ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

FBI ລະບຸ​ວ່າ ສອງ​ສາມີພັນ​ລະຍາ ໄດ້ກາຍມາ​ເປັນ ​ພວກ​ຫົວ​ຮຸນ​ແຮງ​ຈັດ ດົນ​ນານ​ພໍ​ສົມຄວນ


ສະມາຊິກ​ສື່ ທຳ​ການຖ່າຍ​ພາບ ຂອງຜ້າ​ຕ່ຳ ທີ່​ຂຽນພາສາ​ທາງ​
ສາສະໜາ​ ​ຕິດໄວ້ຢູ່ຝາ ​ຂອງບ້ານສອງສາມີພັນລະຍາ ທີ່ Redlands, ລັດ Calif., 4 ທັນວາ, 2015.
ສະມາຊິກ​ສື່ ທຳ​ການຖ່າຍ​ພາບ ຂອງຜ້າ​ຕ່ຳ ທີ່​ຂຽນພາສາ​ທາງ​ ສາສະໜາ​ ​ຕິດໄວ້ຢູ່ຝາ ​ຂອງບ້ານສອງສາມີພັນລະຍາ ທີ່ Redlands, ລັດ Calif., 4 ທັນວາ, 2015.

ອິງ​ຕາມ​ການ​ສືບສວນສອບ​ສວນ​ຂອງອົງການ​ສັນຕິ​ບານ​ກາງ
ຫຼື FBI ຂອງ​ສະຫະລັດ​ແລ້ວ ​ແມ່ນວ່າ ສອງ​ສາມີພັນ​ລະຍາ ທີ່ໄດ້
​ສັງຫານ 14 ຄົນ ​ແລະ​ຍິງບາດ​ເຈັບອີກ 21 ຄົນ ​ໃນ​ລັດ Cali-
fornia
​ໄດ້ທຳ​ການ​ຊ້ອມ​ຍິງປືນ ​ກ່ອນ​ການ​ໂຈມ​ຕີ​ ທີ່​ຮ້າຍແຮງ​ນັ້ນ
​ແລະ​ໄດ້ກາຍ ​ເປັນ​ພວກ​ຫົວ​ຮຸນ​ແຮງ​ຈັດ “ມາ​ໄດ້​ດົນ​ນານ​ພໍ​ສົມ
ຄວນ​ແລ້ວ​.”

​ເຈົ້າ​ໜ້າ​ທີ່ FBI ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວໃນ​ວັນ​ຈັນ​ວານ​ນີ້ ວ່າ
ບັນດາ​ນັກ​ສືບສວນ ສອບ​ສວນ​ທັງ​ຫຼາຍ ຍັງ​ສືບຕໍ່ຄົ້ນ​ຫາ​ວ່າ ທ້າວ
Syed Rizwan Farook ຜູ້​ຊຶ່ງ​ເກີດ​ຢູ່​ໃນ​ສະຫະລັດ ​ແລະ​ພັນ​
ລະ​ຍາຊາວ​ປາ​ກິ​ສຖານ​ ນາງ Tashfeen Malik ​ໄດ້​ວາງ​ແຜນ​
ໂຈມ​ຕີ ມາດົນປານໃດ​ແລ້ວ ​ແຕ່ທັງ​ສອງ​ໄດ້​ໄປ​ຝຶກ​ຊ້ອມ​ຍິງປືນ ຕາມສະຖານ​ຍິງເປົ້າ
ຫລາຍໆ​ບ່ອນ ຊຶ່ງ​ຮວມທັງການ​ຝຶກ​ຊ້ອ​ມຄັ້ງ​ນຶ່ງ ​ແມ່ນ​ມີ​ຂຶ້ນພາຍ​ໃນບໍ່​ເທົ່າ​ໃດ​ມື້ກ່ອນ​ໜ້າການ​ໂຈມ​ຕີ​ສັງຫານ​ໝູ່ ​ໃນ​ງານ​ສັງ​ສັນ​ຂອງ​ພະນັກງານ​ລັດຖະບານທ້ອງ​ຖິ່ນ​ນັ້ນ.​

​ເຈົ້າ​ໜ້າ​ທີ່​ຕຳຫຼວດ ທຳ​ການ​ກວດ​ຄົ້ນ​ຫາ​ຫຼັກ​ຖານ ທີ່​ຫຼົງ​ເຫຼືອ​ຢູ່ ​ໃນ​ລົດ SUV ທີ່​ພົວພັນ ​ໃນ​ການ​ໂຈມ​ຕີ​ຂອງ​ວັນ​ພຸດຜ່ານ​ມາ ​ໃນ ​ເຂດ San Bernardino, California, 3 ທັນວາ, 2015.
​ເຈົ້າ​ໜ້າ​ທີ່​ຕຳຫຼວດ ທຳ​ການ​ກວດ​ຄົ້ນ​ຫາ​ຫຼັກ​ຖານ ທີ່​ຫຼົງ​ເຫຼືອ​ຢູ່ ​ໃນ​ລົດ SUV ທີ່​ພົວພັນ ​ໃນ​ການ​ໂຈມ​ຕີ​ຂອງ​ວັນ​ພຸດຜ່ານ​ມາ ​ໃນ ​ເຂດ San Bernardino, California, 3 ທັນວາ, 2015.

ທ່ານ David Bowdich ຮອງ​ຜູ້ອຳນວຍການ​ຂອງ​ອົງການ FBI ທີ່​ກຳກັບ​ພວກ​ເຈົ້າໜ້າ​ທີ່​ສະໜາມ​ຂອງ​ຫ້ອງການ​ໃນ​ນະຄອນ Los Angeles ​ໄດ້​ກ່າວ​ວ່າ ພວກ​ກ່ຽວ​ທັງ​ສອງ​ນີ້​ ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້ ​ທີ່​ໄດ້ກາຍ​ມາ​ເປັນ​ພວກ​ຫົວ​ຮຸນ​ແຮງ​ຈັດ​ໃນ​ທາງ​ອິນ​ເຕີ​ແນັດ​ ຫຼື online
ແຕ່​ບໍ່​ແມ່ນ​ຕິດ​ຕໍ່​ໂດຍ​ກົງກັບ​ຄົນອື່ນ. ທ່ານ​ຍັງ​ໄດ້​ກ່າວ​ວ່າ ການ​ສືບສວນ​ສອບ​ສວນນີ້ຍັງ​ຕ້ອງ ການ​ທີ່​ຈະ​ສືບ​ໃຫ້​ຮູ້ເຖິງ​ລາຍ​ລະອຽດຂອງ​ການ​ທີ່​ພວກ​ເຂົາ​ເຈົ້າ ​ໄດ້​ກາຍ​ມາ​ເປັນ​ພວກ​ຫົວ​ຮຸນ​ແຮງ​ນີ້​ໄດ້​ຢ່າງ​ໃດ ຊຶ່ງ​ບໍ່​ໄດ້ມີ​ຮ່ອງຮອຍສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ເຂົາ​ເຈົ້າ​ເປັນ​ສ່ວນ​ນຶ່ງ​ຂອງ​ການວາງ​ແຜນ​ໃນ​ຕ່າງປະ​ເທດ ​ເພື່ອໂຈມ​ຕີ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ.

​ເຈົ້າ​ໜ້າ​ທີ່ລັດຖະບານ​ກາງ ​ໄດ້​ກ່າວ​ວ່າ ນາງ Malik ​ໄດ້​ປະຕິຍານ​ຕົນ​ຕໍ່​ຫົວໜ້າ​ຂອງ​ກຸ່ມລັດ ອິສລາມ ​ໂດຍ​ຂຽນ​ຂໍ້ຄວາມ​ລົງ​ໃນ Facebook ​ແລະ​ທ້າງ Farook ​ໄດ້​ຕິດ​ຕໍ່ກັບ​ສ່ວນ​ບຸກ ຄົນ​ ທີ່​ພົວພັນ​ກັບ​ກຸ່ມ​ກໍ່​ການ​ຮ້າຍອື່ນໆ.

ວັນ​ທີ 27 ກໍລະກົດ, 2014 ຮູບ​ຈາກ​ກົມ​ສຸນ​ລະກາ​ກອນ ​ແລະ​ກວດ​ຄົນ​ເຂົ້າ​ເມືອງ ຕາມ​ຊາຍ​ແດນ ສະ​ແດງ​ໃຫ້​ເຫັນ ນາງ Tashfeen Malik, ຊ້າຍ, ​ແລະ​ທ້າວ Syed Farook, ​ໃນ​ຂະນະທີ່​ເດີນທາງ​ເຂົ້າ​ສະໜາມ​ບິນນາໆ​ຊາດ O'Hare ທີ່​ນະຄອນ Chicago.
ວັນ​ທີ 27 ກໍລະກົດ, 2014 ຮູບ​ຈາກ​ກົມ​ສຸນ​ລະກາ​ກອນ ​ແລະ​ກວດ​ຄົນ​ເຂົ້າ​ເມືອງ ຕາມ​ຊາຍ​ແດນ ສະ​ແດງ​ໃຫ້​ເຫັນ ນາງ Tashfeen Malik, ຊ້າຍ, ​ແລະ​ທ້າວ Syed Farook, ​ໃນ​ຂະນະທີ່​ເດີນທາງ​ເຂົ້າ​ສະໜາມ​ບິນນາໆ​ຊາດ O'Hare ທີ່​ນະຄອນ Chicago.

ນາງ Malik ​ແລະ​ທ້າວ Frook ​ໄດ້​ໜີ​ອອກ​ຈາກ​ສະຖານ​ທີ່​ໂຈມ​ຕີ ພ້ອມ​ກັນ ​ແຕ່​ວ່າ ຕໍ່​ມາ​ຕຳຫຼວດ​ໄດ້ພົບ​ເຫັນ​ລົດ​ຂອງ​ພວກ​ກ່ຽວ ​ແລະ​ໄດ້ສັງຫານບຸກຄົນ​ທັງ​ສອງໃນ​ການ​ຍິງຕໍ່ສູ້ກັນ.

​ເຈົ້າ​ໜ້າ​ ທີ່​ ທ້ອງ​ຖິ່ນ ​ໄດ້​ກ່າວ​ວ່າ ຍັງ​ຈະ​ໄດ້​ມີ​ການ​ຮັກສາ​ຄວາມ​ປອດ​ໄພ​ເພີ້ມຂຶ້ນໃນ​ຂົງ​ເຂດ ທີ່ໃຫ້​ເປັນ​ການ​ສອດຄ່ອງ​ກັບ​ຄຳ​ເວົ້າ​ຂອງປະທາ​ນາທິບໍ​ດີ ບາຣັກ ​ໂອ​ບາ​ມາ ທີ່​ເອີ້ນ​ການ​ໂຈມ​ຕີ​ນີ້​ວ່າ “​ເປັນ​ການ​ກະທຳ​ກໍ່​ການ​ຮ້າຍ ທີ່​ຢາກ​ຈະ​ສັງຫານ​ບັນດາຜູ້ບໍລິສຸດ​ນັ້ນ.”

​ ໃນ​ການ​ຖະ​ແຫຼງທີ່​ບໍ່​ສູ້​ຈະ​ມີ​ຂຶ້ນ ​ຢູ່​ທຳນຽບຂາວ ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້ ທ່ານ​ບາຣັກ ​ໂອ​ບາ​ມາ ໄດ້​ອະທິ​ບາຍ​ເຖິງ​ການ​ໂຈມ​ຕີ​ດັ່ງກ່າວ ​ແລະໃຫ້ການຄ້ຳປະກັນແກ່​ຊາວ​ອາ​ເມຣິກັນ ກ່ຽວ​ກັບ​ຍຸດ​ທະ​ສາດ​ຂອງ​ສະຫະລັດ​ເພື່ອ​ປາບ​ປາມ​ກຸ່ມ​ກໍ່​ການ​ຮ້າຍ​ ດັ່ງກ່າວ. ທ່ານ​ປະທາ​ນາທິບໍດີ ​ໄດ້​ກ່າວ​ວ່າ ທັງ​ສອງ​ມື​ສັງຫານ ​ແມ່ນ​ໄດ້​ຮັບ​ເອົາ “ການ​ຕີ​ຄວາມ​ໝາຍ​ທີ່​ຜິດພາດ​ກ່ຽວ​ກັບ​ສາ ສາອິສລາມ ນັ້ນ.”

No Clues Yet On How San Bernardino Shooters Became Radicalized
please wait

No media source currently available

0:00 0:02:03 0:00

XS
SM
MD
LG