ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ດຣ. ຟາວຈີ ກ່າວປ້ອງກັນຂໍ້ບັງຄັບ ການສັກຢາວັກຊີນ ກັນໄວຣັສໂຄໂຣນາ


ແມ່ຍິງນຶ່ງໄດ້ຮັບຢາວັກຊີນສຳລັບ COVID-19 ຢູ່ສູນບໍລິການໃນນະຄອນ ຮູສຕັນ, ລັດ ເທັກຊັສ. 13 ຕຸລາ, 2021.
ແມ່ຍິງນຶ່ງໄດ້ຮັບຢາວັກຊີນສຳລັບ COVID-19 ຢູ່ສູນບໍລິການໃນນະຄອນ ຮູສຕັນ, ລັດ ເທັກຊັສ. 13 ຕຸລາ, 2021.

ທີ່ປຶກສາດ້ານການແພດລະດັບສູງຂອງປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໃນວັນອາທິດວານນີ້ໄດ້ກ່າວປ້ອງກັນຂໍ້ບັງຄັບໃຫ້ສັກຢາວັກຊີນເພື່ອປາບປາມໄວຣັສໂຄໂຣນາ, ໂດຍປະຕິເສດການຄັດຄ້ານຈາກບັນດາຜູ້ປົກຄອງລັດຫົວອະນຸລັກນິຍົມສັງກັດພັກຣີພັບບລີກັນວ່າ ເຂົາເຈົ້າລະ ເມີດເສລີພາບຂອງປະຊາຊົນເພື່ອຄວບຄຸມການເບິ່ງແຍງສຸຂະພາບຂອງເຂົາເຈົ້າ.

ດຣ. ແອນໂທນີ ຟາວຈີ ໄດ້ກ່າວຕໍ່ລາຍການ Fox News Sunday ວ່າ “ເວລາທີ່ເຈົ້າຢູ່ໃນວິກິດ ການດ້ານສາທາລະນະສຸກ, ບາງເທື່ອສະຖານະການທີ່ບໍ່ປົກກະຕິຈະຮຽກຮ້ອງໃຫ້ມີການດຳເນີນການທີ່ບໍ່ປົກກະຕິ. ໃນກໍລະນີນີ້, ມັນແມ່ນສິ່ງຕ່າງໆຄືການໃຊ້ຂໍ້ບັງຄັບ, ບໍ່ວ່າຈະເປັນການໃສ່ໜ້າກາກ ຫຼື ການສັກຢາວັກຊີນ.”

ທ່ານໄດ້ກ່າວວ່າ “ມັນສຳຄັນຫຼາຍ, ພວກເຮົາບໍ່ໄດ້ອາໄສຢູ່ແບບບຸກຄົນທີ່ບໍ່ໄດ້ມີການພົວພັນຕິດຕໍ່ກັບຄົນອື່ນ. ພວກເຮົາອາໄສຢູ່ໃນສັງຄົມ ແລະ ສັງຄົມຕ້ອງການທີ່ຈະຖືກປົກປ້ອງ. ແລະ ເຮົາເຮັດມັນໂດຍທີ່ບໍ່ພຽງແຕ່ປົກປ້ອງຕົນເອງ, ແຕ່ເຈົ້າຈະປົກປ້ອງຄົນອື່ນທີ່ຢູ່ອ້ອມຮອບເຈົ້າດ້ວຍການໄປສັກຢາວັກຊີນ.”

ທ່ານ ໄບເດັນ ໄດ້ສັ່ງໃຫ້ທຸລະກິດຕ່າງໆໃນທົ່ວ ສະຫະລັດ ທີ່ມີພະນັກງານ 100 ຄົນ ຫຼື ຫຼາຍກວ່ານັ້ນໃຫ້ບັງຄັບພະນັກງານຂອງເຂົາເຈົ້າໄປສັກຢາວັກຊີນ ຫຼື ທຳການກວດຫາໄວຣັສທີ່ເປັນສາເຫດຂອງໂຣກ COVID-19 ຢ່າງເປັນປະຈຳ, ເຖິງແນວໃດກໍຕາມມັນຈະໃຊ້ເວລາຫຼາຍອາທິດກ່ອນທີ່ຄຳສັ່ງຂອງທ່ານຈະມີຜົນບັງຄັບໃຊ້ຢ່າງເຕັມທີ່. ນອກຈາກນັ້ນ, ທ່ານ ໄບເດັນ ຍັງໄດ້ສັ່ງໃຫ້ບັນດາ ສະມາຊິກກອງທັບຂອງປະເທດ ແລະ ພະນັກງານລັດຖະບານພົນລະເຮືອນໃຫ້ໄປສັກຢາໃນຂອບ ເຂດເວລາທີ່ໄວຂຶ້ນພາຍໃຕ້ການຂົ່ມຂູ່ທີ່ຈະຖືກໄລ່ອອກຈາກວຽກຖ້າເຂົາເຈົ້າບໍ່ປະຕິບັດຕາມ.

ຄຳສັ່ງຂອງທ່ານ ໄບເດັນ ໄດ້ກໍ່ໃຫ້ມີການຄັດຄ້ານຈາກສະມາຊິກກອງທັບທີ່ມີຕຳແໜ່ງສູງບາງຄົນ ຜູ້ທີ່ໄດ້ປະຕິເສດທີ່ຈະສັກຢາວັກຊີນ ແລະ ພະນັກງານລັດຖະບານພົນລະເຮືອນຜູ້ທີ່ໄດ້ຟ້ອງຮ້ອງຕໍ່ຄຳສັ່ງດັ່ງກ່າວ.

ນອກຈາກນັ້ນ, ບັນດາຜູ້ປົກຄອງລັດສັງກັດພັກຣີພັບບລີກັນຫຼາຍຄົນເຊັ່ນ ທ່ານ ເກຣກ ແອບບັອດ ໃນລັດ ເທັກຊັສ ແລະ ທ່ານ ຣອນ ເດີແຊນຕິສ ໃນລັດ ຟລໍຣິດາ, ສອງຄົນທີ່ມີຄວາມເປັນໄປໄດ້ວ່າຈະເປັນຄູ່ແຂ່ງເອົາຕຳແໜ່ງປະທານາທິບໍດີ 2024 ສັງກັດພັກຣີພັບບລີກັນຂອງທ່ານ ໄບເດັນ ນັ້ນ, ໄດ້ໂຈມຕີຂໍ້ບັງຄັບດັ່ງກ່າວ. ໂດຍທັງສອງທ່ານໄດ້ພະຍາຍາມທີ່ຈະກີດກັ້ນທຸກຂໍ້ບັງຄັບໃນລັດຂອງເຂົາເຈົ້າ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG