ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ດຣ. ຟາວຈີ ແນະວ່າ ການສັກຢາວັກຊີນ ກັນໄວຣັສໂຄໂຣນາ ຂອງສະຫະລັດ ທີ່ຊັກຊ້ານັ້ນ ຈະເລີ້ມໄວຂຶ້ນ


ດຣ. ແອນໂທນີ ຟາວຈີ ຜູ້ອຳນວຍການສະຖາບັນໂຣກພູມແພ້ ແລະພະຍາດຕິດແປດແຫ່ງຊາດ ແລະຫົວໜ້າທີ່ປຶກສາຂອງ
ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານໂຈ ໄບເດັນ.
ດຣ. ແອນໂທນີ ຟາວຈີ ຜູ້ອຳນວຍການສະຖາບັນໂຣກພູມແພ້ ແລະພະຍາດຕິດແປດແຫ່ງຊາດ ແລະຫົວໜ້າທີ່ປຶກສາຂອງ ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານໂຈ ໄບເດັນ.

ການສັກຢາກັນໄວຣັສໂຄໂຣນາໄດ້ເລີ້ມຂຶ້ນຢ່າງຊ້າໆ ແລະເກີດອົນລະວົນກັນຢູ່ ໃນສະຫະລັດ ແຕ່ວ່າຫົວໜ້າຜູ້ຊ່ຽວຊານດ້ານພະຍາດຕິດແປດຂອງປະເທດຍັງສະແດງ
ຄວາມຫວັງ ໃນວັນອາທິດວານນີ້ວ່າ ຄວາມໄວຈະເລີ້ມຂຶ້ນໃນບໍ່ຊ້ານີ້.

ດຣ. ແອນໂທນີ ຟາວຈີ ກ່າວຕໍ່ລາຍການ “This Week” ຂອງໂທລະພາບ ABC ວ່າ
“ພວກເຮົາຈຳເປັນຕ້ອງໄດ້ເລັ່ງລັດໃຫ້ທ່ວງທັນ.”

ມາຮອດປັດຈຸບັນ ສະຫະລັດໄດ້ແຈກຢາຍຢາວັກຊີນສອງຊະນິດ 13 ລ້ານໂດສ ທີ່ຜະລິດ
ໂດຍ ບໍລິລິສັດເຮັດຢາ Ptizer-BioNTech ແລະ Moderna ຢູ່ທົ່ວ ປະເທດ ແຕ່ວ່າມີພຽງ 4 ລ້ານ 2 ແສນໂດສ ໄດ້ສັກໃສ່ຢູ່ແຂນ ຂອງຊາວອາເມຣິກັນໄປແລ້ວ.

ປະທານາທິບໍດີດໍໂນລ ທຣໍາ ກ່າວຢູ່ໃນທວິດເຕີວ່າ “ວັກຊີນໄດ້ສົ່ງໃຫ້ບັນດາລັດຕ່າງໆ
ໂດຍລັດຖະບານກາງໄວຫຼາຍກວ່າເຂົາເຈົ້າສາມາດຄຸ້ມຄອງໄດ້.”

ແຕ່ວ່າ ດຣ. ຟາວຈີ ຜູ້ອຳນວຍການສະຖາບັນໂຣກພູມແພ້ ແລະພະຍາດຕິດ ແປດແຫ່ງ
ຊາດ ແລະຫົວໜ້າທີ່ປຶກສາປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານໂຈ ໄບເດັນ ກ່າວວ່າ
ຄວາມໄວຂອງການສັກຢາໃຫ້ແກ່ຄົນ ໂດຍສະເພາະບັນດາ ພະນັກງານການແພດ ແລະ
ຄົນທີ່ດູແລຢູ່ເຮືອນຄົນຊະລາ ຢູ່ໃນຂັ້ນຕອນເລີ້ມ ສັກຢານັ້ນ ເພື່ອໃຫ້ທ່ວງທັນ.

ດຣ. ຟາວຈີ ກ່າວວ່າ ໄດ້ມີການສັກຢາ 1 ລ້ານ 5 ແສນໂດສ ທີ່ໄດ້ບໍລິຫານ ໃນສາມມື້ທີ່
ຜ່ານມາ “ໄດ້ມີເຫັນຄວາມຫວັງຂຶ້ນມາໜ້ອຍນຶ່ງ.”

ທ່ານກ່າວເພີ້ມອີກວ່າ “ພວກເຮົາຕ້ອງໄດ້ພົວພັນກັນລະຫວ່າງລັດຖະບານກາງ ແລະ 50
ລັດ ຂອງປະເທດ ໃຫ້ເປັນຄູ່ຮ່ວມງານກັນຢ່າງແທ້ຈິງ.”

ຢູ່ໃນຈຳນວນນຶ່ງຂອງລັດ ຄົນພາກັນລໍຖ້າຢູ່ໃນແຖວອັນຍາວຢຽດເພື່ອສັກຢາຢູ່ ຕາມທາງ
ຍ່າງເຂົ້າໄປສູ່ບັນດາສູນກາງຮັກສາສຸຂະພາບ. ຢູ່ໃນນະຄອນຮຸສຕັນ ເທັກຊັສ ພວກເຈົ້າ
ໜ້າທີ່ໄດ້ມີ 750 ໂດສໄວ້ໃຫ້ ແຕ່ວ່າມີ 250,000 ຄົນໄດ້ ໂທລະສັບລົງທະບຽນໃນຄວາມ
ຫວັງທີ່ຈະນັດໝາຍການສັກຢາວັກຊີນ.

ທ່ານໄບເດັນ ໄດ້ຮຽກຮ້ອງໃຫ້ມີການສັກຢາໃຫ້ 100 ລ້ານຄົນ ໃນໄລຍະ 100 ມື້ທຳອິດ
ຂອງລັດຖະບານທ່ານ ທີ່ຈະເຂົ້າຮັບຕຳແໜ່ງໃນວັນທີ 20 ມັງກອນ ຈະມາເຖິງນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG