ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ດຣ. ຟາວຈີ ເຕືອນບໍ່ໃຫ້ເປີດ ປະເທດຄືນໃໝ່ ໄວເກີນໄປ ເພາະຈຳນວນການເສຍຊີວິດ ຈາກໂຄວິດ-19 ແນ່ນອນ ຈະສູງຂຶ້ນຕື່ມ


ທ່ານໝໍ ແອນໂຕນີ ຟາວຈີ, ຜູ້ອຳນວຍການສະຖາບັນໂຣກພູມແພ້ ແລະພະຍາດຕິດແປດ ກ່າວຜ່ານທາງໄກ ໃນລະຫວ່າງ ການໃຫ້ການຕໍ່ຄະນະກຳມະການເພື່ອ ສາທາລະນະສຸກ ການສຶກສາ ແຮງງານ ແລະສະຫວັດດີການ ໃນວັນອັງຄານຜ່ານມາ.
ທ່ານໝໍ ແອນໂຕນີ ຟາວຈີ, ຜູ້ອຳນວຍການສະຖາບັນໂຣກພູມແພ້ ແລະພະຍາດຕິດແປດ ກ່າວຜ່ານທາງໄກ ໃນລະຫວ່າງ ການໃຫ້ການຕໍ່ຄະນະກຳມະການເພື່ອ ສາທາລະນະສຸກ ການສຶກສາ ແຮງງານ ແລະສະຫວັດດີການ ໃນວັນອັງຄານຜ່ານມາ.

ທ່ານໝໍ ແອນໂຕນີ ຟາວຈີ ຜູ້ຊ່ຽວຊານດ້ານພະຍາດຕິດແປດຂັ້ນສູງຂອງສະຫະລັດ ໄດ້ກ່າວໃນວັນອັງຄານຜ່ານມາ ນີ້ວ່າ ຈຳນວນການເສຍຊີວິດຍ້ອນໄວຣັສໂຄໂຣນາ ໃນສະຫະລັດ ແມ່ນ “ເກືອບວ່າແນ່ນອນເລີຍຈະສູງຂຶ້ນຫຼາຍກວ່າ” ທີ່ໄດ້ລາຍງານ ໃນຈຳນວນ 81,000 ຄົນທີ່ຖືກນັບ. ທ່ານໝໍ ໄດ້ເຕືອນເຖິງຜົນສະທ້ອນທີ່ຮ້າຍແຮງຕ່າງໆ ຖ້າຫາກເມືອງແລະລັດທັງຫຼາຍເປີດຄືນໃໝ່ໄວເກີນໄປ.

ທ່ານໝໍຟາວຈີ ໄດ້ກ່າວຕໍ່ຄະນະກຳມະການຂອງສະພາສູງ ທີ່ກຳລັງສືບສວນກ່ຽວກັບການຮັບມືກັບໂຣກລະບາດຂອງສະຫະລັດ ທີ່ວ່າ ຕົວເລກຈຳນວນຜູ້ເຄາະຮ້າຍຈາກໄວຣັສໂຄໂຣນາ ໂດຍສະເພາະແລ້ວຢູ່ໃນນະຄອນນິວຢອກນັ້ນ ຜູ້ທີ່ໄດ້ເສຍຊີວິດຢູ່ໃນເຮືອນ ໂດຍທີ່ບໍ່ໄດ້ຖືກນັບຢ່າງເປັນທາງການ ໃນຈຳນວນການເສຍຊີວິດທົ່ວປະເທດ. ທ່ານໝໍ ໄດ້ປະຕິເສດທີ່ຈະຄາດຄະເນວ່າ ມີຕື່ມອີກຫຼາຍປານໃດ.

ທ່ານຟາວຈີ ໄດ້ເຕືອນອີກວ່າ “ໂດຍລວມແລ້ວມັນເປັນໄປບໍ່ໄດ້” ທີ່ວ່າ ໂຣກລະບາດນີ້ “ອາດຮ້າຍແຮງຂຶ້ນ” ຢູ່ໃນສະຫະລັດ ໃນໄລຍະເດືອນລະດູໃບໄມ້ລົ່ນ ຈາກເດືອນກັນຍາ ຫາພະຈິກ ແຕ່ທ່ານໄດ້ກ່າວວ່າ ທ່ານຫວັງວ່າ ພາຍໃນເວລາ ນັ້ນ ປະເທດ “ອາດຄວບຄຸມມັນໄດ້” ດີຂຶ້ນກວ່າທີ່ມັນເປັນຢູ່ໃນປັດຈຸບັນນີ້.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ດຳເນີນການຊຸກຍູ້ ແລະບັນດາເຈົ້າຄອງລັດທັງຫຼາຍ ໃຫ້ເປີດເສດຖະກິດທີ່ໃຫຍ່ທີ່ສຸດໃນໂລກ ແລະຜູ້ປົກຄອງລັດທັງໝົດ 50 ຄົນ ຍົກເວັ້ນແຕ່ພຽງສ່ວນນ້ອຍ ກໍໄດ້ອອກຄຳສັ່ງເມື່ອສອງສາມວັນຜ່ານມານີ້ ອະນຸຍາດໃຫ້ຮ້ານຄ້າ ຮ້ານອາຫານ ແລະຫ້ອງການທັງຫຼາຍ ບາງສ່ວນ ເປີດກິດຈະການຄືນໄດ້ ຖ້າຫາກປະຕິບັດໃນພື້ນຖານຂອງຂໍ້ຈຳກັດ ທີ່ໃຫ້ເອົາມາດຕະການລະມັດາລະວັງຕ່າງໆ.

ແຕ່ທ່ານຟາວຈີ ໃນການໃຫ້ການໂດຍທາງໄກຈາກບ້ານຂອງທ່ານ ຢູ່ນອກນະ ຄອນຫຼວງວໍຊິງຕັນ ໄດ້ກ່າວວ່າ “ມີຄວາມສ່ຽງແທ້ຈິງ ທີ່ທ່ານຈະກໍ່ໃຫ້ເກີດການແຜ່ລະບາດ ທີ່ວ່າ ທ່ານຈະບໍ່ສາມາດຄວບຄຸມໄດ້” ຖ້າຫາກຂໍ້ຊີ້ນຳຕ່າງໆຂອງລັດຖະບານ ທີ່ຮຽກຮ້ອງໃຫ້ຈຳນວນກໍລະນີຕິດເຊື້ອໄວຣັສຄ່ອຍໆຫລຸດລົງ ຕະ ຫຼອດໄລຍະ ສອງສັບປະດານັ້ນ ແມ່ນບໍ່ເອົາຫົວຊານຳ ກ່ອນທີ່ຈະກັບຄືນໄປມີຊີວິດການເປັນຢູ່ຕາມປົກກະຕິໃນສະຫະລັດ.

ທ່ານໄດ້ເວົ້າຕໍ່ໄປວ່າ “ຜົນສະທ້ອນທີ່ຕິດຕາມມາ ອາດໜັກນ່ວງ.”

ທ່ານຟາວຈີ ໄດ້ກ່າວອີກວ່າ ຢາວັກຊີນກັນໄວຣັສໂຄໂຣນາ 8 ຊະນິດ ແມ່ນພວມໄດ້ຮັບການພັດທະນາ ຢູ່ໃນສະຫະລັດ.

ທ່ານໄດ້ກ່າວໄປວ່າ “ຖ້າພວກເຮົາປະສົບຜົນສຳເລັດ. ພວກເຮົາຫວັງທີ່ຈະຮູ້ຈັກພາຍໃນທ້າຍລະດູໃບໄມ້ລົ່ນ ຫຼືຕົ້ນລະດູໜາວ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG