ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໝໍ ຟາວຈີ ກ່າວເຕື່ອນກ່ຽວກັບ ໂຄວິດ-19 ວ່າ ມັນຈະ ‘ພຸ່ງສູງຂຶ້ນ ແລ້ວສູງຂຶ້ນຕື່ມອີກ’


ໃນພາບນີ້, ຜູ້ອຳນວຍການສະຖາບັນໂຣກພູມແພ້ແລະພະຍາດຕິດແປດແຫ່ງຊາດ ທ່ານໝໍ ແອນໂທນີ ຟາວຈີ ກ່າວໃນລະຫວ່າງກອງປະຊຸມທີ່ບໍ່ໄດ້ຖືກກຳນົດໄວ້ ຂອງຄະນະສະເພາະກິດຮັບຜິດຊອບໄວຣັສໂຄໂຣນາ ຢູ່ທຳນຽບຂາວ ເມື່ອວັນທີ 5 ເມສາ 2020, ໃສນະຄອນຫຼວງ ວໍຊິງຕັນ.
ໃນພາບນີ້, ຜູ້ອຳນວຍການສະຖາບັນໂຣກພູມແພ້ແລະພະຍາດຕິດແປດແຫ່ງຊາດ ທ່ານໝໍ ແອນໂທນີ ຟາວຈີ ກ່າວໃນລະຫວ່າງກອງປະຊຸມທີ່ບໍ່ໄດ້ຖືກກຳນົດໄວ້ ຂອງຄະນະສະເພາະກິດຮັບຜິດຊອບໄວຣັສໂຄໂຣນາ ຢູ່ທຳນຽບຂາວ ເມື່ອວັນທີ 5 ເມສາ 2020, ໃສນະຄອນຫຼວງ ວໍຊິງຕັນ.

ນັກຊ່ຽວຊານດ້ານພະຍາດຕິດແປດຂັ້ນສູງໃນສະຫະລັດ ໄດ້ກ່າວເຕື່ອນໃນວັນຈັນວານນີ້ ກ່ຽວກັບກໍລະນີຕິດເຊື້ອໄວຣັສໂຄໂຣນາ ໃນຂະນະທີ່ຊາວອາເມຣິກັນ ຈະພາກັນເດີນທາງໃນຍາມວັນພັກ ວ່າ “ຈະພຸ່ງສູງຂຶ້ນ ແລ້ວສູງຂຶ້ນຕື່ມອີກ.”

“ຖ້າພວກເຮົາບໍ່ຟັງມາດຕະການຕະການຕ່າງໆດ້ານສາທາລະນະສຸກ ທີ່ພວກເຮົາຕ້ອງໄດ້ປະຕິບັດ ແລ້ວພວກເຮົາອາດຈະເລີ້ມເຫັນສິ່ງທີ່ບໍ່ດີທັງຫຼາຍແທ້ໆເລີຍໃນກາງເດືອນມັງກອນປີໜ້າ. ບໍ່ພຽງແຕ່ສຳລັບລັດນິວຢອກເທົ່ານັ້ນ ແຕ່ສຳລັບລັດຫຼືຫົວເມືອງໃດໆ ທີ່ກຳລັງປະເຊີນກັບບັນຫາຄ້າຍຄືກັນ” ທ່ານໝໍ ແອນໂທນີ ຟາວຈີ ໄດ້ກ່າວໄປຢູ່ທີ່ກອງປະຊຸມຖະແຫລງຂ່າວໃນລັດນິວຢອກ ໂດຍມີຜູ້ປົກຄອງລັດ ທ່ານ ແອນດຣູ ຄົວໂມ ຢູ່ຄຽງຂ້າງ.

ຊາວອາເມຣິກັນຫຼາຍລ້ານຄົນໄດ້ເດີນທາງໃນທົ່ວປະເທດສຳລັບວັນຂອບຄຸນພະເຈົ້າ ຫຼື ວັນ Thanksgiving ເຖິງແມ່ນວ່າມີການເຕືອນຈາກບັນດານັກຊ່ຽວຊານດ້ານສາທາລະນະກໍຕາມ. ໃນຂະນະທີ່ຈຳນວນກໍລະນີຕິດເຊື້ອໄວຣັສ ສືບຕໍ່ສູງຂຶ້ນອີກ ບັນດານັກຊ່ຽວຊາວຈຶ່ງເປັນຫ່ວງວ່າ ການພຸ່ງສູງຂຶ້ນນັ້ນ ຈະມີຕື່ມອີກ ຖ້າຫາກຊາວອາເມຣິກັນຊຸມນຸມກັນກັບຄອບຄົວ ສຳລັບວັນຮານູກາ ແລະວັນຄຣິສມັສ.

ລັດນິຢອກ ກໍບໍ່ແຕກຕ່າງຫຍັງໄປຈາກແນວໂນ້ມຂອງການເພີ້ມສູງຂຶ້ນໃນກໍລະນີຕິດເຊື້ອໄວຣັສໂຄໂຣນາ ເຖິງຢ່າງໃດກໍຕາມ ທ່ານຄົວໂມ ໄດ້ກ່າວໃນວັນຈັນວານນີ້ ວ່າ ຈຳນວນຕິດເຊື້ອຂອງລັດ ແມ່ນຕ່ຳກວ່າຫຼາຍເຂດອື່ນໆຂອງປະເທດ.

ພວກນັກຮຽນຂອງນະຄອນນິວຢອກ ໄດ້ກັບຄືນໄປໂຮງຮຽນ ໃນວັນຈັນວານນີ້ ຫຼັງຈາກທີ່ພວກເຂົາ ໄດ້ຖືກສົ່ງກັບບ້ານ ໃນກາງເດືອນພະຈິກຜ່ານມາ ພາຍຫຼັງຈາກໄດ້ມີອັດຕາການກວດພົບຕິດເຊື້ອໂຄວິດ-19 ເພີ້ມຂຶ້ນ.

ທ່ານບີລ ເດີ ບລາຊີໂອ ເຈົ້າຄອງນະຄອນນິວຢອກ ໄດ້ກ່າວໃນວັນຈັນວານນີ້ ໂດຍຜ່ານກອງປະຊຸມຖະແຫລງຂ່າວທາງໄກຈາກຫ້ອງການປົກຄອງເມືອງ ວ່າ “ອັນນີ້ເປັນມື້ດີ ສໍາລັບນະຄອນນິວຢອກ ທ່າມກາງຄວາມຫຍາກລໍາບາກ.”

ທ່ານເດີ ບລາຊີໂອ ໄດ້ກ່າວວ່າ ມັນປອດໄພແລ້ວ ທີ່ຈະເປີດໂຮງຮຽນທັງຫຼາຍຄືນອີກ ໃນຂະນະທີ່ກົດລະບຽບຕ່າງໆໄດ້ຖືກຍົກລະດັບຂຶ້ນ.

ນັບຕັ້ງແຕ່ກາງເດືອນກັນຍາເປັນຕົ້ນມາ ເມື່ອໂຮງຮຽນໄດ້ຖືກເປີດຄືນ ພວກນັກຮຽນຫຼາຍກວ່າ 1,740 ຄົນ ແລະ ພວກພະນັກງານປະຈຳລະບົບໂຮງໂຮງຫຼວງ ໄດ້ຖືກກວດພົບວ່າມີເຊື້ອ ໂຄວິດ-19 ຊຶ່ງເປັນພະຍາດທີ່ເກີດຈາກໄວຣັສໂຄໂຣນາ ອີງຕາມສະຖິຕິຂອງນະຄອນນິວຢອກ.

ສ່ວນລັດຄາລີຟໍເນຍ ໄດ້ເລີ້ມວາງຂໍ້ຈຳກັດຕ່າງໆ ໃນທົ່ວລັດ ໂດຍເລີ້ມຕົ້ນບັງຄັບໃຊ້ໃນຕອນກາງຄືນຂອງວັນອາທິດຜ່ານມາ ໃນຂະນະທີ່ຕົນນັບຈຳນວນຄົນຕິດເຊື້ອທີ່ສູງເປັນສະຖິຕິ. ລັດດັ່ງກ່າວ ໄດ້ຢັ້ງຢືນວ່າ ມີກໍລະນີຕິດເຊື້ອໃໝ່ 30,000 ຄົນ ໃນວັນອາທິດຜ່ານມາ ຊຶ່ງເປັນຈຳນວນສູງສຸດທີ່ໄດ້ຖືກບັນທຶກໃນມື້ດຽວ. ສະຖິຕິກ່ອນໜ້ານີ້ຂອງການຕິດເຊື້ອທີ່ສູງນັ້ນ ທີ່ໄດ້ຕັ້ງເມື່ອວັນສຸກຜ່ານມາ ແມ່ນຢູ່ເກືອບ 22,000 ຄົນ.

ທ່ານໝໍຟາວຈີ ໄດ້ກ່າວໃນວັນຈັນວານນີ້ ວ່າ ຂໍ້ຈຳກັດຕ່າງໆຂອງລັດ ຈະ “ຊ່ອຍບັນເທົາພວກເຂົາເຈົ້າຈາກຄວາມເປັນໄປໄດ້ວ່າ ໂຮງໝໍທັງຫຼາຍຂອງພວກເຂົາເຈົ້າຈະມີຄົນປ່ວຍລົ້ນເຫຼືອ” ຕາມທີ່ອົງການຂ່າວໂຣຍເຕີ້ ໄດ້ລາຍງານນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG