ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ດຣ. ຟາວຈີ “ບໍ່ພໍໃຈ” ໃນການຮັບມື ກັບໂຣກລະບາດ COVID-19 ຂອງ ສະຫະລັດ


ແມ່ຍິງຄົນນຶ່ງອູ້ມລູກນ້ອຍລຽນແຖວເພື່ອກວດ Covid-19 ໃນໝູ່ບ້ານ ຊັນເຊັດ ພາກ, ນະຄອນ ນິວຢອກ. 13 ສິງຫາ, 2020.
ແມ່ຍິງຄົນນຶ່ງອູ້ມລູກນ້ອຍລຽນແຖວເພື່ອກວດ Covid-19 ໃນໝູ່ບ້ານ ຊັນເຊັດ ພາກ, ນະຄອນ ນິວຢອກ. 13 ສິງຫາ, 2020.

ຫຼັງຈາກປະເທດໄດ້ລາຍງານກ່ຽວກັບວັນທີ່ມີຜູ້ເສຍຊີວິດຫຼາຍທີ່ສຸດ ໃນການລະບາດຂອງໄວຣັສ ໂຄໂຣນາ ນັບຕັ້ງແຕ່ເດືອນພຶດສະພາເປັນຕົ້ນມາ, ຜູ້ຊ່ຽວຊານລະດັບສູງດ້ານໂຣກຕິດຕໍ່ຂອງປະ ເທດເວົ້າວ່າ ທ່ານບໍ່ພໍໃຈກັບວິທີທີ່ສິ່ງຕ່າງໆກຳລັງເປັນຢູ່ໃນ ສະຫະລັດ.

ດຣ. ແອນໂທນີ ຟາວຈີ ໄດ້ກ່າວໃນການປຶກສາຫາລືກັບຄະນະກຳມະການ National Geographic ໃນວັນພະຫັດວານນີ້ວ່າ “ພວກເຮົາບໍ່ໄດ້ຢູ່ໃນບ່ອນທີ່ພວກເຮົາຫວັງຈະຢູ່ຢ່າງແນ່ ນອນ, ພວກເຮົາຢູ່ໃນໃຈກາງຂອງໂຣກລະບາດທີ່ຮ້າຍແຮງຫຼາຍໃນປະຫວັດສາດ.”

ເຖິງແມ່ນປະທານາທິບໍດີດໍໂນລ ທຣຳ ໄດ້ກ່າວໃນອາທິດນີ້ກໍຕາມວ່າ ທ່ານຫວັງວ່າການລະບາດຈະມີ “ລັກສະນະດີຂຶ້ນ” ໃນໄລຍະເວລາ ທີ່ບໍ່ດົນນີ້,” ແຕ່ ດຣ. ຟາວຈີ ໄດ້ກ່າວວ່າຕົວເລກຂອງກໍລະນີທັງຫຼາຍຈະສືບຕໍ່ເພີ່ມຂຶ້ນຈົນກວ່າລັດຖະບານກາງ ກັບລັດຖະບານຂອງລັດຕ່າງໆຈະສາມາດເຮັດວຽກຮ່ວມກັນໄດ້.

ທ່ານໄດ້ກ່າວວ່າ “ນັ້ນແມ່ນສິ່ງທີ່ຂ້າພະເຈົ້າເປັນຫ່ວງ ເພາະວ່າຂ້າພະເຈົ້າເຊື່ອວ່າ ພວກເຮົາສາ ມາດເຮັດໄດ້, ພວກເຮົາມີກຳລັງພຽງພໍທີ່ຈະເຮັດໃຫ້ຕົວເລກຫຼຸດລົງ.”

ມັນບໍ່ມີແຜນການຍຸດທະສາດທີ່ໄດ້ປະສານງານກັນແມ່ນແຕ່ອັນດຽວຈາກ ວໍຊິງຕັນ ແລະ ລັດຕ່າງໆ ກ່ຽວກັບ ວິທີທີ່ຈະຕໍ່ສູ້ກັບໂຣກລະບາດ. ບາງລັດໄດ້ອອກຄຳສັ່ງບັງຄັບໃຊ້ໜ້າກາກ ແລະ ໄດ້ສືບຕໍ່ໃຊ້ການຫ້າມຕ່າງໆ, ໃນຂະນະທີ່ລັດອື່ນໆບໍ່ໄດ້ຮຽກຮ້ອງໃຫ້ໃສ່ໜ້າກາກໃນສາທາລະນະ ແລະ ໄດ້ຫຼຸດຜ່ອນກົດລະບຽບຕ່າງໆໃນການເຕົ້າໂຮມກັນຢູ່ສັງຄົມ.

ບາງລັດໄດ້ເຫັນຕົວເລກຂອງກໍລະນີຕ່າງໆເພີ່ມຂຶ້ນ ໃນຂະນະທີ່ຈຸດສູນກາງຂອງການລະບາດເຊັ່ນລັດ ອາຣິໂຊນາ, ຄາລິຟໍເນຍ ແລະ ຟລໍຣິດາ ແມ່ນກຳລັງດີຂຶ້ນ ແລະ ຕອນນີ້ມີຜູ້ເສຍຊີວິດໜ້ອຍລົງ, ມີຜູ້ເຂົ້າໂຮງໝໍໜ້ອຍລົງ ແລະ ມີກໍລະນີຫຼຸດລົງ,” ອີງຕາມການກ່າວຂອງທ່ານ ຟາວຈີ.

ທ່ານ ຟາວຈີ ໄດ້ກ່າວວ່າ ໄວຣັສໂຄໂຣນາ ມີຄວາມເປັນໄປໄດ້ວ່າຈະບໍ່ມີວັນຫາຍໄປ ແຕ່ບັນດາເຈົ້າໜ້າທີ່ສາທາລະນະສຸກສາມາດເຮັດວຽກ ເພື່ອນຳເອົາບັນຫານີ້ລົງມາສູ່ “ລະດັບທີ່ຕໍ່າ.”

ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ ທ່ານ ເທດຣອສ ອາດານອມ ເກເບຣເຢຊຸສ ກ່າວວ່າ ລັດຖະບານທັງຫຼາຍຕ້ອງ “ເຮັດທຸກຢ່າງ” ຄືກວດໂຣກ, ແຍກປ່ຽວຜູ້ປ່ວຍ ແລະ ປິ່ນປົວຄົນໄຂ້, ແລະ ຕິດຕາມທີ່ມາ ແລະ ກັກຕົວກວດໂຣກທຸກຄົນຜູ້ທີ່ເຂົາເຈົ້າໄດ້ຕິດຕໍ່ນຳ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG