ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ດຣ. ຟາວຈີ ເຕືອນບໍ່ໃຫ້ ສະຫະລັດ ຫຼົງເຊື່ອ ໃນຄວາມໝັ້ນໃຈທີ່ຜິດ ໃນຂະນະທີ່ ອັດຕາການຕາຍ ຍ້ອນໂຄວິດ-19 ຫຼຸດລົງ


ທ້າວ ແຄເມີຣອນ ບາກາ, ຊ້າຍ, ຈາກເມືອງ ຣີເວີຊາຍ, ລັດ ຄາລິຟໍເນຍ, ທາຄຣີມກັນແດດ ຢູ່ຫາດຊາຍ ໄມອາມີ, ັລັດ ຟລໍຣິດາ. 7 ກໍລະກົດ, 2020.
ທ້າວ ແຄເມີຣອນ ບາກາ, ຊ້າຍ, ຈາກເມືອງ ຣີເວີຊາຍ, ລັດ ຄາລິຟໍເນຍ, ທາຄຣີມກັນແດດ ຢູ່ຫາດຊາຍ ໄມອາມີ, ັລັດ ຟລໍຣິດາ. 7 ກໍລະກົດ, 2020.

ໃນຂະນະທີ່ ສະຫະລັດ ມີກໍລະນີໄວຣັສໂຄໂຣນາທັງໝົດໃກ້ເຂົ້າ 3​ ລ້ານ ກໍລະນີນັ້ນ, ຜູ້ຊ່ຽວຊານລະດັບສູງຂອງປະເທດ ກ່ຽວກັບ ໂຣກຕິດຕໍ່ໄດ້ກ່າວຕໍ່ ປະຊາຊົນ ອາເມຣິກັນ ໃນວັນອັງຄານວານນີ້ວ່າ ບໍ່ໃຫ້ “ຫຼົງເຊື່ອກັບຄວາມ ໝັ້ນໃຈທີ່ຜິດ” ກ່ຽວກັບ ອັດຕາການຕາຍທີ່ຫຼຸດລົງຈາກໂຣກລະບາດໄວຣັສໂຄ ໂຣນາ.

ດຣ. ແອນໂທນີ ຟາວຈີ, ຫົວໜ້າສະຖາບັນໂຣກພູມແພ້ ແລະ ໂຣກຕິດຕໍ່ແຫ່ງ ຊາດ ໄດ້ໃຫ້ຄຳເຫັນໃນລະຫວ່າງ ຊ່ວງຖາມ ແລະ ຕອບຄຳຖາມກັບສະມາຊິກ ສະພາສູງ ສະຫະລັດ ທ່ານ ດັກ ໂຈນສ໌ ໃນ ເຟສບຸກ.

ດຣ. ຟາວຈີ ໄດ້ກ່າວວ່າ “ມັນເປັນການອະທິບາຍທີ່ບໍ່ຖືກຕ້ອງ ເພື່ອທີ່ຈະທຳການປອບໃຈດ້ວຍອັດຕາການເສຍຊີວິດທີ່ຕໍ່າກວ່າ. ມັນມີສິ່ງອື່ນໆຫຼາຍຢ່າງທີ່ ອັນຕະລາຍຫຼາຍ ແລະ ບໍ່ດີ ກ່ຽວກັບ ໄວຣັສນີ້, ຢ່າໃຫ້ໂຕເອງຫຼົງເຊື່ອໃນຄວາມໝັ້ນໃຈທີ່ຜິດນັ້ນ.”

ສະຫະລັດ ໄດ້ບັນທຶກການເສຍຊີວິດ 131,457 ຄົນຍ້ອນ ໂຄວິດ-19 ໃນວັນ ພຸດມື້ນີ້, ອີງຕາມມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌. ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວໂອ້ອວດໃນຄືນວັນອັງຄານວານນີ້ໃນທວິດເຕີວ່າ “ອັດຕາການເສຍຊີວິດຈາກໄວຣັສໂຄໂຣນາໄດ້ຫຼຸດລົງສິບທົບ.”

ແຕ່ ດຣ. ຟາວຈີ ໄດ້ເຕືອນໃນຕົ້ນເດືອນນີ້ວ່າ ສະຫະລັດ ແມ່ນ “ຍັງຈົມເລິກ ເຖິງຫົວເຂົ່າໃນຄື້ນທຳອິດ” ຂອງໂຣກລະບາດຢູ່.

ຄຳເຕືອນຂອງ ດຣ. ຟາວຈີ ກ່ຽວກັບ ສະຖານະການໂຣກລະບາດໄວຣັສໂຄໂຣ ນາໃນ ສະຫະລັດ ໄດ້ມີຂຶ້ນໃນວັນດຽວກັນທີ່ລັດຖະບານທ່ານ ທຣຳ ໄດ້ແຈ້ງໃຫ້ ອົງການສະຫະປະຊາຊາດຊາບຢ່າງເປັນທາງການວ່າ ເຂົາເຈົ້າຈະຖອນ ສະຫະລັດ ອອກຈາກອົງການອະນາໄມໂລກ, ແມ່ນກະທັ້ງທີ່ ຕົວເລກຂອງກໍລະນີ ໂຄວິດ-19 ໃນປະເທດຍັງເພີ່ມຂຶ້ນຢູ່ກໍຕາມ.

ທ່ານ ທຣຳ ໄດ້ກ່າວຫາອົງການອະນາໄມໂລກວ່າ ລຳອຽງສະໜັບສະໜູນ ຈີນ ໃນການຮັບມືກັບການລະບາດຂອງໄວຣັສໂຄໂຣນາຂອງເຂົາເຈົ້າ ແລະ ໄດ້ຮຽກ ຮ້ອງໃຫ້ອົງການດັ່ງກ່າວທຳການປະຕິຮູບ.​ ທ່ານ ທຣຳ ໄດ້ຢຸດການໃຫ້ທຶນຊ່ວຍ ເຫຼືອ ສະຫະລັດ ສຳລັບອົງການອະນາໄມໂລກໃນເດືອນເມສາທີຜ່ານມາ ແລະ ນຶ່ງເດືອນຕໍ່ມາ, ໄດ້ປະກາດຄວາມຕັ້ງໃຈຂອງທ່ານທີ່ຈະຖອນຕົວອອກ. ມັນຈະ ໃຊ້ເວລານຶ່ງປີເຕັມ ກ່ອນທີ່ ສະຫະລັດ ຈະສາມາດອອກຈາກອົງການອະນາໄມ ໂລກໄດ້ຢ່າງເປັນທາງການ ພາຍໃຕ້ກົດລະບຽບຂອງອົງການດັ່ງກ່າວ. ອະດີດ ຮອງປະທານາທິບໍດີທ່ານ ໂຈ ໄບເດັນ, ຜູ້ທີ່ຄາດວ່າຈະຖືກສະເໜີຊື່ລົງແຂ່ງຂັນ ເອົາຕຳແໜ່ງປະທານາທິບໍດີຂອງພັກເດໂມແຄຣັດ ເວົ້າວ່າ ທ່ານຈະເຂົ້າຮ່ວມອົງ ການດ້ານສາທາລະນະສຸກໂລກນັ້ນຄືນ ຖ້າທ່ານຖືກເລືອກເປັນປະທານາທິບໍດີ ໃນເດືອນພະຈິກນີ້.

ໃນຂະນະດຽວກັນ, ອົງການອະນາໄມໂລກໄດ້ຮັບຮູ້ໃນວັນອັງຄານວານນີ້ວ່າ ການຕິດໂຣກໃນອາ ກາດ ມີບົດບາດໃນການແຜ່ລາມຂອງ ໂຄວິດ-19 ແລະ ໄດ້ມີແຜນທີ່ຈະເປີດເຜີຍຄຳແນະນຳຊຸດໃໝ່ ກ່ຽວກັບ ວິທີທີ່ຈະຫຼີກລ່ຽງການ ຕິດໄວຣັສ ໂຄໂຣນາ.

ກຸ່ມຂອງບັນດານັກວິທະຍາສາດ 239 ຄົນຈາກ 32 ປະເທດໄດ້ເປີດເຜີຍຈົດໝາຍເປີດຊອງສະບັບ ນຶ່ງໃນວັນຈັນທີ່ຜ່ານມາ ຮຽກຮ້ອງໃຫ້ອົງການດັ່ງກ່າວ ທົບທວນຄືນຄຳແນະນຳຂອງເຂົາເຈົ້າ ກ່ຽວ ກັບ ວິທີທີ່ເຊື້ອໂຣກດັ່ງກ່າວ ມີການຕິດຕໍ່ລະຫວ່າງຄົນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG