ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ດຣ. ແອນໂຕນີ ຟາວຈີ ຮຽກຮ້ອງ ໃຫ້ຊາວອາເມຣິກັນ ໄປສັກຢາວັກຊີນ ກັນໂຄວິດ-19 ເຂັມທີ​ສາມ ຫຼື ​ບູສເຕີ


ແມ່ຍິງຄົນນຶ່ງ ກຳລັງຮັບຢາວັກຊີນກັນໂຄວິດ-19 ເຂັມບູສເຕີຂອງ Pfizer-BioNTech ຢູ່ທີ່ ຮ້ານຂາຍຢາ Skippack ໃນເມືອງສະເວັນສ໌ວີລ (Schwenksville) ລັດເພັນຊີລເວເນຍ, ວັນທີ 14 ສິງຫາ 2021.
ແມ່ຍິງຄົນນຶ່ງ ກຳລັງຮັບຢາວັກຊີນກັນໂຄວິດ-19 ເຂັມບູສເຕີຂອງ Pfizer-BioNTech ຢູ່ທີ່ ຮ້ານຂາຍຢາ Skippack ໃນເມືອງສະເວັນສ໌ວີລ (Schwenksville) ລັດເພັນຊີລເວເນຍ, ວັນທີ 14 ສິງຫາ 2021.

ນັກຊ່ຽວຊານດ້ານພະຍາດຕິດແປດຂັ້ນສູງຂອງສະຫະລັດ ໃນວັນອາທິດວານນີ້ ໄດ້ຮຽກຮ້ອງຕໍ່ຊາວອາເມຣິກັນຫຼາຍລ້ານຄົນຜູ້ທີ່ໄດ້ສັກຢາວັກຊີນກັນພະຍາດໂຄວິດ-19 ຄົບຖ້ວນແລ້ວນັ້ນ ໃຫ້ສັກຢາເພີ້ມ ຫຼືທີ່ເອີ້ນວ່າ ບູສເຕີ (booster) “ເພື່ອເພີ້ມປະສິດທິພາບ ໃຫ້​ແກ່ພວກເຂົາເຈົ້າ.”

ມາຮອດປັດຈຸບັນນີ້ 34 ລ້ານ 5 ແສນຄົນ ໃນຈຳນວນ 196 ລ້ານຄົນຂອງປະຊາຊົນຢູ່ໃນສະຫະລັດ ທີ່ໄດ້ສັກຢາວັກຊີນຄົບຖ້ວນແລ້ວນັ້ນ ໄດ້ໄປສັກຢາບູສເຕີ ອີງຕາມສູນກາງຄວບຄຸມແລະປ້ອງກັນພະຍາດຂອງລັດຖະບານ ຫຼື CDC ເຖິງແມ່ນວ່າ ມີປະມານ 60 ລ້ານຄົນ ຍັງບໍ່ທັນໄດ້ສັກຢາວັກຊີນກັນພະຍາດ ທີ່ເກີດຈາກໄວຣັສໂຄໂຣນາ ກໍຕາມ.

ທ່ານໝໍ ແອນໂຕນີ ຟາວຈີ ຜູ້ອຳນວຍການສະຖາບັນພະຍາດຕິດແປດ ແລະໂຣກພູມແພ້ແຫ່ງຊາດ ແລະເປັນທີ່ປຶກສາດ້ານການແພດຂອງປະທານາທິບໍດີ ໂຈ ໄບເດັນ ໄດ້ກ່າວຕໍ່ລາຍການ “This Week” ຂອງໂທລະພາບ ABC ວ່າ “ບໍ່ມີການຂາດຄວາມຊັດເຈີນ” ກ່ຽວກັບຄວາມຈຳເປັນຕ້ອງໄດ້ສັກຢາເພີ້ມຫຼື້ບູສເຕີ ເນື່ອງຈາກປະສິດທິພາບຂອງການສັກຢາສອງເຂັມຂອງພວກເຂົາເຈົ້າ ກໍຈະຫລຸດລົງເມື່ອເວລາຜ່ານໄປ.

ທ່ານໄດ້ກ່າວວ່າ ເຂັມບູສເຕີທີ່ສັກໃຫ້ແກ່ປະຊາຊົນ “ມີຄວາມທົນທານຍິ່ງກວ່າ” ເຖິງຢ່າງນັ້ນກໍຕາມ ມັນບໍ່ເປັນຈະແຈ້ງວ່າ ພວກຜູ້ທີ່ໄດ້ສັກຢາວັກຊີນໄປແລ້ວນັ້ນ ຈະຕ້ອງໄດ້ສັກເຂັມບູສເຕີ ທຸກ 6 ເດືອນ ຫຼື ນຶ່ງປີໃນອະນາຄົດ ຫຼືບໍ່.

“ພວກເຮົາຈະເບິ່ງວ່າ ມັນໝາຍຄວາມແນວໃດ ທີ່ວ່າໄດ້ຮັບການເພີ້ມແລ້ວ, ໃຫ້ຕິດຕາມວິທະຍາສາດ, ໃຫ້ຕິດຕາມຂໍ້ມູນ” ທ່ານຟາວຈີ ໄດ້ກ່າວໃນການໃຫ້ສຳພາດຕ່າງຫາກ ກັບລາຍການ “State of the Union” ຂອງອົງການຂ່າວ CNN.

ຄະນະທີ່ປຶກສາຂອງອົງການ CDC ໃນວັນສຸກທີ່ຜ່ານມານີ້ ໄດ້ລົງຄະແນນສຽງຢ່າງເປັນເອກະພາບ ເພື່ອເຮັດໃຫ້ຢາວັກຊີນກັນໂຄວິດ-19 ບູສເຕີ ມີພ້ອມໃຫ້ສັກແກ່ພວກຄົນອາຍຸ 18 ປີຂຶ້ນໄປ.

ຈຳນວນຕົວເລກຂອງກໍລະນີໃໝ່ ແມ່ນກຳລັງສູງຂຶ້ນອີກຄັ້ງນຶ່ງ ຢູ່ໃນສະຫະລັດ ໂດຍມີ ຫຼາຍກວ່າ 90,000 ກໍລະນີໃໝ່ທີ່ໄດ້ຖືກບັນທຶກປະຈຳວັນ ໃນບໍ່ເທົ່າໃດວັນຜ່ານມານີ້. ທ່ານຟາວຈີ ໄດ້ກ່າວວ່າ ຈຳນວນທີ່ເພີ້ມຂຶ້ນນີ້ ແມ່ນໄດ້ຄາດຄິດໄວ້ແລ້ວໃນຂະນະທີ່ອຸນຫະພູມ ຈະເຢັນຂຶ້ນກວ່າເກົ່າ ເມື່ອເຂົ້າສູ່ລະດູໜາວໃນບໍ່ເທົ່າໃດເດືອນຂ້າງໜ້ານີ້ ແລະປະຊາຊົນແມ່ນຈະພາກັນຢູ່ແຕ່ພາຍໃນເຮືອນຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG