ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໝໍ ຟາວຈີ ກ່າວວ່າ ສັກເຂັມບູສເຕີ້ ສາມາດຊ່ວຍເພີ້ມການປ້ອງກັນ ຕໍ່ໄວຣັສສາຍພັນໂອໄມຄຣອນໄດ້


ແຟ້ມຮູບ-ປະຊາຊົນພາກັນຢືນເຂົ້າແຖວ ເພື່ອຮັບການສັກຢາເຂັມທີສາມ ຫຼືບູສເຕີ້ຂອງວັກຊີນໂຄວິດ-19 ຟາຍເຊີ້ ທີ່ຄຣີນິກສັກວັກຊີນເຄື່ອນທີ່ຢູ່ໃນເມືອງ ວໍເຊັສເຕີ້, ລັດ ແມັດຊາຊູເຊັທ໌ ທີ 2 ທັນວາ 2021.
ແຟ້ມຮູບ-ປະຊາຊົນພາກັນຢືນເຂົ້າແຖວ ເພື່ອຮັບການສັກຢາເຂັມທີສາມ ຫຼືບູສເຕີ້ຂອງວັກຊີນໂຄວິດ-19 ຟາຍເຊີ້ ທີ່ຄຣີນິກສັກວັກຊີນເຄື່ອນທີ່ຢູ່ໃນເມືອງ ວໍເຊັສເຕີ້, ລັດ ແມັດຊາຊູເຊັທ໌ ທີ 2 ທັນວາ 2021.

ໃນວັນອາທິດວານນີ້ ຜູ້ຊ່ຽວຊານທາງດ້ານໂຣກຕິດຕໍ່ລະດັບສູງຂອງສະຫະລັດ ໄດ້ຮຽກຮ້ອງໃຫ້ປະຊາຊົນຊາວອາເມຣິກາທີ່ມີສິດທຸກຄົນ ຈົ່ງໄປຮັບການວັກຊີນໄວຣັສໂຄໂຣນາເພີ້ມ ຫຼື ບູສເຕີ້, ເພື່ອໃຫ້ພວກເຂົາເຈົ້າໄດ້ຮັບການປ້ອງກັນທີ່ດີທີ່ສຸດ ຈາກໄວຣັສສາຍພັນໃໝ່ໂອໄມຄຣອນ.

ທ່ານໝໍ ແອນໂທນີ ຟາວຈີ, ຫົວໜ້າທີ່ປຶກສາທາງການແພດຂອງປະທານາທິບໍດີ ທ່ານໂຈ ໄບເດັນ, ກ່າວກັບລາຍການ “This Week” ຂອງໂທລະພາບ ABC ວ່າ ໄວຣັສໂອໄມຄຣອນ ສາມາດຫລົບຫຼີກການປ້ອງກັນຈາກວັກຊີນສາມຊະນິດທີ່ມີຢູ່ໃນ ສະຫະລັດ ໄດ້. ປະຊາຊົນອາເມຣິກັນເກືອບ 202 ລ້ານຄົນ ແມ່ນໄດ້ຮັບຢາວັກຊີນປ້ອງກັນໄວຣັສໂຄໂຣນາຄົບຖ້ວນແລ້ວ, ມີພຽງແຕ່ 53.8 ລ້ານຄົນຂອງຈໍານວນນັ້ນ ທີ່ໄດ້ຮັບການສັກ ບູສເຕີ້ເພີ້ມ.

ທ່ານກ່າວວ່າ “ຖ້າພວກເຈົ້າຕ້ອງການການປ້ອງກັນຢ່າງເໝາະສົມ, ແນ່ນອນທີ່ສຸດແມ່ນສັກຢາ ບູດເຕີ້ ນັ້ນ.”

“ຂ່າວທີ່ໜ້າຍິນດີແມ່ນ ຂໍ້ມູນເບື້ອງຕົ້ນສະແດງໃຫ້ເຫັນວ່າ ເມື່ອພວກເຂົາເຈົ້າໄດ້ຮັບເຂັມບູສເຕີ້ແລ້ວ ມັນໄດ້ເພີ້ມລະດັບການປ້ອງກັັນໃຫ້ສູງພໍ, ຈາກນັ້ນມັນຈະເຮັດວຽກໄດ້ດີໃນການຕໍ່ຕ້ານກັບໄວຣັສໂອໄມຄຣອນ,” ທ່ານໝໍ ຟາວຈີ ກ່າວ.

ຜູ້ຊ່ຽວຊານດ້ານສຸຂະພາບກ່າວວ່າ ຫຼັກຖານເລັກໆນ້ອຍໆໃນເບື້ອງຕົ້ນສະແດງໃຫ້ເຫັນວ່າ ຜູ້ທີ່ມີປະສົບການໃນການຕິດເຊື້ອໄວຣັສສາຍພັນໂອໄມຄຣອນ ຈະມີອາການເຈັບປ່ວຍເລັກນ້ອຍ, ແຕ່ຍັງບໍ່ທັນໄດ້ຮູ້ກ່ຽວກັບຜົນກະທົບໄລຍະຍາວເທື່ອ.

ສາຍພັນໂອໄມຄຣອນສາມາດແຜ່ເຊື້ອໄດ້ສູງ, ແຕ່ໄວຣັສສາຍພັນແດລຕ້າ ຍັງຄົງເພີ້ມຈໍານວນຜູ້ປ່ວຍໃໝ່ຢູ່ໃນສະຫະລັດສູງຂຶ້ນອີກ. ປັດຈຸບັນ ຢູ່ໃນສະຫະລັດມີຜູ້ປ່ວຍເພີ້ມຂຶ້ນເຖິງ 118,000 ຄົນໃນແຕ່ລະວັນ, ເຊິ່ງເພີ້ມຂຶ້ນ 42 ເປີເຊັນໃນຊ່ວງສອງອາທິດທີ່ຜ່ານມາ, ແຕ່ຈົນເຖິງຂະນະນີ້ ມີລາຍງານກ່ຽວກັບສາຍພັນໂອໄມຄຣອນພຽງແຕ່ 140 ຄົນເທົ່ານັ້ນ.

ອີງຕາມລາຍງານຂອງສູນຄວບຄຸມ ແລະປ້ອງກັນໂຣກຕິດຕໍ່ ຫຼື CDC ລະບຸວ່າ ປັດຈຸບັນນີ້ ຈໍານວນຜູ້ເສຍຊີວິດຈາກໄວຣັສໂຄໂຣນາໃນຢູ່ສະຫະລັດເກືອບຮອດ 794,000 ຄົນແລ້ວ, ເຊິ່ງຫຼາຍກວ່າປະເທດອື່ນໆໃນໂລກ.

ທ່ານ ຟາວຈີ ກ່າວວ່າ ປະຊາຊົນຊາວອາເມຣິກັນ ທີ່ມີສິດຈໍານວນ 60 ລ້ານຄົນ ແມ່ນຍັງບໍ່ທັນໄດ້ຮັບການສັກຢາວັກຊີນ ແລະປະມານ 100 ລ້ານຄົນແມ່ນມີສິດໄດ້ຮັບເຂັມທີສາມ ຫຼື ບູສເຕີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG