ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ດຣ. ຟາວຈິ ພົບກັນທີມໂອນອໍານາດ ຂອງ ທ່ານໄບເດັນ


ດຣ. Anthony Fauci, ຜູ້ອຳນວຍການສະຖາບັນໂຣກພູມແພ້ ແລະພະຍາດຕິດແປດແຫ່ງຊາດໄດ້ເຂົ້າຮ່ວມກອງປະຊຸມຮັບຟັງບັນຫາໂຣກລະບາດ ຢູ່ສະພາສູງ ຂອງສະຫະລັດ ທີ່ນະຄອນຫລວງວໍຊິງຕັນ, ວັນທີ 23, ກັນຍາ, 2020
ດຣ. Anthony Fauci, ຜູ້ອຳນວຍການສະຖາບັນໂຣກພູມແພ້ ແລະພະຍາດຕິດແປດແຫ່ງຊາດໄດ້ເຂົ້າຮ່ວມກອງປະຊຸມຮັບຟັງບັນຫາໂຣກລະບາດ ຢູ່ສະພາສູງ ຂອງສະຫະລັດ ທີ່ນະຄອນຫລວງວໍຊິງຕັນ, ວັນທີ 23, ກັນຍາ, 2020

ດຣ. ແອນໂທນີ ຟາວຈິ, ຫົວໜ້າຜູ້ຊ່ຽວຊານດ້ານພະຍາດຕິດແປດຂອງສະຫະ ລັດ ພົບປະກັນກັບທີມງານໂອນອໍານາດຂອງຜູ້ທີ່ຄາດວ່າຈະເປັນປະທານາທິບໍດີເລືອກໃໝ່, ທ່ານໂຈ ໄບເດັນ ໃນວັນພະຫັດວານນີ້ ກ່ຽວກັບການລະບາດຂອງໄວຣັສໂຄໂຣນາ ທີ່ກໍາລັງເພີ້ມຂຶ້ນຢູ່ໃນປະເທດ ແລະອາດຈະເລີ່ມຕົ້ນການສັກຢາວັກຊີນທີ່ແຜ່ຂະຫຍາຍຢ່າງກວ້າງຂວາງໃຫ້ແກ່ຊາວອາເມຣິກັນຫຼາຍລ້ານຄົນ.

ທ່ານຟາວຈິ, ຜູ້ອຳນວຍການສະຖາບັນໂຣກພູມແພ້ ແລະພະຍາດຕິດແປດແຫ່ງຊາດ, ຕາງໜ້າໃຫ້ລັດຖະບານໃນການຮັບມືກັບການລະບາດຂອງພະຍາດມາໄດ້ຫຼາຍເດືອນແລ້ວ.

ແຕ່ຄຳເຕືອນທີ່ແຮງຂອງທ່ານກ່ຽວກັບຄວາມສ່ຽງດ້ານສຸຂະພາບຍ້ອນໄວຣັສດັ່ງ ກ່າວ ໃນທີ່ສຸດກໍ່ໄດ້ເຮັດໃຫ້ປະທານາທິບໍດີ ດໍໂນລ ທຣໍາ ບໍ່ຍອມໃຫ້ທ່ານ ໃຫ້ທັດສະນະທາງການແພດ ເພື່ອຢາກໃຫ້ຄົນມີຄວາມຫວັງໃນແງ່ດີ ກ່ອນໜ້າການເລືອກຕັ້ງແຫ່ງຊາດໃນເດືອນທີ່ຜ່ານມາເຊິ່ງທ່ານໄບເດັນໄດ້ຊະນະທ່ານທຣໍານັ້ນ.

ທ່ານໄບເດັນ ໄດ້ສັນຍາວ່າ ຈະຮັບຟັງຄຳແນະນຳ ຂອງຜູ້ຊ່ຽວຊານດ້ານການແພດເຊັ່ນທ່ານ ຟາວຈິ ໃນຂະນະທີ່ມີຄົນຕິດເຊື້ອໃໝ່ຫລາຍໝື່ນຄົນໃນສະຫະ ລັດກຳລັງຖືກບັນທຶກໄວ້ໃນແຕ່ລະວັນ. ມີຊາວອາເມຣິກັນຫຼາຍກວ່າ 273,000 ຄົນໄດ້ເສຍຊີວິດ ຍ້ອນໄວຣັສດັ່ງກ່າວ ຊຶ່ງຫຼາຍກວ່າຢູ່ໃນປະເທດໃດໝົດ, ອີງຕາມມະຫາວິທະຍາໄລຈອນສ໌ ຮອບກິນສ໌ (Johns Hopkins).

ທ່ານ ຟາວຈິ ອາຍຸ 79 ປີ, ເປັນເຈົ້າໜ້າທີ່ລັດຖະບານໃນດ້ານວິຊາການ ກ່າວຕໍ່ໂທລະພາບ CBS News ວ່າ ການສົນທະນາຂອງທ່ານກັບ “ທີມງານທີ່ກໍາລັງຈະເຂົ້າຮັບໜ້າທີ່” ຂອງທ່ານໄບເດັນ ຢູ່ອົງການຂອງເພິ່ນຈະເປັນສຸມໃສ່ບັນ ດາບູລິມະສິດຕ່າງໆ ຂອງລັດຖະບານຊຸດໃໝ່ ໃນການເລີ່ມຕົ້ນການສັກຢາກັນພະຍາດຢ່າງວ່ອງໄວ ຫຼັງຈາກວັກຊີນສອງຊະນິດທີ່ຖືກສະເໜີນັ້ນເບິ່ງຄືວ່າຈະໄດ້ຮັບການອະນຸມັດຈາກພວກອອກລະບຽບທາງດ້ານການຢາຂອງລັດຖະບານໃນສອງອາທິດໜ້ານີ້.

"ໂດຍໄດ້ເຮັດວຽກຮັບໃຊ້ການບໍລິຫານປະເທດ (ໃນທໍານຽບຂາວ) ມາໄດ້ 6 ຄະນະແລ້ວຂ້າພະເຈົ້າໄດ້ຜ່ານ 5 ໄລຍະໂອນອໍານາດ, ແລະຂ້າພະເຈົ້າຮູ້ວ່າ ການໂອນ ອໍານາດແມ່ນມີຄວາມສຳຄັນຫລາຍແທ້ໆ ຖ້າທ່ານຕ້ອງການທີ່ຈະໂອນໜ້າທີ່ຮັບຜິດຊອບແບບເດີນແມ່ນແລ່ນສະດວກດີ," ນັ້ນຄືຄໍາເວົ້າຂອງທ່ານ ຟາວຈິ.

ທ່ານ ຟາວຈິ ກ່າວວ່າທ່ານຍັງບໍ່ທັນໄດ້ໂອ້ລົມກັບທ່ານໄບເດັນເທື່ອ, ແຕ່ກໍຄາດວ່າຈະລົມກັບເພິ່ນໃນໄວໆນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG