ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ດຣ. ຟາວຈີ ກ່າວວ່າ ສະພາບການປົກກະຕິ ໃນ ສະຫະລັດ ຈະກັບມາໃນໄວໆນີ້


ຜູ້ອຳນວຍການຂອງສະຖາບັນ ໂຣກພູມແພ້ ແລະ ໂຣກຕິດຕໍ່ແຫ່ງຊາດ ດຣ. ແອນໂທນີ ຟາວຈີ ກ່າວຄຳປາໄສ ໃນລະຫວ່າງ ກອງປະຊຸມລາຍງານ ຫຼັງຈາກກອງປະຊຸມໜ່ວຍປະຕິບັດການພິເສດໄວຣັສໂຄໂຣນາ ຢູ່ທຳນຽບຂາວ. 5 ເມສາ, 2020.
ຜູ້ອຳນວຍການຂອງສະຖາບັນ ໂຣກພູມແພ້ ແລະ ໂຣກຕິດຕໍ່ແຫ່ງຊາດ ດຣ. ແອນໂທນີ ຟາວຈີ ກ່າວຄຳປາໄສ ໃນລະຫວ່າງ ກອງປະຊຸມລາຍງານ ຫຼັງຈາກກອງປະຊຸມໜ່ວຍປະຕິບັດການພິເສດໄວຣັສໂຄໂຣນາ ຢູ່ທຳນຽບຂາວ. 5 ເມສາ, 2020.

ດຣ. ແອນໂທນີ ຟາວຈີ, ທີ່ປຶກສາລະດັບສູງ ກ່ຽວກັບ ໄວຣັສໂຄໂຣນາຂອງປະທານາທິບໍດີ ສະຫະ ລັດ ທ່ານ ໂຈ ໄບເດັນ, ໄດ້ກ່າວໃນວັນອາທິດວານນີ້ວ່າ ທ່ານມີຄວາມຮູ້ສຶກໃນແງ່ບວກວ່າປະເທດຈະສາມາດກັບຄືນໄປສູ່ສະພາບປົກກະຕິພາຍໃນວັນທີ 4 ກໍລະກົດ ເຊິ່ງແມ່ນການສະເຫຼີມສະ ຫຼອງ ວັນເອກະລາດ, ແຕ່ຍັງຕ້ອງໄດ້ໃຊ້ຄວາມລະມັດລະວັງຢູ່ໃນເວລານັ້ນ ເພື່ອຫຼີກລ່ຽງການເພີ່ມຂຶ້ນໃນການຕິດເຊື້ອໃໝ່.

ສະຫະລັດ ແມ່ນກຳລັງຂະຫຍາຍອັດຕາຂອງການສັກຢາວັກຊີນໄວຣັສໂຄໂຣນາ, ດ້ວຍການສັກຢາທີ່ສູງເປັນປະຫວັດການ 3 ລ້ານຄັ້ງໃນວັນເສົາທີ່ຜ່ານມາ. ທ່ານ ຟາວຈີ ໄດ້ກ່າວໃນລາຍການສຳ ພາດຂອງໂທລະພາບວ່າ ທ່ານເຊື່ອວ່າ ສະຫະລັດ ຈະມີຢາວັກຊີນພໍພາຍໃນທ້າຍເດືອນພຶດສະ ພາ ສະນັ້ນປະຊາຊົນ ອາເມຣິກັນ ຄົນໃດທີ່ຢາກສັກຢາກໍສາມາດສັກໄດ້. ທ່ານ ໄບເດັນ ໃນອາທິດ ແລ້ວນີ້ໄດ້ກ່າວວ່າ ຜູ້ໃຫຍ່ທຸກຄົນ, ບໍ່ແມ່ນພຽງຄົນຊະລາເທົ່ານັ້ນ, ຄວນສາມາດໄດ້ຮັບການສັກຢາ ເລີ່ມຕົ້ນວັນທີ 1 ພຶດສະພາ.

ຜູ້ນຳ ສະຫະລັດ ໄດ້ທຳນາຍວ່າ ຄອບຄົວຕ່າງໆອາດສາມາດທຳການເຕົ້າໂຮມກັນຂະໜາດນ້ອຍ ສຳລັບການສະເຫຼີມສະຫຼອງວັນເອກະລາດ.

ດຣ. ຟາວຈີ ໄດ້ກ່າວໃນລາຍການ Fox News Sunday ວ່າ “ຂ້າພະເຈົ້າຄິດວ່າ ການຄາດການໃສ່ວັນທີ 4 ກໍລະກົດ ແມ່ນຂ້ອນຂ້າງສົມເຫດສົມຜົນ.”

ແຕ່ ດຣ. ຟາວຈີ ກໍຍັງໄດ້ເຕືອນວ່າ ໂຣກລະບາດດັ່ງກ່າວແມ່ນຍັງເປັນອັນຕະລາຍໃນ ສະຫະລັດ, ດ້ວຍຕົວເລກຂອງກໍລະນີໃໝ່ທີ່ເບິ່ງຄືວ່າຈະຄົງທີ່ຢູ່ 50,000 ຫຼື 60,000 ກໍລະນີ ໃນແຕ່ລະວັນໃນອາທິດທີ່ຜ່ານມາ.

ໃນໂທລະພາບ CNN, ທ່ານໄດ້ເອີ້ນມັນວ່າ ເປັນ “ຊ່ວງເວລາທີ່ມີຄວາມສ່ຽງ ຫຼາຍ,” ໂດຍອ້າງເຖິງການເພີ່ມຂຶ້ນໃນກໍລະນີໃໝ່ໃນທະວີບ ຢູໂຣບ ໃນຂະນະທີ່ບັນດາເຈົ້າໜ້າທີ່ຢູ່ທີ່ນັ້ນ ໄດ້ຫຼຸດຜ່ອນມາດຕະການໄວຣັສໂຄໂຣນາ.

ດຣ. ຟາວຈີ ໄດ້ກ່າວວ່າ “ພວກເຮົາສາມາດຫຼີກລ່ຽງສິ່ງນັ້ນໄດ້. ພວກເຮົາຕ້ອງສັກຢາໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້.”

ທ່ານໄດ້ກ່າວວ່າ ການສັກຢາໃນຄວາມໄວທີ່ເພີ່ມຂຶ້ນຈະສາມາດຮັກສາໃຫ້ຄົງຢູ່ ແລະ ແມ່ນກະທັ້ງໄວຂຶ້ນອີກ ໃນຂະນະທີ່ ສະຫະລັດ ໄດ້ເປີດສູນກາງສາທາ ລະນະສຸກ ໃນຊຸມຊົນຫຼາຍກວ່າເກົ່າ ສຳລັບການສັກຢາ ແລະ ຮ້ານຂາຍຢາຈຳນວນຫຼາຍກວ່າເກົ່າກໍໄດ້ເລີ່ມທີ່ຈະສັກຢາເຊັ່ນກັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG