ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອົງການ FBI ວ່າ ກຸ່ມອາລ-ໄກດາ ມຸ້ງໝັ້ນ ທີ່ຈະໂຈມຕີ ສະຫະລັດ ເຖິງແມ່ນວ່າ ຜູ້ນຳຂອງຕົນຖືກສັງຫານ


ຜູ້ອຳນວຍການອົງການ FBI ທ່ານຄຣິສໂຕເຟີ ວ໌ເຣ ໃຫ້ການຕໍ່ຄະນະກຳມະການຕຸລາການຂອງສະພາສູງ ໃນການພິຈາລະນາຮັບຟັງຄຳໃຫ້ການ ຢູ່ທີ່ລັດຖະສະພາ ຫຼື Capitol ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 4 ສິງຫາ 2022.
ຜູ້ອຳນວຍການອົງການ FBI ທ່ານຄຣິສໂຕເຟີ ວ໌ເຣ ໃຫ້ການຕໍ່ຄະນະກຳມະການຕຸລາການຂອງສະພາສູງ ໃນການພິຈາລະນາຮັບຟັງຄຳໃຫ້ການ ຢູ່ທີ່ລັດຖະສະພາ ຫຼື Capitol ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 4 ສິງຫາ 2022.

ຜູ້ອຳນວຍການອົງການສັນຕິບານກາງ FBI ທ່ານຄຣິສໂຕເຟີ ວ໌ເຣ (Christopher Wray) ໄດ້ກ່າວໃນວັນພະຫັດວານນີ້ ວ່າ ທ່ານຍັງຄົງເປັນຫ່ວງກ່ຽວກັບຄວາມເປັນໄປໄດ້ສຳລັບການໂຈມຕີຂະໜາດໃຫຍ່ ທີ່ໄດ້ຖືກວາງແຜນ ຫຼື ໄດ້ຮັບແຮງຊຸກຍູ້ ໂດຍກຸ່ມອາລ-ໄກດາ ເຖິງແມ່ນໄດ້ມີການສັງຫານຂອງຜູ້ນຳຂັ້ນສູງຂອງຕົນ ໃນການໂຈມຕີດ້ວຍເຮືອບິນໂດຣນສະຫະລັດ ຢູ່ໃນອັຟການິສຖານ ເມື່ອທ້າຍອາທິດແລ້ວນີ້ ກໍຕາມ.

ທັງກຸ່ມອາລ-ໄກດາ ແລະກຸ່ມລັດອິສລາມ ພ້ອມທັງກຸ່ມເຄືອຂ່າຍຂອງພວກເຂົາ “ມີເຈດຕະນາຈະດຳເນີນການ ຫຼືມີແຮງກະຕຸ້ນໃຈໂຈມຕີຂະໜາດໃຫຍ່ຢູ່ໃນສະຫະລັດ” ທ່ານວ໌ເຣ ໄດ້ກ່າວໃນລະຫວ່າງ ໃຫ້ການຕໍ່ຄະນະກຳມະການດ້ານຕຸລາການຂອງສະພາສູງສະຫະລັດ.

ທ້າວເອແມນ ອາລຊາວາຮີຣີ ຫົວໜ້າກຸ່ມອາລ-ໄກດາ ຜູ້ວາງແຜນທີ່ສຳຄັນຂອງການໂຈມຕີໃນວັນທີ 11 ກັນຍາ 2001 ນັ້ນ ໄດ້ຖືກສັງຫານໃນການໂຈມຕີເມື່ອຕອນເຊົ້າມືດວັນອາທິດຜ່ານມາ ຢູ່ທີ່ບ້ານຫລົບລີ້ໄພ ຫຼື safehouse ໃນໃຈກາງນະຄອນຫຼວງກາບູລ ຂອງອັຟການິສຖານ.

ເມື່ອຖືກຖາມວ່າ ຖ້າ ກຸ່ມອາລ-ໄກດາ ຫຼື ກຸ່ມລັດອິສລາມ ຈະໂຈມຕີຕໍ່ສະຫະລັດ ຖ້າຫາກວ່າ ມີໂອກາດແລ້ວ ທ່ານວ໌ເຣ ໄດ້ກ່າວວ່າ “ໂອ້ ແນ່ນອນ!”

ທ່ານວ໌ເຣ ກ່າວວ່າ ຢ່າງໃດກໍຕາມ ໃນໄລຍະເວລາອັນໃກ້ນີ້ ກຸ່ມອາລ-ໄກດາ ຂະນະທີ່ການນຳພາຂອງຕົນໄດ້ຖືກຕັດລົງ ມີແນວໂນ້ມສູງທີ່ຈະສຸມໃສ່ໃນເລື້ອງ “ການກໍ່ສ້າງເຄືອຂ່າຍຕ່າງໆຢູ່ຕ່າງປະເທດ ແລະການສະໜັບສະໜຸນການໂຈມຕີຂະໜາດນ້ອຍ” ໃນພາກພື້ນຕ່າງໆເຊັ່ນວ່າ ອາຟຣິກາຕາເວັນອອກ ແລະຕາເວັນຕົກ.

ແຟ້ມພາບ - ພາບນິ້ງນີ້ ໄດ້ມາໃນວັນທີ 11 ຕຸລາ 2011, ທີ່ໄດ້ຮັບອະນຸຍາດຈາກ IntelCenter ສະແດງໃຫ້ເຫັນ ທ້າວເອແມນ ອາລ-ຊາວາຮີຣີ ປາກົດໂຕ ຢູ່ໃນວີດີໂອ ຂອງກຸ່ມອາລ-ໄກດາ.
ແຟ້ມພາບ - ພາບນິ້ງນີ້ ໄດ້ມາໃນວັນທີ 11 ຕຸລາ 2011, ທີ່ໄດ້ຮັບອະນຸຍາດຈາກ IntelCenter ສະແດງໃຫ້ເຫັນ ທ້າວເອແມນ ອາລ-ຊາວາຮີຣີ ປາກົດໂຕ ຢູ່ໃນວີດີໂອ ຂອງກຸ່ມອາລ-ໄກດາ.

ໃນການໃຫ້ຄຳເຫັນຕໍ່ສາທາລະນະຄັ້ງທຳອິດ ກ່ຽວກັບການສັງຫານ ທ້າວອາລ-ຊາວາຮີຣີ ນັ້ນ ທ່ານວ໌ເຣ ໄດ້ກ່າວວ່າ ທ່ານ “ບໍ່ໄດ້ແປກໃຈເລີຍ ແຕ່ຫາກຜິດຫວັງ” ທີ່ຫົວໜ້າຂອງກຸ່ມອາລ-ໄກດາ ໄດ້ຖືກພົບເຫັນວ່າ ຫລົບລີ້ຢູ່ໃນ safehouse ທີ່ຖືກກ່າວອ້າງວ່າ ເປັນບ້ານຂອງສະມາຊິກອາວຸໂສ ຂອງ ກຸ່ມ Haqqani Network.

ທ້າວອາລ-ຊາວາຮີຣີ ຜູ້ທີ່ໄດ້ເຂົ້າຮັບຕຳແໜ່ງເປັນຜູ້ນຳ ກຸ່ມອາລ-ໄກດາ ຫຼັງຈາກທີ່ທ້າວໂອຊາມາ ບິນ ລາເດັນ ໄດ້ຖືກສັງຫານໃນການບຸກໂຈມຕີຂອງສະຫະລັດ ໃນປີ 2011 ກໍໄດ້ຢູ່ໃນບັນຊີ ຜູ້ທີ່ອົງການ FBI ຕ້ອງການຕົວທີ່ສຸດ ໂດຍມີເງິນລາງວັນ 25 ລ້ານໂດລາ ສຳລັບການຈັບກຸມຜູ້ກ່ຽວ.

ຫຼັງຈາກການໂຈມຕີດ້ວຍໂດຣນ ລັດຖະບານທ່ານໄບເດັນ ໄດ້ກ່າວຫາກຸ່ມຕາລີບານ ໃນການລະເມີດຕໍ່ຂໍ້ຕົກລົງປີ 2020 ພາຍໃຕ້ຂໍ້ຕົກລົງນີ້ ຊຶ່ງກຸ່ມດັ່ງກ່າວ ໄດ້ປະຕິຍານຈະບໍ່ອະນຸຍາດໃຫ້ກຸ່ມກໍການຮ້າຍໃດໆ ມາໃຊ້ຜືນແຜ່ນດິນຂອງອັຟການິສຖານ ເພື່ອຂົ່ມຂູ່ສະຫະລັດ ຫຼື ບັນດາພັນທະມິດຂອງຕົນ.

ເຈົ້າໜ້າທີ່ກຸ່ມຕາລີບານ ໄດ້ກ່າວວ່າ ພວກເຂົາເຈົ້າ ບໍ່ຮູ້ຈັກເລີຍວ່າ ທ້າວອາລ-ຊາວາຮີຣີ ອາໄສຢູ່ໃນນະຄອນຫຼວງກາບູລ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG