ, ແລະ ມີຄົນໃດ ແດ່ທີ່ໄດ້ຊ່ວຍເຫຼືອພວກເຂົາ ຫຼື ຊ່ວຍພວກເຂົາໃນບາງວິທີ.”

ພາຍຫຼັງການສືບສວນສອບສວນເບື້ອງຫຼັງ, ນາງ Malik ໄດ້ຖືກອະນຸ ຍາດໃຫ້ເຂົ້າມາ ສະຫະ ລັດ ໃນສິ່ງທີ່ຮູ້ກັນວ່າເປັນ “ວີຊາ ຄູ່ໝັ້ນ,” ເຊິ່ງເປັນເອກະສານທີ່ໄດ້ບັງຄັບໃຫ້ທັງສອງຄົນ ແຕ່ງງານກັນພາຍໃນ 90 ມື້ຫລັງ​ຈາກເດີນທາງຮອດສະຫະລັດ​ແລ້ວ.

US California Attack
please wait
Embed

No media source currently available

0:00 0:00:52 0:00

XS
SM
MD
LG