ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເຈົ້າໜ້າທີ່ FBI ທີ່ຍິງ ທ້າວ Todashev ຕາຍ ຖືກຕັດສິນ ໃຫ້ພົ້ນຜິດ (ວີດີໂອ)


US BOSTON BOMBING VO
please wait
Embed

No media source currently available

0:00 0:00:36 0:00
ໄອຍະການຄົນນຶ່ງ ຂອງສະຫະລັດ ໄດ້ຕັດສິນວ່າ ເຈົ້າໜ້າທີ່
ສັນຕິບານກາງ FBI ທີ່ຍິງເພື່ອນຂອງພວກຜູ້ຊາຍທີ່ໄດ້ວາງ
ລະເບີດ ຢູ່ບ່ອນແຂ່ງແລ່ນມາຣາທອນ ໃນນະຄອນບອສຕັນ
ນັ້ນ ບໍ່ມີຄວາມຜິດ.

ແຫຼ່ງຂ່າວຂອງພວກເຈົ້າໜ້າທີ່ປະຕິບັດກົດໝາຍແຈ້ງໃຫ້ຊາບ
ໃນມື້ວັນສຸກວານນີ້ວ່າ ໄອຍະການ ຂອງລັດຟລໍຣິດາ ໄດ້ຕັດ
ສິນວ່າເຈົ້າໜ້າທີ່ FBI ທີ່ບໍ່ໄດ້ລະບຸຊື່ ໃຫ້ຊາບຄົນນຶ່ງ ແມ່ນມີ
ເຫດຜົນພຽງພໍ ໃນການໃຊ້ກຳລັງ ເວລາຜູ້ກ່ຽວໄດ້ຍິງແລະສັງ
ຫານທ້າວ Ibragim Todashev.

ແຫຼ່ງຂ່າວເວົ້າວ່າ ເຈົ້າໜ້າທີ່ FBI ໄດ້ຍິງທ້າວ Todashev ເພື່ອເປັນການປ້ອງກັນໂຕ ຫລັງ
ຈາກ Todashev ໄດ້ໂຈມຕີລາວ ໃນລະຫວ່າງການສອບປາກຄຳທີ່ຫໍພັກຫຼືອາພາດແມັນທ໌ ຂອງຜູ້ກ່ຽວ ທີ່ລັດຟລໍຣິດາ ເມື່ອເດືອນພຶດສະພາປີກາຍ.

ເຈົ້າໜ້າທີ່ອົງການ FBI ໄດ້ເດີນທາງໄປລັດຟລໍຣິດາ ເພື່ອສອບປາກຄຳທ້າວ Todashev
ອາຍຸ 27 ປີ ຄົນເຊື້ອສາຍ Chechnya ທີ່ໄດ້ຍ້າຍເຂົ້າມາຢູ່ສະຫະລັດນັ້ນ ກ່ຽວກັບຄວາມ
ສຳພັນຂອງຜູ້ກ່ຽວ ກັບທ້າວ Tamerlan Tsarnaev ຜູ້ຕ້ອງສົງໄສໃນເຫດວາງລະເບີດ
ໃສ່ການແຂ່ງຂັນແລ່ນມາຣາທອນ ຢູ່ນະຄອນບອສຕັນ.

ເຈົ້າໜ້າທີ່ກ່າວວ່າ ກ່ອນທີ່ທ້າວ Todashev ໂຈມຕີເຈົ້າໜ້າທີ່ FBI ນັ້ນ ລາວໄດ້ກ່າວຕໍ່ ພວກເຈົ້າໜ້າທີ່ສືບສວນວ່າ ລາວເອງ ແລະທ້າວ Tsarnaev ໄດ້ພົວພັນກັບການຄາດ
ຕະກຳ 3 ລາຍຊ້ອນ ທີ່ບໍ່ໄດ້ກ່ຽວຂ້ອງກັບການວາງລະເບີດໃສ່ການແຂ່ງຂັນແລ່ນມາຣາ
ທອນ ທີ່ນະຄອນບອສຕັນ ແຕ່ຢ່າງໃດເລີຍ.
XS
SM
MD
LG