ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຈົ້າ​ໜ້າ​ທີ່​ເອັ​ຟ​ບີ​ໄອ ບໍ່ພົບເຫັນ ເອກະສານລັບຊຸດໃຫມ່ ຢູ່​ໃນ​ເຮືອນ ທີ່​ເປັນ​ບ່ອນໄປພັກຜ່ອນ ຂອງ ປ. ໄບ​ເດັນ


ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ຍ່າງ​​ອອກຈາກ​ໂບດກາ​ໂຕ​ລິກ St. Edmund Roman ຫລັງ​ຈາກ​​ເຂົ້າ​ຮ່ວມ​ການສູດ​ມົນ ໃນ​ເມືອງ Rehoboth Beach, ລັດ​ເດ​ລາ​ແວ, ວັນ​ທີ 21 ມັງ​ກອນ, 2023.
ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ຍ່າງ​​ອອກຈາກ​ໂບດກາ​ໂຕ​ລິກ St. Edmund Roman ຫລັງ​ຈາກ​​ເຂົ້າ​ຮ່ວມ​ການສູດ​ມົນ ໃນ​ເມືອງ Rehoboth Beach, ລັດ​ເດ​ລາ​ແວ, ວັນ​ທີ 21 ມັງ​ກອນ, 2023.

​ເຈົ້າ​ໜ້າ​ທີ່ອົງ​ການ​ສັນ​ຕິ​ບານ​ກາງ ຫລື FBI ລາຍງານວ່າ ພວກເຂົາເຈົ້າບໍ່ພົບເຫັນເອກະສານລັບຊຸດໃຫມ່ ຢູ່ໃນການກວດຄົ້ນໃນວັນພຸດວານນີ້ ຢູ່​ໃນ​ເຮືອນທີ່ເປັນບ່ອນພັກຜ່ອນຂອງປະທານາທິບໍດີສະຫະລັດ, ທ່ານ​ໂຈ ໄບ​ເດັນ ຢູ່ໃນເມືອງແຄມທະ​ເລ ​ຫາດ​ຊາຍ ຣີ​ໂຮ​ໂບດ (Rehoboth Beach), ລັດ​ເດ​ລາ​ແວ, ອີງ​ຕາມທະນາຍຄວາມ ສ່ວນ ຕົວຂອງທ່ານ​ເວົ້າ ແຕ່ພວກເຂົາເຈົ້າ ໄດ້ເອົາເອກະສານບາງຢ່າງໄປ ເພື່ອເອົາໄປ​ກວດ​ຄືນຕື່ມອີກ.

ທະນາຍຄວາມບອດ ບາວ​ເອີ ກ່າວຢູ່ໃນຖະແຫຼງການສະບັບນຶ່ງວ່າ ການກວດຄົ້ນ ເຮືອນສາມຊັ້ນ ສີຟ້າ-ປົນຂາວ ດຳເນີນໄປແຕ່ເວລາ 8:30 ໂມງເຊົ້າ ຫາຕອນທ່ຽງ ໃນ “ການປະສານງານ ແລະຮ່ວມມືກັບພວກທະນາຍຄວາມຂອງທ່ານປະທານາທິບໍດີ” ແລະໄດ້ມີ​ການວາງແຜນໄວ້.
ທ່ານບາວ​ເອີ ກ່າວວ່າ "ບໍ່ພົບເອກະສານທີ່ມີໝາຍໃສ່​ວ່າ ​ເປັນ​ເອ​ກະ​ສານ​ລັບ. ແຕ່ ທ່ານກໍກ່າວຕື່ມວ່າ ຄ້າຍຄືກັນກັບການກວດຄົ້ນ ໃນເດືອນແລ້ວນີ້ ຢູ່ເຮືອນສ່ວນຕົວ ຂອງທ່ານໄບເດັນ ໃນເມືອງວີ​ລ​ມິງ​ຕັນ, ລັດ​ເດ​ລາ​ແວ ເຂົາເຈົ້າໄດ້ເອົາເອກະສານຈຳ​ນວນ​ນຶ່ງ ແລະບັນທຶກທີ່ຂຽນດ້ວຍມື ທີ່ເບິ່ງຄືວ່າ ກ່ຽວຂ້ອງກັບເວລາທີ່​ທ່ານເປັນຮອງ ປະທານາທິບໍດີທີ່ສິ້ນສຸດລົງ ໃນຕົ້ນປີ 2017 ນັ້ນ.

ທ່ານບາວ​ເອີ ກ່າວກ່ອນໜ້ານີ້ວ່າ ພາຍໃຕ້ "ຂັ້ນຕອນມາດຕະຖານຂອງກະຊວງຍຸຕິ ທຳ ເພື່ອຜົນປະໂຫຍດໃນການປະຕິບັດງານດ້ານຄວາມໝັ້ນ​ຄົງ ແລະຄວາມຊື່ສັດ, ໄດ້​ມີ​ຄວາມພະຍາຍາມເຮັດວຽກນີ້ໂດຍບໍ່ມີການແຈ້ງການລ່ວງໜ້າ, ແລະ ພວກເຮົາ ເຫັນ​ດີໃຫ້ການຮ່ວມມື. ການກວດຄົ້ນ [ໃນວັນພຸດວານນີ້] ແມ່ນບາດກ້າວເພີ້ມເຕີມ​ອີກ ຢູ່ໃນຂະ​ບວນ​ການຄົ້ນ​ຫາຢ່າງລະອຽດ ແລະທັນເວລາຂອງກະ​ຊວງ​ຍຸ​ຕິ​ທຳ ທີ່ພວກ ເຮົາຈະສືບຕໍ່ໃຫ້​ການສະ​ໜັບ​ສະ​ໜຸນ ແລະອໍານວຍຄວາມສະດວກ ໃຫ້ຢ່າງເຕັມທີ່.”

ການກວດຄົ້ນເຮືອນທີ່​ຢູ່ໃກ້ກັບມະຫາສະໝຸດແອັດແລນຕິກ ໄດ້ມີ​ຂຶ້ນ​ພາຍ​ຫລັງການ ກວດ​ຄົ້ນກ່ອນໜ້ານີ້ ຊຶ່ງທີ່​ປຶກ​ສາຂອງໄບເດັນ ໃນທ້າຍປີກາຍນີ້ ໄດ້ພົບເຫັນບັນດາເອກະສານທີ່ໝາຍໃສ່​ວ່າ ​ເປັນ​ເອກ​ະ​ສານ​ລັບຢູ່ອົງການຄົ້ນຄວ້າໃນ​ນະ​ຄອນຫຼວງ ວໍຊິງຕັນ, ສູນກາງເພັນ ໄບເດັນ ກ່ຽວ​ກັບການທູດ ແລະການມີສ່ວນຮ່ວມທົ່ວໂລກ, ບ່ອນທີ່ໄບເດັນ ເຮັດວຽກພາຍຫຼັງ​ສະ​ໄໝດຳ​ລົງ​ຕຳ​ແໜ່ງ​ເປັນຮອງປະ​ທາ​ນາ​ທິ​ບໍ​ດີສິ້ນ​ສຸດ​ລົງ ແລະຢູ່ເຮືອນຂອງທ່ານ​ໃນ​ເມືອງວີ​ລ​ມິງ​ຕັນ.

ທຳນຽບຂາວ ກ່າວ​ໃນ​ຕອນ​ນັ້ນ​ວ່າ ບໍ່​ໄດ້​ພົບ​ເຫັນ​ເອກະສານລັບເພີ້ມ​ອີກ​ຢູ່​ໃນ​ເຮືອນທີ່ ຢູ່​ເມືອງ ຫາດ​ຊາຍ ຣີ​ໂຮ​ໂບດ.

ການກວດຄົ້ນສະຖານທີ່ພັກຜ່ອນຂອງເພິ່ນ​ໂດຍ FBI ໄດ້ມີຂຶ້ນຫຼັງຈາກການກວດຄົ້ນຢ່າງລະ​ອຽດ ເປັນເວລາ 13 ຊົ່ວໂມງ ໃນວັນທີ 20 ມັງກອນຜ່ານ​ມານີ້ ຢູ່ທີ່ເຮືອນໃນເມືອງວີ​ລ​ມິງ​ຕັນ ບ່ອນທີ່ເຈົ້າ​ໜ້າ​ທີ່ ໄດ້ພົບເຫັນເອກະສານທີ່ຫມາຍໃສ່​ວ່າ ເອ​ກະ​ສານ​ລັບ ແລະໄດ້ຍຶດ​ເອົາບັນທຶກທີ່ຂຽນດ້ວຍມືຂອງທ່ານໄບເດັນ ຈໍານວນ​ນຶ່ງ​ໄປ​ນຳ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG