ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ດຣ. ຟາວຈີ ສະແດງຄວາມເສຍໃຈຢ່າງຍິ່ງ ຕໍ່ການແບ່ງແຍກ ທາງດ້ານການເມືອງ ຢູ່ໃນປະເທດ ກ່ຽວກັບການສັກຢາວັກຊີນ ກັນໄວຣັສໂຄໂຣນາ


ດຣ. ແອນໂທນີ ຟາວຈີ ຜູ້ຊ່ຽວຊານພະຍາດຕິດແປດສູງສຸດ ຂອງປະເທດ ລາຍງານຕໍ່ ຄະນະກຳມະການໄວຣັສໂຄໂຣນາ ສະພາຕໍ່າ ທີ່ ວໍຊິງຕັນ ວັນພະຫັດ ວັນທີ 15 ເມາສ 2021.
ດຣ. ແອນໂທນີ ຟາວຈີ ຜູ້ຊ່ຽວຊານພະຍາດຕິດແປດສູງສຸດ ຂອງປະເທດ ລາຍງານຕໍ່ ຄະນະກຳມະການໄວຣັສໂຄໂຣນາ ສະພາຕໍ່າ ທີ່ ວໍຊິງຕັນ ວັນພະຫັດ ວັນທີ 15 ເມາສ 2021.

ຫົວໜ້າຜູ້ຊ່ຽວຊານ ດ້ານພະຍາດຕິດແປດ ຂອງສະຫະລັດ ດຣ. ແອນໂທນີ ຟາວຈີ ໃນ
ວັນອາທິດວານນີ້ ໄດ້ສະແດງຄວາມເສຍໃຈຢ່າງຍິ່ງ ຕໍ່ການແບ່ງ ແຍກທາງດ້ານການ
ເມືອງຢູ່ໃນປະເທດ ກ່ຽວກັບການສັກຢາວັກຊີນກັນໄວຣັສ ໂຄໂຣນາ.

ການຢັ່ງສຽງສະແດງໃຫ້ເຫັນວ່າ ບັນດາສະມາຊິກພັກເດໂມແຄຣັດ ຊຶ່ງໂດຍທົ່ວໄປແລ້ວ
ແມ່ນໃຫ້ການສະໜັບສະໜູນຂອງເຂົາເຈົ້າແກ່ບັນດາໂຄງການລັດຖະ ບານ ພາກັນພໍ
ໃຈໃນການສັກຢາວັກຊີນກ່່ອນສະມາຊິກພັກຣີພັບບລິກກັນ ຜູ້ທີ່ ມັກບໍ່ໄວ້ວາງໃຈກ່ຽວ
ກັບບົດບາດຂອງລັດຖະບານ ແລະມີທັດສະນະຄວາມເຫັນ ນິຍົມແນວທາງເດີມ ໃນການ
ສະໜັບສະໜູນຕໍ່ສິດທິສ່ວນບຸກຄົນ.

ການຢັ່ງສຽງຫວ່າງມໍ່ໆມານີ້ ໄດ້ສະແດງໃຫ້ເຫັນວ່າ 93 ເປີເຊັນ ຂອງຜູ້ຄົນທີ່ ລະບຸໂຕເອງ
ວ່າ ສັງກັດພັກເດໂມແຄຣັດນັ້ນກ່າວວ່າ ເຂົາເຈົ້າໄດ້ສັກຢາວັກຊີນ ຫຼືມີຄວາມຕັ້ງໃຈທີ່ໄປ
ຈະສັກຢາ ໃນຂະນະທີ່ມີພຽງແຕ່ 49 ເປີເຊັນຂອງສະມາ ຊິກພັກຣີພັບບລິກກັນກ່າວວ່າ
ເຂົາເຈົ້າໄດ້ສັກ ຫຼືມີແຜນການທີ່ຈະໄປສັກຢາ.

ດຣ. ຟາວຈີ ໄດ້ກ່າວຕໍ່ລາຍການ “This Week” ຂອງໂທລະພາບ NBC ວ່າ “ພວກເຮົາ
ພະຍາຍາມເອົາການເມືອງວາງ ໄວ້ຂ້າງນອກ. ບັນດາໄວຣັສບໍ່ຮູ້ເຖິງ ຄວາມແຕກຕ່າງ
ລະຫວ່າງ ພັກເດໂມແຄຣັດ ແລະພັກຣີພັບບລິກັນ ຫຼືຜູ້ທີ່ບໍ່ໄດ້ ສັງກັດພັກ.”

ດຣ. ຟາວຈີ ຫົວໜ້າທີ່ປຶກສາດ້ານການແພດຂອງ ປະທານາທີບໍດີໂຈ ໄບເດັນ ກ່າວວ່າ
“ພວກເຮົາຕ້ອງໜີຫ່າງອອກຈາກການແບ່ງແຍກ.”

ທ່ານກ່າວວ່າ ຢາວັກຊີນທີ່ມີຢູ່ໃນສະຫະລັດ ໄດ້ພິສູດໃຫ້ເຫັນວ່າໄດ້ຜົນ.

ດຣ. ຟາວຈີ ກ່າວວ່າ ທ່ານເຂົ້າໃຈວ່າ ຜູ້ນິຍົມແນວທາງເດີມຈຳນວນນຶ່ງ ທີ່ມັກ ຢູ່ໃນບັນ
ດາລັດທາງພາກໃຕ້ສະຫະລັດ ທີ່ປ່ອນບັດລົງຄະແນນສຽງເອົາ ອະດີດ ປະທານາທິບໍດີ
ດໍໂນລ ທຣໍາ ທີ່ສັງກັດພັກຣີພັບບລິກັນ ບໍ່ແມ່ນທ່ານໄບເດັນ ທີ່ ສັງກັດພັກເດໂມແຄຣັດ
ໃນການເລືອກຕັ້ງເມື່ອເດືອນພະຈິກປີກາຍນີ້ ພາກັນລັ່ງ ເລໃຈກ່ຽວກັບການສັກຢາ
ເພາະວ່າບັນດາຜູ້ອອກກົດລະບຽບດ້ານສຸຂະພາບອະ ນຸມັດໃຫ້ນຳໃຊ້ຢາວັກຊີນ ແຕ່ໃນ
ກໍລະນີສຸກເສີນເທົ່ານັ້ນ ແລະຍັງບໍ່ທັນໄດ້ອະນຸ ມັດໃຫ້ເຂົາເຈົ້າຢ່າງເຕັມທີ່ເທື່ອ.

ແຕ່ ດຣ. ຟາວຈີ ກ່າວວ່າ “ບໍ່ໄດ້ມີຄວາມສົງໄສໃນຄວາມຄິດຂອງຂ້າພະເຈົ້າ ທີ່ເຂົາເຈົ້າ
ຈະໃຫ້ການອະນຸມັດຢ່າງເຕັມທີ່.”

ໃນຂະນະດຽວກັນ ທ່ານກ່າວວ່າ “ຜົນປະໂຫຍດຂອງການສັກຢາ ແນ່ນອນຄຸ້ມຄ່າຕໍ່ການສ່ຽງ.” ດຣ. ຟາວຈີ ກ່າວວ່າ ຢາວັກຊີນທີ່ມີໄວ້ ຍັງໄດ້ຜົນດີໃນການຕ້ານທ່ານ ຕໍ່ອັນທີ່ທ່ານ
ໄດ້ບັນລະຍາຍມານັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG