ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໝໍ ຟາວຈີ ວ່າ ໂຄວິດ-19 ສາມາດຄວບຄຸມໄດ້ ພາຍໃນຕົ້ນປີ 2022 ຖ້າຢາວັກຊີນອີກຫຼາຍຊະນິດ ໄດ້ຮັບການອະນຸມັດ


ທ່ານໝໍ ແອນໂຕນີ ຟາວຈີ ນັກຊ່ຽວຊານດ້ານພະຍາດຕິດແປດຂັ້ນສູງຂອງສະຫະລັດ ສະແດງທ່າທາງໃນຂະນະທີ່ກ່າວຖະແຫລງ. (AP)
ທ່ານໝໍ ແອນໂຕນີ ຟາວຈີ ນັກຊ່ຽວຊານດ້ານພະຍາດຕິດແປດຂັ້ນສູງຂອງສະຫະລັດ ສະແດງທ່າທາງໃນຂະນະທີ່ກ່າວຖະແຫລງ. (AP)

ນັກຊ່ຽວຊານດ້ານພະຍາດຕິດແປດຂັ້ນສູງ ຂອງສະຫະລັດ ໄດ້ກ່າວໃນວັນອັງຄານວານນີ້ ວ່າ ສະຫະລັດອາດຈະສາມາດຄວບຄຸມພະຍາດ ໂຄວິດ-19 ໄດ້ ພາຍໃນຕົ້ນປີ 2022 ໂດຍຈະມີການອະນຸມັດຢາວັກຊີນຫຼາຍຊະນິດຕື່ມອີກຢ່າງເຕັມສ່ວນ ກໍເປັນໄດ້.

ຄຳເຫັນຂອງທ່ານໝໍ ແອນໂຕນີ ຟາວຈີ ໄດ້ມີຂຶ້ນນຶ່ງວັນ ຫລັງຈາກຢາວັກຊີນ ຟາຍເຊີ (Pfizer) ໄດ້ຮັບການອະນຸມັດຢ່າງເຕັມສ່ວນຈາກອົງການອາຫານແລະຢາຂອງສະຫະລັດ ຫຼື FDA.

ທ່ານຟາວຈີ ໄດ້ກ່າວຢູ່ລາຍການ “Today” ຂອງໂທລະພາບ NBC ວ່າ “ຖ້າຫາກພວກເຮົາໄດ້ປະຊາກອນສ່ວນໃຫຍ່ຢ່າງຖ້ວມລົ້ນ ຈໍານວນ 80 ຫາ 90 ລ້ານຄົນຜູ້ທີ່ຍັງບໍ່ທັນໄດ້ສັກຢາວັກຊີນເທື່ອນັ້ນ ຜູ້ທີ່ຍັງບໍ່ສະໝັກໃຈທີ່ຈະສັກຢາວັກຊີນ ຫຼືຍັງບໍ່ທັນມີໂອກາດສັກເທື່ອນັ້ນ ຂ້າພະເຈົ້າເຊື່ອວ່າ ພວກເຮົາສາມາດເຫັນແສງໄຟຢູ່ສົ້ນອຸໂມງແລ້ວ.”

ດ້ວຍຄວາມເປັນໄປໄດ້ສູງໃນການອະນຸມັດຢາວັກຊີນຂອງໂມເດີນາ ແລະຂອງຈອນສັນແລະຈັນສັນ ຈາກລັດຖະບານຢ່າງເຕັມສ່ວນໃນບໍ່ເທົ່າໃດອາທິດຈະມາເຖິງນີ້ ແລະອາດເປັນໄປໄດ້ວ່າ ຈະມີການອະນຸມັດຢາວັກຊີນ ສຳລັບພວກເດັກນ້ອຍໃນລະດູໃບໄມ້ຫລົ່ນນີ້ ຊຶ່ງທ່ານຟາວຈີ ໄດ້ກ່າວວ່າ “ພວກເຮົາສາມາດຫັນປ່ຽນທິດທາງສິ່ງນີ້ໄດ້.”

ຢູ່ໃນສະຫະລັດ ທ້ອງຖິ່ນແລະອົງການຈັດຕັ້ງທັງຫຼາຍ ໄດ້ກ່າວໃນວັນຈັນຜ່ານມາວ່າ ພວກເຂົາຈະຕ້ອງໃຫ້ມີຫຼັກຖານຢັ້ງຢືນການສັກຢາວັກຊີນ ຫຼັງຈາກທີ່ໄດ້ມີການປະກາດວ່າ ຢາວັກຊີນກັນໄວຣັສໂຄໂຣນາຂອງຟາຍເຊີ ໄດ້ຮັບການອະນຸມັດຢ່າງເຕັມສ່ວນຈາກລັດຖະບານກາງ.

ສະຫະລັດຍັງສືບຕໍ່ນຳໜ້າໂລກໃນຈຳນວນຄົນທີ່ຕິດເຊື້ອໄວຣັສໂຄໂຣນາ ໂດຍມີເກືອບ 38 ລ້ານຄົນ ແລະໃນການເສຍຊີວິດຍ້ອນພະຍາດໂຄວິດ-19 ໂດຍມີຢູ່ປະມານ 630,000 ຄົນ ອີງຕາມສູນກາງຄົ້ນຄວ້າໄວຣັສໂຄໂຣນາຂອງມະຫາວິທະຍາໄລ ຈອນສ໌ ຮັອບກິນສ໌.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG