ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ດຣ. ຟາວຈີ ເຕືອນວ່າ ການຕິດ COVID ຈະເພີ່ມຂຶ້ນຫຼາຍກວ່າເກົ່າ


ດຣ. ແອນໂທນີ ຟາວຈີ, ຜູ້ອຳນວຍການສະຖາບັນໂຣກພູມແພ້ ແລະ ໂຣກຕິດຕໍ່ແຫ່ງຊາ ເຂົ້າຮ່ວມໃນກອງປະຊຸມໂຕະມົນ ກ່ຽວກັບ ການບໍລິຈາກຂອງແຫຼວໃນເລືອດ ຢູ່ສຳນັກງານໃຫຍ່ອົງການກາແດງ ອາເມຣິກາ ແຫ່ງຊາດ, 30 ກໍລະກົດ, 2020, ນະຄອນຫຼວງ ວໍຊິງຕັນ. (AP Photo…
ດຣ. ແອນໂທນີ ຟາວຈີ, ຜູ້ອຳນວຍການສະຖາບັນໂຣກພູມແພ້ ແລະ ໂຣກຕິດຕໍ່ແຫ່ງຊາ ເຂົ້າຮ່ວມໃນກອງປະຊຸມໂຕະມົນ ກ່ຽວກັບ ການບໍລິຈາກຂອງແຫຼວໃນເລືອດ ຢູ່ສຳນັກງານໃຫຍ່ອົງການກາແດງ ອາເມຣິກາ ແຫ່ງຊາດ, 30 ກໍລະກົດ, 2020, ນະຄອນຫຼວງ ວໍຊິງຕັນ. (AP Photo…

ຜູ້ຊ່ຽວຊານໂຣກຕິດຕໍ່ລະດັບສູງຂອງ ສະຫະລັດ ໄດ້ເຕືອນໃນວັນອາທິດວານນີ້ ກ່ຽວກັບ ຄວາມເປັນໄປໄດ້ຂອງການເພີ່ມຂຶ້ນຂອງໄວຣັສໂຄໂຣນາໃນຕໍ່ໜ້ານີ້.

ດຣ. ແອນໂທນີ ຟາວຈີ, ຜູ້ອຳນວຍການຂອງສະຖາບັນໂຣກພູມແພ້ ແລະ ໂຣກຕິດຕໍ່ແຫ່ງຊາດ ໄດ້ກ່າວໃນລາຍການ “This Week” ຂອງໂທລະພາບ ABC ວ່າອັດຕາການຕິດຕໍ່ຈະບໍ່ດີຂຶ້ນໃນທັນ ທີ” ແລະ ໃນບໍ່ເທົ່າໃດອາທິດຂ້າງໜ້ານີ້, ລຸນຫຼັງວັນພັກຄອບຄຸນພະເຈົ້າບໍ່ດົນມານີ້, “ພວກເຮົາອາດເຫັນການເພີ່ມຂຶ້ນຫຼາຍກວ່າເກົ່າ.”

ພ້ອມກັນນັ້ນ ໃນວັນອາທິດວານນີ້, ດຣ. ເດໂບຣາ ເບີກສ໌ ຜູ້ປະສານງານການຮັບມືກັບໄວຣັສໂຄ ໂຣນາຂອງ ທຳນຽບຂາວ ໄດ້ກ່າວໃນລາຍການ “Face the Nation” ຂອງໂທລະພາບ CBS ວ່າປະຊາຊົນຜູ້ທີ່ໄດ້ເດີນທາງໃນລະຫວ່າງວັນພັກນັ້ນ “ຕ້ອງສັນນິດຖານວ່າເຂົາເຈົ້າໄດ້ສຳພັດກັບໄວຣັສ ແລະ ເຈົ້າຈະຕິດໂຣກ ແລະ ເຈົ້າຕ້ອງໄປກວດໂຣກໃນອາທິດໜ້າ.” ທ່ານນາງຍັງໄດ້ຮຽກຮ້ອງ ປະຊາຊົນຜູ້ທີ່ໄດ້ເດີນທາງໃນລະຫວ່າງວັນພັກນັ້ນ ໃຫ້ຫຼີກລ່ຽງຄົນອາຍຸສູງກວ່າ 65 ປີ ຫຼື ຜູ້ທີ່ມີພະຍາດຢູ່.

ສະຫະລັດ ມີຜູ້ຕິດເຊື້ອ 13 ລ້ານ 3​ ແສນຄົນຈາກກໍລະນີ COVID-19 62 ລ້ານ 7 ແສນກໍລະນີໃນທົ່ວໂລກ, ອີງຕາມສູນກາງແຫຼ່ງຂໍ້ມູນໄວຣັສໂຄໂຣນາ ຂອງມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌. ສະຫະລັດ ມີກໍລະນີໄວຣັສຫຼາຍ ກວ່າປະເທດອື່ນໆຢູ່ໃນໂລກ. ອິນເດຍ ແລະ ບຣາຊິລ ແມ່ນນຳຫຼັງ ສະຫະລັດ ໃນຕົວເລກຂອງກໍລະນີ 9 ລ້ານ 3 ແສນ ແລະ 6 ລ້ານ 3 ແສນກໍລະນີຕາມລຳດັບ.

ອິນເດຍ ໄດ້ບັນທຶກການຕິດ COVID ໃໝ່ເກືອບ 42,000 ກໍລະນີໃນວັນອາທິດວານນີ້, ອີງຕາມມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌.

ໃນ ຢູໂຣບ, ບາງປະເທດແມ່ນກຳລັງລໍຖ້າຂໍ້ຕົກລົງທົ່ວທະວີບ ເພື່ອປິດຣີສອດ ຂີ່ສະກີ ໃນລະຫວ່າງວັນພັກ ຄຣິສມາສ ເພື່ອຊ່ວຍປ້ອງກັນການແຜ່ລາມຂອງໄວຣັສໂຄໂຣນາ. ແນວໃດກໍຕາມມັນ ຍັງບໍ່ມີຂໍ້ຕົກລົງທີ່ເຫັນພ້ອມກັນຖືກບັນລຸເທື່ອ.

ອົງການອະນາໄມໂລກໄດ້ເຕືອນໃນວັນຈັນມື້ນີ້ວ່າ ການເສຍຊີວິດຍ້ອນໄຂ້ມາເລເຣຍ ມີຄວາມເປັນໄວໄດ້ວ່າຈະສູງກວ່າການເສຍຊີວິດຍ້ອນ COVID ໃນທະວີບ ອາຟຣິກາ ຍ້ອນຄວາມວຸ້ນວາຍຂອງການປິ່ນປົວສຸຂະພາບທີ່ມີສາເຫດມາຈາກໂຣກລະບາດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG