ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ດຣ. ຟາວຈີ ກ່າວວ່າ ສະຫະລັດ ຢູ່ໃນຊ່ວງເວລາທີ່ລໍ່ແຫຼມ ໃນການຕໍ່ສູ້ກັບ ໄວຮັສໂຄໂຣນາ


ລົດໂຮງໝໍຈອດຢູ່ນອກຫ້ອງສຸກເສີນ ຂອງສູນກາງການແພດ ເຊັນ ແຟຣນຊິສ, ໃນລະຫວ່າງການເພີ່ມຂຶ້ນ ຂອງກໍລະນີໄວຣັສໂຄໂຣນາ (COVID-19), ນະຄອນ ລອສ ແອນເຈີລິສ, ລັດ ຄາລິຟໍເນຍ. 26 ທັນວາ, 2020.
ລົດໂຮງໝໍຈອດຢູ່ນອກຫ້ອງສຸກເສີນ ຂອງສູນກາງການແພດ ເຊັນ ແຟຣນຊິສ, ໃນລະຫວ່າງການເພີ່ມຂຶ້ນ ຂອງກໍລະນີໄວຣັສໂຄໂຣນາ (COVID-19), ນະຄອນ ລອສ ແອນເຈີລິສ, ລັດ ຄາລິຟໍເນຍ. 26 ທັນວາ, 2020.

ດຣ. ແອນໂທນີ ຟາວຈີ, ຜູ້ຊ່ຽວຊານດ້ານໂຣກຕິດຕໍ່ລະດັບສູງຂອງ ສະຫະລັດ ໄດ້ກ່າວໃນວັນອາ ທິດວານນີ້ວ່າປະເທດຂອງພວກເຮົາແມ່ນ “ຢູ່ໃນຊ່ວງເວລາທີ່ລໍ່ແຫຼມ” ໃນການປະເຊີນໜ້າກັບໂຣກລະບາດໄວຣັສໂຄໂຣນາ, ໃນຂະນະທີ່ຕົວເລກຂອງກໍລະນີໃໝ່ແມ່ນກຳລັງເພີ່ມຂຶ້ນ ແມ່ນກະທັ້ງທີ່ປະຊາຊົນອາເມຣິກັນ ຈຸທຳອິດ 1 ລ້ານ 9 ແສນຄົນໄດ້ຮັບການສັກຢາແລ້ວກໍຕາມ.

ທ່ານ ຟາວຈີ, ຜູ້ທີ່ໄດ້ຮັບການສັກຢາໃນອາທິດແລ້ວນີ້ ໄດ້ກ່າວຕໍ່ໂທລະພາບ CNN ໃນວັນອາທິດວານນີ້ວ່າ ມັນ “ຍາກຫຼາຍ” ສຳລັບປະຊາຊົນທີ່ຈະບໍ່ອອກສັງຄົນໃນວັນພັກຕ່າງໆ ເຖິງແມ່ນວ່າບັນ ດາຜູ້ຊ່ຽວຊານດ້ານສາທາລະນະສຸກໄດ້ ແນະນຳບໍ່ໃຫ້ເຮັດມັນກໍຕາມ.

ບັນດາເຈົ້າໜ້າທີ່ເວົ້າວ່າ ປະຊາຊົນ ອາເມຣິກັນ 85 ລ້ານຄົນໄດ້ເດີນທາງໄປຢ້ຽມຢາມພີ່ນ້ອງແລະ ໝູ່ເພື່ອນ, ເຊິ່ງເຂົາເຈົ້າຢ້ານວ່າຈະນຳໄປສູ່ການຕິດເຊື້ອໂຣກໃນ ສະຫະລັດ ຫຼາຍຂຶ້ນກວ່າເກົ່າ. ເປັນເວລາຫຼາຍອາທິດແລ້ວ, ທີ່ ສະຫະລັດ ໄດ້ບັນທຶກ 200,000 ກໍລະນີໃໝ່ຕໍ່ວັນ.

ດຣ. ຟາວຈີ ໄດ້ກ່າວວ່າ ປະຊາຊົນແມ່ນ “ແອອັດຢູ່ໃນສະໜາມບິນ, ເປັນການປະປົນກັນຂອງຫຼາຍຄົວເຮືອນ. ຍິ່ງເຮົາແນະນຳບໍ່ໃຫ້ເຮັດ, ມັນກໍຍັງເກີດຂຶ້ນຢູ່.”

ທ່ານ ຟາວຈີ, ຜູ້ອຳນວຍການຂອງສະຖາບັນໂຣກພູມແພ້ ແລະ ໂຣກຕິດຕໍ່ແຫ່ງຊາດນັບຕັ້ງແຕ່ປີ 1984 ເປັນຕົ້ນມາ ແລະ ໄດ້ຖືກແຕ່ງຕັ້ງເປັນຫົວໜ້າທີ່ປຶກສາດ້ານການແພດໃຫ້ລັດຖະບານທ່ານ ໄບເດັນ ທີ່ຈະເຂົ້າມາໃນໄວໆນີ້, ໄດ້ຮຽກຮ້ອງປະຊາຊົນ ອາເມຣິກັນ ຢ່າງຊັດເຈນວ່າໃຫ້ສັກຢາວັກຊີນ.

ທ່ານ ຟາວຈີ ໄດ້ກ່າວວ່າ ທ່ານຫວັງວ່າ 75 ເປີເຊັນ ຫາ 80 ເປີເຊັນຂອງຜູ້ ໃຫຍ່ ອາເມຣິກັນ 209 ລ້ານຄົນ ຈະໄດ້ຮັບການສັກຢາ ໃນສອງສາມເດືອນຂ້າງໜ້າ, ເປັນຕົວເລກທີ່ອາດພຽງພໍສຳລັບການຕໍ່ຕ້ານການແຜ່ລ່າມຂອງເຊື້ອໂຣກໃນປະເທດ ເພື່ອສິ້ນສຸດໂຣກລະບາດ.

ທ່ານໄດ້ກ່າວວ່າ ການສັກຢາໃນຫຼາຍເດືອນຂ້າງໜ້າ, ສະຫະລັດ “ອາດບັນລຸຕົວເລກຄົນທີ່ຖືກສັກຢາທີ່ສຳຄັນ” ພາຍໃນກາງລະດູຮ້ອນໃນເດືອນສິງຫາປີໜ້າ.

ທ່ານໄດ້ກ່າວວ່າ ແລ້ວເວລານັ້ນມັນຈະເຮັດໃຫ້ປະເທດກັບຄືນສູ່ “ຮູບແບບຂອງຄວາມປົກກະຕິ.”

ສະຫະລັດ ໄດ້ເລີ່ມການສັກຢາເບື້ອງຕົ້ນ ໃຫ້ແກ່ພະນັກງານປິ່ນປົວສຸຂະພາບ ແລະ ຜູ້ເຖົ້າທີ່ອາໄສຢູ່ບ້ານພັກຄົນຊະລາ, ດ້ວຍບັນດາພະນັກງານທີ່ສຳຄັນໃນແຖວໜ້າ ແລະ ຜູ້ທີ່ມີອາຍຸ 75 ປີ ແລະ ສູງກວ່ານັ້ນ ຈະເປັນຄົນຕໍ່ໄປທີ່ຢູ່ໃນແຖວໜ້າ ສຳລັບການສັກຢາໃນສອງສາມອາທິດຂ້າງໜ້າ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG