ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານໝໍ ຟາວຈີ ຄາດໝາຍວ່າ ຢາວັກຊີນປ້ອງກັນໂຄວິດ ຫຼາຍລ້ານປະລິມານ ຈະມີໃຫ້ໃຊ້ ພາຍໃນຕົ້ນປີ 2021


ອາສາສະໝັກ ຄົນນຶ່ງ ໄດ້ຮັບການສັກຢາວັກຊີນປ້ອງກັນໄວຣັສໂຄວິດ-19 ທີ່ເປັນພາກສ່ວນນຶ່ງ ຂອງການທົດລອງຢາວັກຊີນ ຂອງ ມະຫາວິທະຍາໄລ Imperial, ຢູ່ຄລີນິກໃນນະຄອນຫຼວງລອນດອນ, ວັນທີ 5 ສິງຫາ 2020.
ອາສາສະໝັກ ຄົນນຶ່ງ ໄດ້ຮັບການສັກຢາວັກຊີນປ້ອງກັນໄວຣັສໂຄວິດ-19 ທີ່ເປັນພາກສ່ວນນຶ່ງ ຂອງການທົດລອງຢາວັກຊີນ ຂອງ ມະຫາວິທະຍາໄລ Imperial, ຢູ່ຄລີນິກໃນນະຄອນຫຼວງລອນດອນ, ວັນທີ 5 ສິງຫາ 2020.

ນັກຊ່ຽວຊານດ້ານພະຍາດຕິດແປດ ເວົ້າວ່າ ໂລກຈະບໍ່ສາມາດກໍາຈັດໄວຣັສໂຄ ໂຣນາ ທີ່ເຮັດໃຫ້ 18 ລ້ານ 8 ແສນ ຄົນຕິດພະຍາດໂຄວິດ-19 ນັ້ນໄດ້ເລີຍ, ແຕ່ກໍ ມີຄວາມຫວັງວ່າຢາວັກຊີນ ຫລາຍຮ້ອຍລ້ານໂດສ໌ ອາດມີອອກມາໃຫ້ໃຊ້ໃນ ທ້າຍ ປີນີ້.

ດຣ. ອານໂທນີ ຟາວຈິ ກ່າວຕໍ່ທ່ານນາງ ເກຣດຕາ ແວນ ຊັສເທີເຣນ (Greta Van Susteren) ຜູ້ປະກອບສ່ວນດ້ານການຂ່າວໃຫ້ວີໂອເອວ່າ “ຂ້າພະເຈົ້າຄິດວ່າ ມັນຈະມີຢາວັກຊີນພຽງພໍ ຖ້າຫາກວ່າທຸກສິ່ງທຸກຢ່າງເຫັນວ່າສໍາເລັດຜົນ.” ທ່ານກ່າວອີກວ່າ “ເອົາຢາວັກຊີນໄປໃຫ້ບໍ່ພຽງແຕ່ບັນດາປະເທດທີ່ຮັ່ງມີ ຢູ່ແລ້ວ ເທົ່ານັ້ນ ແຕ່ຍັງເອົາໄປໃຫ້ພວກປະເທດທີ່ມີລາຍໄດ້ຕໍ່າ ແລະປານກາງ ທີ່ຍັງບໍ່ ທັນສາມາດເຂົ້າເຖິງວັກຊີນໄດ້ໂລດນັ້ນອີກດ້ວຍ. ນັ້ນຄືສິ່ງທີ່ພວກເຮົາ ກໍາລັງ ຄາດຫວັງວ່າຈະເຮັດ.”

ແຕ່ທ່ານ ຟາວຈິ ເຄີຍເວົ້າໃນເມື່ອກ່ອນວ່າ ບໍ່ມີການຮັບປະກັນໄດ້ວ່າ ຢາວັກຊີນ ຈະໃຫ້ການປ້ອງກັນໄລຍະຍາວຕໍ່ພະຍາດໂຄວິດ-19 ຍ້ອນວ່າມັນເປັນໄວຣັສໂຄ ໂຣນາ ຊະໜິດໃໝ່ ແລະພວກນັກວິທະຍາສາດຍັງກໍາລັງຮຽນຮູ້ກ່ຽວກັບມັນຢູ່.

ໃນການໃຫ້ສໍາພາດຕ່າງຫາກກັບອົງການຂ່າວຣອຍເຕີນັ້ນ, ທ່ານ ຟາວຈິ ເວົ້າວ່າ ເຫດຜົນທີ່ໄວຣັສນີ້ຈະບໍ່ໝົດໄປຈັກເທື່ອ ກໍຍ້ອນລັກສະນະທີ່ “ຕິດແປດໄດ້ງ່າຍ ທີ່ສຸດ” ຂອງມັນ. ແຕ່ທ່ານກໍບອກວ່າ “ການມີຢາວັກຊີນທີ່ດີ ບວກໃສ່ກັບການເອົາ ໃຈໃສ່ຕໍ່ມາດຕະການສາທາລະນະສຸກ…. ແລ້ວຂ້າພະເຈົ້າຄິດວ່າ ພວກເຮົາກໍຈະ ສາມາດທີ່ຈະຂ້າມຜ່ານສະພາບນີ້ໄດ້.”

ອີງຕາມມະຫາວິທະຍາໄລຈອນສ໌ ຮອບຄິນສ໌ແລ້ວ, ມີຫລາຍກວ່າ 2,000 ຄົນເສຍຊີວິດຍ້ອນພະຍາດໂຄວິດໃນ 24 ຊົ່ວໂມງໃນສະຫະລັດ ມາຮອດຕອນ ກາງຄືນຂອງວັນພະຫັດວານນີ້-ຊຶ່ງເປັນຈໍານວນຄົນເສຍຊີວິດ ໃນນຶ່ງມື້ທີ່ສູງທີ່ ສຸດນັບແຕ່ຕົ້ນເດືອນພຶດສະພາເປັນຕົ້ນມາ.

ໂດຍທີ່ມີຄົນຕິດເຊື້ອຢູ່ 4 ລ້ານ 9 ແສນຄົນ ແລະມີ 1 ແສນ 60 ພັນຄົນເສຍຊີວິດ ໄປແລ້ວ, ສະຫະລັດແມ່ນນໍາໜ້າປະເທດອື່ນທັງໝົດ ຫລາຍທີ່ສຸດໃນທັງ ສອງດ້ານນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG